ຫໍພິພິທະພັນຊານຊິງຕຸຍ ຈີນ ຕິດອັນດັບ 8 ກ່ຽວກັບ ປະຫວັດເກົ່າແກ່ 4,800 ປີ

28/09/2026 13:08
Email Print 83
KPL - Asean 2024 ນັກທ່ອງທ່ຽວຕ່າງປະເທດ ໄດ້ເລົ່າສາກຫລັງ ກ່ຽວກັບການເດີນທາງຢ້ຽມຢາມ ພິພິທະພັນຊານຊິງຕຸຍ ໃນແຂວງ ເສສວນ ວ່າເຂົາເຈົ້າຮູ້ສຶກຄ້າຍຄື ພວມຍ່າງທ່ຽວຊົມອານາຈັກບູຮານ "ຊູ່" ຢ້ອນເວລາໄປ 2,600- 4,800 ປີ,ກັບ ວັດຖຸບູຮານເກົ່າແກ່ ມີໄວ້ວາງສະແດງລຽນລາຍ ຈໍານວນຫລວງຫລາຍເຖິງ 17,000 ອັນ

ຂປລ. ນັກທ່ອງທ່ຽວຕ່າງປະເທດ ໄດ້ເລົ່າສາກຫລັງ ກ່ຽວກັບການເດີນທາງຢ້ຽມຢາມ ພິພິທະພັນຊານຊິງຕຸຍ ໃນແຂວງເສສວນ ວ່າເຂົາເຈົ້າຮູ້ສຶກຄ້າຍຄື ພວມຍ່າງທ່ຽວຊົມ ອານາຈັກ ບູຮານ "ຊູ່" ຢ້ອນເວລາໄປ 2,600- 4,800 ປີ,ກັບ ວັດຖຸບູຮານເກົ່າແກ່ ມີໄວ້ວາງສະແດງລຽນລາຍ ຈໍານວນຫລວງຫລາຍເຖິງ 17,000 ອັນ ລວມມີທອງສຳລິດ, ຄຳ, ຫຍົກ, ງາຊ້າງ ແລະ ອື່ນໆ ໃນຂະ ນະທີ່ ຫໍພິພິຕະພັນດັ່ງກ່າວ ບໍ່ໄດ້ເປັນພຽງຮວບໂຮມເລື່ອງລາວ ປະຫວັດສາດ ທີ່ເປັນມູນເຊື້ອອັນດີງາມ ຂອງຊາວຈີນບູຮານເທົ່ານັ້ນ ແຕ່ຫາກຍັງເປັນ ແຫລ່ງທ່ອງທ່ຽວ ທີ່ໜ້າສຶກສາຮຽນ ຮູ້ປະ ຫວັດສາດ ນັບພັນ ປີ ເຊິ່ງສາມາດ ດຶງດູດນັກທ່ອງທ່ຽວເຂົ້າຊົມ ປະມານ 6-7 ລ້ານຄົນຕໍ່ປີ.

ໃນລະຫວ່າງມໍ່ໆນີ້, ສື່ມວນຊົນຕ່າງປະເທດ, ພ້ອມດ້ວຍ ຄະນະນັກສຶກສາ ຕ່າງປະເທດປະມານ 30 ຄົນ ຈາກມະຫາວິທະຍາໄລການເງິນ ແລະ ເສດຖະກິດ ຕາເວັນຕົກສຽງໃຕ້ ຂອງນະຄອນ ເຊິງຕູ, ແຂວງເສສວນ ໄດ້ຢ້ຽມຢາມ ແລະ ທັດສະນະສຶກສາ ຢູ່ພິພິທະພັນຊານຊິງຕຸຍ, ເມືອງກວາງຮັ່ນ, ແຂວງເສສວນ. ຈາກການໄປສໍາຜັດຕົວຈິງ ຂອງ ສື່ມວນຊົນ ແລະ ຄະນະນັກສຶກສາພົບວ່າ ພິພິທະພັນຊານຊິງຕຸຍ ໄດ້ເລົ່າເລື່ອງລາວ ໃນອະດີດໃຫ້ຮູ້ຄວາມຈິງ ໃນສະໄໝພັນປີກ່ອນ ກ່ຽວກັບວິຖີຊີວິດຂອງຊາວຈີນ ໃນແຂວງເສສວນ ຕິດພັນທໍາມະຊາດ ແລະ ໃຊ້ຊ້າງລາກແກ່ສິນຄ້າ, ໃຊ້ຄວາຍເຮັດການຜະລິດ ກະສິກໍາກັບ ເຄື່ອງມື ການຜະລິດແບບເກົ່າ ແກ່ເປັນຕົ້ນ: ໝາກສົບໄຖ, ຄາດນາ, ກ່ຽວເຂົ້າ, ໝໍ້ໜຶ້ງ-ໝໍ້ແກງ ແຕ່ພິເສດໄປກວ່ານັ້ນ ຍັງກວດພົບ ເຄື່ອງປະດັບ ຄວາມສວຍງາມຂອງມະນຸດ ທີ່ເປັນທອງສໍາລິດ, ຄໍາ, ເງິນ ແລະ ອື່ນໆ ເຊິ່ງໄດ້ສະທ້ອນໃຫ້ເຫັນ ສະຕິປັນຍາ ຂອງຊາວຈີນບູຮານ ສະຫລາດສ່ອງໃສ ແລະ ຄວາມຮຸ່ງເຮືອງ ເຫລືອງເຫລື້ອມ ໃນຍຸກນັ້ນມີຈິງ.

ນັກສຶກສາບາງຄົນ ຈາກມະຫາວິທະຍາໄລການເງິນ ແລະ ເສດຖະກິດຕາເວັນຕົກສຽງໃຕ້ ຂອງນະຄອນເຊິງຕູເວົ້າວ່າ: ເມື່ອໄດ້ສໍາຜັດສະຖານທີ່ ພິພິທະພັນແຫ່ງນີ້ແລ້ວ ຕົນເອງ ຈື່ພາບຮູເງົາຮາລີວູດ ເລື່ອງຕໍານານ “ ມໍາມີ ແລະ ອາວາຕານ“ ທີ່ເປັນພະລັງອໍານາດນຸ້ມນວນ ຂອງ ຊາດຕາເວັນຕົກ ຫລື ຊອບພາວເວີທັນທີ ເພາະຫນ້າກາກຄໍາ, ຫມວກ, ງ້າວ, ດາບ, ລວດລາຍ ແກະສະຫລັກ ແລະ ວັດຖຸບູຮານອື່ນໆ ຢູ່ທີ່ຫໍພິພິທະພັນນີ້ ມີລັກສະນະຄ້າຍໆກັບ ອະລິຍະທໍາຂອງເອຢິບບູຮານ ເຊິ່ງນັກສ້າງຮູບເງົາຮາລີວູດ ອາດນໍາເອົາບາງຕົວຢ່າງໄປ ປະກອບສາກ ທີ່ຫນ້າສົນໃຈ ກໍເປັນໄດ້. ພວກເຮົາເຊື່ອວ່າຮູບເງົາຮາລີວູດ ທີ່ຜູ້ສ້າງຜະລິດຄິດແຕ່ງຂຶ້ນນັ້ນ ອາດຈະມີຕົວຢ່າງ ອະລິຍະທໍາອາຊີ ແລະ ຢູຣາເຊຍປະກອບເຂົ້າກັບສາກໜັງ ບໍ່ຫລາຍກໍ່ໜ້ອຍ. ສະນັ້ນ ຄຸນຄ່າຂອງອະລິຍະທໍາ ໃນໂລກມະນຸດ ຄວນປົກປັກສາໄວ້ໃຫ້ດີ ແລະ ຮູ້ໝູນໃຊ້ໃຫ້ເກີດປະໂຫຍດ ສູງສຸດຕໍ່ຊາດ-ຕໍ່ໂລກຢ່າງເລິກເຊິ່ງ.

ພິພິທະພັນ ຊານຊິງຕຸຍ, ບາງຄົນເອີ້ນ "ພິພິທະພັນສາມກອງດິນ" ຕັ້ງຢູ່ ເມືອງກວາງຮັ່ນ, ແຂວງເສສວນ. ຕາມປະຫວັດບອກເລົ່າເບື້ອງຕົ້ນ ກ່ຽວກັບ ເຄື່ອງວັດຖຸບູຮານ ໃນພິພິທະພັນ ແຫ່ງນີ້:  ແມ່ນແຫລ່ງອານາຈັກໂບຮານ "ຊູ່" ທີມີອາຍຸ 2,600- 4,800 ປີ ແລະ ຂຸດພົບຄັ້ງທໍາອິດປີ 1929 ແມ່ນເຄື່ອງປະດັບຫຍົກ ແລະ ການຄົ້ນພົບຄັ້ງສຳຄັນໃນປີ 1986: ຂຸດພົບຂຸມບູຊາ 2 ແຫ່ງທີ່ມີ ໜ້າກາກຄໍາ, ຮູບຄົນຢືນເປັນທອງສຳລິດ, ຕົ້ນໄມ້ເທວະດາ, ໜ້າກາກທອງສໍາລິດ; ປີ 2019-2020 ພົບເພີ່ມອີກ 6-8 ຂຸມ ໄດ້ວັດຖຸ 17,000 ອັນ ລວມມີ ທອງສຳລິດ, ຄຳ, ຫຍົກ, ງາຊ້າງ ແລະ ອື່ນໆ, ນີ້ນັບຖືເປັນ ການຄົ້ນພົບບູຮານຄະດີ ທີ່ໃຫຍ່ທີ່ສຸດຂອງຈີນອີກແຫ່ງໜຶ່ງ.ພິພິທະພັນແຫ່ງນີ້, ໄດ້ເລີ່ມສ້າງໃນປີ 1992, ເປີດໃຫ້ບໍລິການປີ 1997 ແລະ ອາຄານໃໝ່ ໄດ້ນໍາໃຊ້ ເຕັກໂນໂລຊີ ທັນສະໄໝ ແລະ ເປີດນໍາໃຊ້ໃນປີ 2023.

ຕາມຂໍ້ມູນຫລ້າສຸດ ຂອງ ພິພິທະພັນຊານຊິງຕຸຍ ລາຍງານວ່າ: ສະຖານ ທີ່ຫໍພິພິທະພັນດັ່ງກ່າວ ບໍ່ພຽງເປັນຈຸດດຶງດູດນັກຮຽນ ຮູ້ປັນຍາຊົນ, ປະຊາຊົນຊາວ ຈີນເຂົ້າ ມາຊົມ ແລະ ຄົ້ນຫາປະ ຫວັດສາດເທົ່ານັ້ນ ຫາກຍັງກາຍເປັນແຫລ່ງ ມໍລະດົກບູຮານ ທີ່ນັກທ່ອງທ່ຽວຕ່າງປະເທດ ຕ້ອງການຢາກມາສໍາຜັດບໍ່ໜ້ອຍ. ປັດຈຸບັນນີ້ ຄາດວ່າ ມີນັກທ່ອງທ່ຽວ ທັງພາຍໃນ -ຕ່າງປະເທດ ເຂົ້າມາຢ້ຽມຊົມ ປະມານ 10 ພັນ-20 ພັນກວ່າຄົນຕໍ່ມື້, ປີ 2025 ມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມ ປະມານ 6 ລ້ານກວ່າຄົນ, ສ້າງລາຍໄດ້ຈາກການຂາຍ ປີ້ເຂົ້າຊົມປະມາານ 336 ລ້ານຢວນ ແລະ ຖືວ່າເປັນພິພິທະພັນ ທີ່ຄຶກຄື້ນ ທີ່ສຸດ ອັນດັບ 1 ຂອງ ແຂວງເສສວນ ແລະ ຕິດອັນດັບ 8 ຂອງປະເທດຈີນໃນປີ 2025./

KPL