ຈີນ ວາງແນວທາງການປະຕິບັດ ເພື່ອຍົກລະດັບການປາບປາມອາຊະຍາກຳ
ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ສານປະຊາຊົນສູງສຸດ, ສຳນັກງານ ໄອຍະການ ປະຊາຊົນສູງສຸດ ແລະ ກະຊວງຄວາມໝັ້ນຄົງ ສາທາລະນະຂອງຈີນ ໄດ້ຮ່ວມກັນວາງ ແນວທາງ ການປະຕິບັດການ ຈັດການ ຄະດີອາຊະຍາກຳ ທີ່ກ່ຽວຂ້ອງ ກັບ ສານເຟນຕານິນ (Fentanyl) ໂດຍເນັ້ນໜັກ ເຖິງ ການລົງໂທດ ຂັ້ນຮຸນແຮງ ຕາມກົດໝາຍ ເພື່ອໃຫ້ ການບັງຄັບ ໃຊ້ກົດໝາຍ ເປັນໄປ ຢ່າງຖືກຕ້ອງ, ປົກປ້ອງສຸຂະພາບ ຂອງ ປະຊາຊົນ ແລະ ຮັກສາຄວາມໝັ້ນຄົງ ຂອງສັງຄົມ.
ເນື້ອໃນເອກະສານແນວທາງ ການປະຕິບັດ ດັ່ງກ່າວ ແບ່ງອອກເປັນ 18 ຂໍ້ ໂດຍກຳນົດເກນ ແລະ ມາດຕະຖານ ຢ່າງຊັດເຈນ ສຳລັບ ການຕັດສິນ ແລະ ລົງໂທດ ໃນຄະດີ ອາຊະຍາກຳ ທີ່ກ່ຽວຂ້ອງກັບ ສານເຟນຕານິນ ໂດຍໃຊ້ ມາດຕະຖານ ທີ່ ແຕກຕ່າງກັນ ລະຫວ່າງ ກໍລະນີ ທີ່ກ່ຽວຂ້ອງກັບ ສານ ເຟນຕານິນ ທາງດ້ານການຢາ ແລະ ບໍ່ແມ່ນທາງການຢາ.
ແນວທາງດັ່ງກ່າວ ໄດ້ກຳນົດຂອບເຂດ ຂອງ ສານເຟນຕານິນ ທີ່ກ່ຽວຂ້ອງ ພາຍໃຕ້ ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ລວມເຖິງ ຂໍ້ກຳນົດ ພິເສດ ກ່ຽວກັບ ການເກັບກຳ ຫລັກຖານ ແລະ ການຕິດຕາມການຢຶດຊັບສິນ ຫລື ຜົນປະໂຫຍດທີ່ໄດ້ມາ ໂດຍບໍ່ຖືກຕ້ອງ ໃນຄະດີທີ່ກ່ຽວຂ້ອງ ພ້ອມທັງ ແຈກຢາຍ ລາຍລະອຽດ ເພີ່ມເຕີມ ເຖິງຄວາມຮັບຜິດຊອບ ຂອງ ໜ່ວຍງານ ຕຸລາການ ແລະ ໜ່ວຍງານ ບັງຄັບໃຊ້ ກົດໝາຍ ໃນການ ດຳເນີນການ ກັບ ຜູ້ກະທຳຜິດ.
ນອກຈາກນັ້ນ, ໜ່ວຍງານ ໄອຍະການສູງສຸດ ແລະ ໜ່ວຍງານ ຕຳຫລວດ ຍັງໄດ້ຮ່ວມກັນ ອອກຊຸດກົດເກນກ່ຽວກັບມາດຕະຖານ ການສືບສວນສອບສວນ ແລະ ການດຳເນີນຄະດີ ອາຊະຍາກຳ ທີ່ກ່ຽວຂ້ອງອີກດ້ວຍ./
