ຍົກລະດັບການບໍລິການລູກຄ້າ ແລະ ວົງການ E-Commerce ໃນ ສປປ ລາວ ໃຫ້ທັນສະໄໝ
ຂປລ. ທ່ານ ບູລັກ ນັນທະສອນ ປະທານ ບູເບີ້ ຄອນເນັກ ຈຳກັດຜູ້ດຽວໄດ້ສະຫລຸບຜົນງານ ແລະ ວິໄສທັດໃນການພັດທະນາການບໍລິການຕະຫລອດ 1 ປີທີ່ຜ່ານມາ. ພ້ອມນີ້, ທ່ານ ແຮັບປີ້ ສີສົມພອນ ຈາກບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈຳກັດ ກໍໄດ້ແບ່ງປັນວິໄສທັດການເຊື່ອມໂຍງລະບົບຂົນສົ່ງ ເພື່ອສະໜັບສະໜູນ ພໍ່ຄ້າ-ແມ່ຄ້າຍຸກໃໝ່ ແລະ ທ່ານ ຫງຽນ ລິງ ເຍີນ CEO OMI JSC Vietnam ໄດ້ນໍາສະເໜີຈຸດເດັ່ນຂອງລະບົບ OMICALL ຊຶ່ງເປັນລະບົບຕິດຕໍ່ສື່ສານ ແລະ ດູແລລູກຄ້າແບບຄົບວົງຈອນ ເພື່ອເພີ່ມປະ ສິດທິພາບການຂາຍໃນຍຸກດີຈິຕອນ.
ນອກຈາກເປີດໂຕລະບົບ OMICALL ຢ່າງເປັນທາງການ, ຍັງມີເວທີເສວະນາຫົວຂໍ້ “ປິດການຂາຍໄດ້ໄວ, ເພີ່ມຍອດຂາຍໃຫ້ຫລາຍ ແລະ ສ້າງຄວາມຍືນຍົງໄລຍະຍາວ” ໂດຍບັນດາຜູ້ປະກອບການ ແລະ ຮ້ານຄ້າອອນລາຍຊື່ດັງ, ພ້ອມພິທີມອບໃບກຽດຕິຄຸນໃຫ້ກັບຮ້ານຄ້າ. ການລົງນາມໃນສັນຍາຄັ້ງນີ້ ຖືເປັນການຮ່ວມມືຢ່າງເປັນທາງການ ເພື່ອຍົກລະດັບການບໍລິການລູກຄ້າ ແລະ ວົງການ E-Commerce ໃນ ສປປ ລາວ ໃຫ້ທັນສະໄໝ ແລະ ມີປະສິດທິພາບຍິ່ງຂຶ້ນ.
