ມາເລເຊຍ ຄວບຄຸມສື່ສັງຄົມອອນລາຍ
Email
Print
83
KPL - Asean 2024
ທ່ານ ຟາຮມີ ຟາດຊິນ (Fahmi Fadzil) ລັດຖະມົນຕີກະຊວງການສື່ສານຂອງມາເລເຊຍ ໄດ້ເປີດເຜີຍວ່າມາເລເຊຍ ຈະຮ່ວມມືກັບຄະນະກຳມະການການສື່ສານ ແລະ ມັລຕິມີເດຍແຫ່ງມາເລເຊຍ ພ້ອມດ້ວຍກົມໃຫຍ່ ຕໍາຫລວດ ແຫ່ງຊາດ ມາເລເຊຍ ເພື່ອສືບຕໍ່ປາບປາມການໃຊ້ຊ່ອງທາງອອນ
ຂປລ.ສຳນັກຂ່າວອິນໂຟເຄວສ: ໃນວັນທີ 24 ກັນຍາ, ທ່ານ ຟາຮມີ ຟາດຊິນ (Fahmi Fadzil) ລັດຖະມົນຕີກະຊວງ ການສື່ສານຂອງ ມາເລເຊຍ ໄດ້ເປີດເຜີຍວ່າ ມາເລເຊຍ ຈະຮ່ວມມືກັບ ຄະນະກຳມະການການສື່ສານ ແລະ ມັລຕິມີເດຍແຫ່ງມາເລເຊຍ ພ້ອມດ້ວຍກົມໃຫຍ່ ຕໍາຫລວດແຫ່ງຊາດ ມາເລເຊຍ ເພື່ອສືບຕໍ່ປາບປາມ ການໃຊ້ຊ່ອງທາງ ອອນລາຍໃນ ການສະແຫວງຫາ ຜົນປະໂຫຍດ ທາງເພດຈາກເດັກ, ໂດຍສະເພາະແມ່ນຜູ້ທີ່ມຸ່ງເນັ້ນ ສະແຫວງຫາຜົນປະໂຫຍດ ຈາກເດັກ ນ້ອຍ ແລະ ແມ່ຍິງ.
ໂດຍຄະນະກຳມະການ ດັ່ງກ່າວ ໄດ້ໃຫ້ຄວາມສຳຄັນກັບ ປະເດັນຄວາມປອດໄພ ເທິງແພລດຟອມສື່ສັງຄົມ ອອນລາຍ ຜ່ານຂອບກົດໝາຍທີ່ກ່ຽວຂ້ອງ ແລະ ຈະມີບົດບາດສຳຄັນ ໃນການຊ່ວຍເຫລືອ ເຈົ້າໜ້າທີ່ຕຳຫລວດ, ໂດຍສະເພາະກອງຄະດີ11 (D11) ເຊິ່ງເປັນກອງສືບສວນ ຄະດີທາງເພດ, ແມ່ຍິງ ແລະ ເດັກນ້ອຍ ສັງກັດກົມສືບສວນສອບສວນ ຄະດີອາະຍາ ໃນການ ຕິດຕາມຕົວ ຜູ້ທີ່ນຳໃຊ້ເຄືອຂ່າຍ ໄປໃນທາງທີ່ຜິດ ແລະ ນຳມາລົງໂທດ ຕາມລະບຽບກົດໝາຍ./
