ເປີດຊຸດອົບຮົມບຳລຸງ-ກໍ່ສ້າງນາຍທະຫານການເມືອງ

25/09/2026 12:00
Email Print 83
KPL - Asean 2024 ວັນທີ 24 ກັນຍາ 2026 ນີ້, ຢູ່ໂຮງຮຽນທິດສະດີການເມືອງກອງທັບ ເປີດຊຸດອົບຮົມບຳລຸງ-ກໍ່ສ້າງນາຍທະຫານການເມືອງ ປະຈໍາສົກຮຽນ 2026-2027 ໂດຍການເປັນປະທານຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ເສນາທິການກອງທັບ, ມີຄະນະພັກ-ຄະນະອໍານວຍການ, ຄະນະຊ່ຽວຊານ ສສ ຫວຽດນາມ, ພະນັກງານ,ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

      ຂປລ. ການເປີດອົບຮົມບຳລຸງ-ກໍ່ສ້າງນາຍທະຫານການເມືອງໃນຄັ້ງນີ້, ແນໃສ່ຍົກລະດັບຄວາມຮັບຮູ້ເຂົ້າໃຈທັດສະນະ, ແນວຄິດຕໍ່ບັນຫາພື້ນຖານທົດສະຕິ, ຫລັກມູນວິທະຍາສາດດ້ານຕ່າງໆ ຂອງລັດທິມາກ- ເລນິນ, ແນວທາງການເມືອງ-ການທະຫານຂອງພັກ, ໜ້າທີ່ການເມືອງຂອງກອງທັບ ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບໂລກະທັດ, ວິໄສທັດທ່ີຖືກຕ້ອງ ເຂ້ົາໃນການຄ້ົນຄວ້າຕີລາຄາສະພາບການຮອບດ້ານ ໃນເງື່ອນໄຂວິທະຍາສາດ-ເຕັກໂນໂລຊີຂະຫຍາຍຕົວແບບກ້າວກະໂດດແລະ ປະເທດພວມຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ໃຫ້ມີແນວຄິດຊີ້ນໍາ ແລະ ວິທີຈັດຕັ້ງເຄື່ອນໄຫວສູ້ຮົບຂັ້ນຍຸດທະວິທີ-ຍຸດທະບັ້ນຮົບ-ຍຸດທະສາດໃນສົງຄາມປ້ອງກັນຊາດທີ່ທັນສະໄໝ. ນອກຈາກນີ້, ສຳມະນາກອນ ຍັງຈະໄດ້ຮຽນຮູ້ກ່ຽວກັບການຍົກລະດັບດ້ານທິດສະດີ, ຫລັກການພື້ນຖານການເຄື່ອນໄຫວວຽກງານ ພັກ-ວຽກງານການເມືອງ, ທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ ແລະ ການເຄື່ອນໄຫວ ຂອງພະນັກງານການເມືອງ, ສ້າງຄວາມເປັນເອກະພາບທາງດ້ານເນື້ອໃນ, ຮູບການ, ບາດກ້າວ ແລະ ວິທີການເຄື່ອນໄຫວວຽກງານການເມືອງຢູ່ໃນກອງທັບ. ທັງນີ້, ກໍເພື່ອປັບປຸງແບບແຜນວິທີນຳພາ-ບັນຊາ, ແບບແຜນດຳລົງຊີວິດ, ຝຶກຝົນຫລໍ່ຫລອມຄຸນສົມບັດ, ສິນທຳປະຕິວັດ, ສະຕິຕື່ນຕົວປະຕິບັດຂໍ້ກຳນົດ, ກົດ ລະບຽບ ແລະ ກົດໝາຍໃຫ້ສູງຂຶ້ນ.

ຂ່າວ: ອະວິໄຊ

KPL