ຈີນ ຕົກລົງນໍາເຂົ້າຖ່ານຫີນຈາກ ສ.ອາເມລິກາ ຢ່າງໜ້ອຍ 10 ລ້ານໂຕນໃນປີ 2027-2028

28/09/2026 13:25
Email Print 83
KPL - Asean 2024 ສ.ອາເມລິກາ ແລະ ຈີນ ໄດ້ສືບຕໍ່ຍູ້ແຮງຄວາມຮ່ວມມື ທາງການຄ້າເພີ່ມເຕີມ ໂດຍຈີນ ຕົກລົງນໍາເຂົ້າຖ່ານຫິນ ຈາກ ສ.ອາເມລິກາ ຢ່າງໜ້ອຍ 10 ລ້ານໂຕນ ໃນປີ 2027 ແລະ ອີກຢ່າງໜ້ອຍ 10 ລ້ານໂຕນ ໃນປີ 2028.

ຂປລ.ສຳນັກຂ່າວອິນໂຟເຄວ, ເມື່ອບໍ່ດົນມານີ້,  ສ.ອາເມລິກາ ແລະ ຈີນ ໄດ້ສືບຕໍ່ຍູ້ແຮງຄວາມຮ່ວມມື ທາງການຄ້າເພີ່ມເຕີມ ໂດຍຈີນ ຕົກລົງນໍາເຂົ້າຖ່ານຫິນ ຈາກ ສ.ອາເມລິກາ ຢ່າງໜ້ອຍ 10 ລ້ານໂຕນ ໃນປີ 2027 ແລະ ອີກຢ່າງໜ້ອຍ 10 ລ້ານໂຕນ ໃນປີ 2028. ອີງຕາມຂໍ້ມູນຈາກທຳນຽບຂາວ ເຊິ່ງຖືເປັນສັນຍານ ໄດ້ສະແດງເຖິງຄວາມກ້າວໜ້າໃນການຫລຸດຜ່ອນ ຄວາມຂັດແຍ້ງ ທາງການຄ້າ ລະຫວ່າງ 2 ປະເທດທີ່ມີເສດຖະກິດ ຂະໜາດໃຫຍ່ທີ່ສຸດໃນໂລກ.

ພາຍໃຕ້ຂໍ້ຕົກລົງ ທີ່ບັນລຸຜ່ານ ຄະນະກຳມະການ ການຄ້າ ສ.ອາເມລິກາ-ຈີນ (US-China Board of Trade) ເຊິ່ງຫາກໍ່ເລີ່ມ ດຳເນີນງານ, ທັງ 2 ຝ່າຍຈະຮ່ວມກັນຊຸກຍູ້ ການຈັດເກັບພາສີ ໃນອັດຕາທີ່ເອື້ອອຳນວຍ ຫລາຍຂຶ້ນສຳລັບສິນຄ້າ ທີ່ບໍ່ອ່ອນໄຫວຈາກທັງ 2 ປະເທດ ດ້ວຍມູນຄ່າລວມ 3 ໝື່ນລ້ານໂດລາສະຫະລັດ.

ຄຽງຄູ່ກັນນັ້ນ, ສິນຄ້າ ສ.ອາເມລິກາ ທີ່ຈະໄດ້ຮັບສິດທີ່ໃນການ ຫລຸດຜ່ອນພາສີ ໄດ້ແກ່: ສິນຄ້າກະສິກຳ, ອາຫານທະເລ, ໄມ້, ເຄື່ອງສໍາອາງ ແລະ ອຸປະກອນການແພດ; ໃນຂະນະທີ່ ສິນຄ້າຈາກຈີນທີ່ຢູ່ພາຍໃຕ້ ຂໍ້ຕົກລົງດັ່ງກ່າວ ລວມມີ ເຄື່ອງໃຊ້ໄຟຟ້າ ຂະໜາດນ້ອຍ, ເຄື່ອງຫລີ້ນ, ເຄື່ອງປະດັບຕົກແຕ່ງ ໃນວັນເທດສະການ ແລະ ບ່ອນນັ່ງນິລະໄພສຳລັບເດັກໃນລົດ. ນອກຈາກນີ້, ສອງຝ່າຍ ຍັງໄດ້ສ້າງຕັ້ງຄະນະເຮັດວຽກ ຂຶ້ນມາເພື່ອແກ້ໄຂ ອຸປະສັກດ້ານການເຂົ້າເຖິງຕະຫລາດໃນພາກກະສິກຳ ເຊິ່ງເປັນປະເດັນສຳຄັນ ໃນການເຈລະຈາ ການຄ້າລະຫວ່າງ 2 ປະເທດ ໃນໄລຍະຍາວ./

KPL