ເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ສສ ຫວຽດນາມ
![]()
ຂປລ. ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຂອງສະຫາຍ ຟ້າມ ຢາ ຕຸກ ໃນຄັ້ງນີ້ ຊຶ່ງເປັນການຢ້ຽມຢາມຄັ້ງທໍາອິດ ໃນຖານະຮອງນາຍົກລັດຖະມົນຕີຜູ້ປະຈໍາການ ເພື່ອຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມຄະນະກຳມະການຮ່ວມມື ລາວ-ຫວຽດນາມ ຄັ້ງທີ 48 ທັງເປັນການກະກຽມໃຫ້ແກ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ທີ່ຈະມີຂຶ້ນໃນໄວໆນີ້. ພ້ອມກັນນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕ ເລິມ ແລະ ບັນດການນຳພັກ-ລັດຂອງຫວຽດນາມ, ພ້ອມທັງສະແດງຄວາມຂອບໃຈທີ່ສະຫາຍ ຟ້າມ ຢາ ຕຸກ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ຂອງສະຫາຍ ເລຂາທິການໃຫຍ່, ປະທານ ປະເທດ ໂຕ ເລິມ ແລະ ບັນດາການນໍາພັກ-ລັດຂອງຫວຽດນາມ ມາຍັງການນໍາພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ. ພ້ອມກັນນັ້ນ, ກໍສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ພາຍໃຕ້ການນຳພາ- ຊີ້ນຳຂອງພັກກອມມູນິດຫວຽດນາມ ລວມທັງຜົນສຳເລັດໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ.
ນອກຈາກນັ້ນ, ທັງສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນກ່ຽວກັບ ການຮັດແໜ້ນການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆ ເປັນຕົ້ນດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ ແລະ ການເຊື່ອມໂຍງ-ເຊື່ອມຈອດພື້ນຖານເສດຖະກິດຂອງສອງປະເທດ ໂດຍຜ່ານບັນດາໂຄງການສຳຄັນທີ່ມີລັກສະນະຍຸດທະສາດ ເຊັ່ນ: ໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ, ເສັ້ນທາງລົດໄຟວຽງຈັນ-ຫວຸ້ງອາງ, ໂຄງການກໍ່ສ້າງທໍ່ສົ່ງນໍ້າມັນ ແລະ ໂຄງການອື່ນໆ. ໃນໂອກາດດຽວກັນ, ສະຫາຍ ຟ້າມ ຢາ ຕຸກ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງຜົນການພົບປະກັບ ສະຫາຍ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ແຫ່ງ ສປປ ລາວ ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າ ຝ່າຍຫວຽດນາມ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນໍາຂັ້ນສູງສອງປະເທດ ກໍຄື ບັນດາໂຄງການຮ່ວມມືຍຸດທະສາດຕ່າງໆ ໃຫ້ເປັນຮູບປະທໍາ ແລະ ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ພາບ: ອ່າຍຄຳ
