ປະທານຄະນະກວດກາສູນກາງພັກ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື
ຂປລ. ໂອກາດນີ້, ສະຫາຍ ວັນໄຊ ພອງສະຫວັນ ໄດ້ເຂົ້າຮ່ວມກອງປະຊຸມວຽກງານກວດກາທົ່ວແຂວງ ອັດຕະປື ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ທ່ີຈັດຂ້ຶນໃນວັນທີ 22-23 ກັນຍາ 2026. ກອງປະຊຸມໄດ້ຕີລາຄາການຈັດຕັ້ງປະຕິບັດວຽກງານກວດກາທົ່ວແຂວງ ໃນໄລຍະ 5 ປີຜ່ານມາ ແລະ ໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ຕໍ່ການສະຫລຸບວຽກງານດັ່ງກ່າວ ແລະ ຕໍ່ທິດທາງແຜນການ ໃນ 5 ປີ ໂດຍໄດ້ກໍານົດວຽກງານຈຸດສຸມຄື: ເພີ່ມທະວີວຽກງານຕິດຕາມ ແລະ ກວດກາພາຍໃນພັກ ໂດຍສຸມໃສ່ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິ XII ຂອງອົງຄະນະພັກແຂວງ; ເພີ່ມທະວີການກວດກາການຄຸ້ມຄອງບໍລິຫານລັດ ໂດຍເນັ້ນໃສ່ໂຄງການລົງທຶນ, ການຄຸ້ມຄອງງົບປະມານ, ຊັບພະຍາກອນທຳມະຊາດ, ການແກ້ໄຂການລັກລອບຂຸດຄົ້ນແຮ່ຄຳຕົກຂ້ອນ ແລະ ເປີດຊ່ອງທາງໃຫ້ປະຊາຊົນມີສ່ວນຮ່ວມສະໜອງຂໍ້ມູນ; ສືບຕໍ່ຕ້ານ ແລະ ແກ້ໄຂການສໍ້ລາດບັງຫລວງໂດຍດຳເນີນຄະດີຕາມລະບຽບ, ເພີ່ມທະວີການຂຶ້ນບັນຊີຊັບສິນຂອງພະນັກງານ ແລະ ສົ່ງເສີມການນຳເນື້ອໃນຕ້ານການສໍ້ລາດບັງຫລວງເຂົ້າໃນການສຶກສາ, ຍົກລະດັບກົງຈັກ ແລະ ພະນັກງານກວດກາໃຫ້ມີຄວາມເປັນມືອາຊີບ, ມີຈັນຍາບັນ ແລະ ຮອງຮັບການຫັນເປັນທັນສະໄໝ ໂດຍພັດທະນາລະບົບຈັດເກັບຂໍ້ມູນແບບລວມສູນດ້ວຍເຕັກໂນໂລຊີ; ຍົກສູງຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ ໂດຍຖືເອົາວຽກງານກວດກາເປັນກົນໄກສຳຄັນໃນການບໍລິຫານ ແລະ ເປັນໜ້າທີ່ຮັບຜິດຊອບຂອງຜູ້ນຳແຕ່ລະຂັ້ນ.
![]()
ໂອກາດນີ້, ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ໂດຍສະຫາຍໄດ້ເນັ້ນໃຫ້ສ້າງການຫັນປ່ຽນໃນວຽກງານກວດກາ ເພື່ອເຮັດໃຫ້ວຽກງານກວດກາເປັນກົນໄກໜຶ່ງໃນການນຳພາຂອງພັກ ແລະ ການຄຸ້ມຄອງບໍລິຫານລັດ, ຕ້ອງຮັບຮູ້ ແລະ ເຂົ້າໃຈໃຫ້ຖືກຕ້ອງກ່ຽວກັບວຽກງານກວດກາ, ການກວດກາແມ່ນໜຶ່ງໃນບົດບາດການນຳພາຂອງພັກ, ທຸກການຈັດຕັ້ງຂອງພັກ-ລັດຈະຢູ່ໃນຕໍາແໜ່ງໃດກໍຕ້ອງຢູ່ພາຍໃຕ້ການນຳພາ, ພາຍໃຕ້ການກວດກາຂອງພັກ, ກວດກາໃຫ້ເຫັນຜົນສໍາເລັດ, ດ້ານດີ ຂອງການຈັດຕັ້ງ, ບຸກຄົນເພື່ອເສີມຂະຫຍາຍ, ກວດກາຫາດ້ານອ່ອນຂໍ້ຄົງຄ້າງເພື່ອປັບປຸງ ແກ້ໄຂ, ຖ້າຫາກມີການກະທຳຜິດກໍຕ້ອງໄດ້ມີການດຳເນີນຕາມຂັ້ນຕອນໂດຍບໍ່ມີຂໍ້ຍົກເວັ້ນ; ຢາກໃຫ້ບັນດາສະຫາຍເຂົ້າໃຈວ່າວຽກງານກວດກາເປັນວຽກງານຂອງຄະນະພັກໃນແຕ່ລະຂັ້ນ, ເປັນຄວາມຮັບຜິດຊອບໂດຍກົງຂອງຄະນະພັກ ໃນການກຳນົດສ້າງແຜນການໃນການກວດກາໃນແຕ່ລະໄລຍະ ເພື່ອດຳເນີນການກວດກາ, ຖືເອົາວຽກງານກວດກາເປັນການສະກັດກັ້ນ ບໍ່ໃຫ້ມີບັນຫາເກີດຂຶ້ນໃນອົງການຈັດຕັ້ງພັກ-ລັດ, ທັງເປັນຜູ້ຕິດຕາມການຈັດຕັ້ງປະຕິບັດຂອງຄະນະກວດກາ; ການຕິດຕາມ, ກວດກາພັກແມ່ນການຕິດຕາມກວດກາການຈັດຕັ້ງປະຕິບັດກົດລະບຽບຂອງພັກ, ການຈັດຕັ້ງຜັນຂະຫຍາຍບັນດາມະຕິຄຳສັ່ງຂອງຂັ້ນເທິງໃນແຕ່ລະໄລຍະ; ວຽກງານກວດກາລັດແມ່ນການກວດກາການຈັດຕັ້ງປະຕິບັດພາລະບົດບາດ, ການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການຕ່າງໆ; ສ່ວນວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງໃຫ້ເພີ່ມທະວີໃນການໂຄສະນາເຜີຍແຜ່ໃຫ້ພະນັກງານສະມາຊິກພັກຢ່າງເລິກເຊິ່ງເຮັດໃຫ້ເຂົາເຈົ້າມີຄວາມຮັບຮູ້, ເຂົ້າໃຈໃນການປະຕິບັດວຽກງານ, ຖ້າມີພຶດຕິກຳສໍ້ລາດບັງຫລວງກໍຕ້ອງໄດ້ປະຕິບັດຕາມມາດຕະການຢ່າງເດັດຂາດ ໂດຍບໍ່ມີຂໍ້ຍົກເວັ້ນເພື່ອເປັນຕົວຢ່າງໃຫ້ຜູ້ທີ່ຄິດຢາກເຮັດໃຫ້ມີສະຕິ; ສືບຕໍ່ເກັບກໍາຂໍ້ມູນເປົ້າໝາຍທີ່ຍັງບໍ່ທັນສໍາເລັດເພື່ອແກ້ໄຂໂດຍໄວ, ບໍ່ໃຫ້ແກ່ຍາວ; ເອົາໃຈໃສ່ໃນການເກັບກູ້ຊັບສິນຂອງລັດທີ່ຕົກເຮ່ຍເສຍຫາຍກັບຄືນໃຫ້ລັດ, ຄຸ້ມຄອງຊັບສິນທ່ີຢຶດໃນການດໍາເນີນຄະດີຕ່າງໆບໍ່ໃຫ້ຕົກເຮ່ຍເສຍຫາຍ; ການແກ້ໄຂຄຳຮ້ອງ-ຄຳສະເໜີຂອງພົນລະເມືອງ ໃຫ້ເອົາໃຈໃສ່ຄົ້ນຄວ້າແກ້ໄຂ ເພື່ອສະເໜີພາກສ່ວນກ່ຽວຂ້ອງແກ້ໄຂໃຫ້ຖືກຕ້ອງຕາມກົດໝາຍ, ຕາມຂັ້ນຮັບຜິດຊອບຂອງຕົນ ບໍ່ໃຫ້ສະສົມບັນຫາ; ຕ້ອງພ້ອມກັນເພີ່ມທະວີຄວາມຮັບຜິດຊອບຂອງຜູ້ເຮັດວຽກງານກວດກາແຕ່ລະຂັ້ນໃນການຈັດຕັ້ງປະຕິບັດວຽກງານກວດກາ, ມີຈັນຍາບັນຈັນຍາທຳ, ມີກົນໄກ, ມີຄວາມກ້າຫານເດັດຂາດ, ນິ້ມນວນພາວະວິໄສ, ຕ້ອງມີຈິດໃຈທີ່ສັດຊື່, ມີກົນໄກການປະສານສົມທົບຂອງອົງການກ່ຽວຂ້ອງຢ່າງ ລະອຽດຈະແຈ້ງ.
ພ້ອມກັນນີ້, ສະຫາຍຍັງໄດ້ຕາງໜ້າຄະນະມອບເງິນຈຳນວນ 100 ລ້ານກີບ ໃຫ້ຄະນະກວດກາພັກແຂວງ ແລະ ມອບເງິນຈຳນວນ 100 ລ້ານກີບ ໃຫ້ແຂວງອັດຕະປື ເພ່ືອນໍາໃຊ້ເຂ້ົາໃນວຽກງານສະກັດກັ້ນ ແລະ ແກ້ໄຂໄພພິບັດ.
