ລາຍຮັບຈາກການຂາຍປີ້ທ່ອງທ່ຽວຂະໜາດໃຫຍ່-ກາງທົ່ວປະເທດຈີນ ບັນລຸຫລາຍກວ່າ 17 ຕື້ກວ່າຢວນ

22/09/2026 17:17
Email Print 83
KPL - Asean 2024 ໃນ​ປີ 2025, ມີ​ການ​ສະ​ແດງ​ ຂອງ​ໂຄງ​ການ​ສະ​ແດງ​​ ການ​ທ່ອງ​ທ່ຽວ​ ຂະ​ໜາດ​ໃຫຍ່​ ແລະ ​ຂະ​ໜາດກາງ ໃນ​ທົ່ວ​ປະ​ເທດ 198.700 ຄັ້ງ, ເພີ່ມ​ຂຶ້ນ 4.95% ເມື່ອ​ທຽບ​ໃສ່​ປີ 2024;

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ອີງ​ຕ​າມ “​ບົດ​ລາຍ​ງານ ​ປະ​ຈຳ​ປີ 2025 ຂອງ​ຕະຫລາດ ​ການ​ສະ​ແດງ​​ ການ​ທ່ອງ​ທ່ຽວ​ຈີນ” ທີ່​ປະ​ກາດ​ໂດຍ ​ສະ​ມາ​ຄົມ ​ການ​ສະ​ແດງ​ ສິ​ລະ​ປະ​ຈີນ ​ໃນ​ວັນ​ທີ 21 ກັນ​ຍາ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ປີ 2025, ມີ​ການ​ສະ​ແດງ​ ຂອງ​ໂຄງ​ການ​ສະ​ແດງ​​ ການ​ທ່ອງ​ທ່ຽວ​ ຂະ​ໜາດ​ໃຫຍ່​ ແລະ ​ຂະ​ໜາດກາງ ໃນ​ທົ່ວ​ປະ​ເທດ 198.700 ຄັ້ງ, ເພີ່ມ​ຂຶ້ນ 4.95% ເມື່ອ​ທຽບ​ໃສ່​ປີ 2024; ລາຍ​ຮັບ​ ຈາ​ກ​ການ​ຂາຍ​ປີ້​ ມີ​ເຖິງ 17 ຕື້ກວ່າລ້ານຢວນ, ເພີ່ມ​ຂຶ້ນ 6,43% ແລະ ຈຳ​ນວນ​ຜູ້​ຊົມ​ມີ​ເຖິງ 87.989.700 ເທື່ອ​ຄົນ, ເພີ່ມ​ຂຶ້ນ 3,01% ເມື່ອ​ທຽບ​ໃສ່​ປີ 2024. ບົດ​ລາຍ​ງານ​ລະ​ບຸວ່າ: ລາ​ຄາ​ສະ​ເລ່ຍ​ ຕໍ່​ນັກ​ທ່ອງ​ທ່ຽວ​ ສຳ​ລັບ ​ໂຄງ​ການ​ໃນ​ປີ 2025 ແມ່ນ 298,8 ຢວນ ເຊິ່ງໝາຍ​ຄວາມ​ວ່າ: ການ​ສະ​ແດງ​ການ​ທ່ອງ​ທ່ຽວ ບໍ່​ໄດ້​ເປັນ​ພຽງ​ຂອງ​ຂວັນ​ ຈາກຂດ​ທ່ອງ​ທ່ຽວ​ ອີກ​ຕໍ່​ໄປ ແລະ ​ນັກ​ທ່ອງ​ທ່ຽວ ກໍ​ເຕັມ​ໃຈ​ທີ່​ຈະ​ຈ່າຍ​ເງິນ ​ເພື່ອ​ເນື້ອ​ຫາ​ ທາງ​ວັດ​ທະ​ນະ​ທຳ ​ທີ່​ມີ​ຄຸນ​ນະ​ພາບ​ສູງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL