ເອີຣົບ ປັບໄໝ ກູເກີລ ຫລາຍກວ່າ 400 ລ້ານເອີໂຣ
Email
Print
83
KPL - Asean 2024
ສະຫະພາບ ເອີຣົບ ໄດ້ປະກາດວ່າ Google ໄດ້ລະເມີດ "ລະບຽບ ການປົກປ້ອງຂໍ້ມູນທົ່ວໄປ" ຂອງສະຫະພາບເອີຣົບ, ແລະ ໄດ້ "ປັບໃໝ" ບໍລິສັດ Google ຫລາຍກວ່າ 400 ລ້ານເອີໂຣ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ວັນທີ 21 ກັນຍານີ້, ສະຫະພາບ ເອີຣົບ ໄດ້ປະກາດວ່າ Google ໄດ້ລະເມີດ "ລະບຽບ ການປົກປ້ອງຂໍ້ມູນທົ່ວໄປ" ຂອງສະຫະພາບເອີຣົບ, ແລະ ໄດ້ "ປັບໃໝ" ບໍລິສັດ Google ຫລາຍກວ່າ 400 ລ້ານເອີໂຣ. ເດືອນພຶດສະພາປີ 2018, "ລະບຽບການປົກປັກຮັກສາ ຂໍ້ມູນທົ່ວໄປ" ຂອງສະຫະພາບ ເອີຣົບ ເຊິ່ງຖືເປັນລະບຽບການທີ່ເຂັ້ມງວດ ທີ່ສຸດໃນ ໂລກ ໄດ້ເລີ່ມມີຜົນບັງຄັບໃຊ້. ລະບຽບການດັ່ງກ່າວ ກຳນົດວ່າ: ຖ້າຫາກການປົກປ້ອງ ຂໍ້ມູນຂອງຜູ້ໃຊ້ບໍ່ດີ, ກໍລະນີເບົາ ຈະຖືກປັບໃໝ 10 ລ້ານເອີໂຣ ຫລື 2% ຂອງລາຍໄດ້ ໃນການດຳເນີນ ທຸລະກິດທົ່ວ ໂລກ ຂອງປີກ່ອນ, ກໍລະນີໜັກຈະຖືກປັບໃໝ 20 ລ້ານເອີໂຣ ຫລື 4% ຂອງລາຍໄດ້ ໃນການດຳເນີນ ທຸລະກິດ ທົ່ວໂລກຂອງປີກ່ອນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
