ໄອເອັມເອຟ ເຕືອນເສດຖະກິດໂລກ ຍັງສືບຕໍ່ຜະເຊີນໜ້າກັບ ຄວາມສ່ຽງຈາກພາວະເງິນເຟີ້ສູງ
ຂປລ. ສຳນັກຂ່າວ ອິນໂຟເຄວສ ລາຍງານວ່າ: ທ່ານ ຄຣິສຕາລິນາ ຈອສກຽວວາ (Kristalina Georgieva), ຜູ້ອຳນວຍການໃຫຍ່ ກອງທຶນ ການເງິນສາກົນ (IMF), ເປີດເຜີຍວ່າ: ເສດຖະກິດໂລກ ຍັງຄົງຜະເຊີນໜ້າກັບ ຄວາມສ່ຽງ ຈາກພາວະ ເງິນເຟີ້ ຊຳເຮື້ອ ຕະຫລອດ ຈົນເຖິງ ຕົ້ນທຶນ ການຊຳລະ ໜີ້ສິນ ທີ່ສູງຂຶ້ນ ແລະ ການລົງທຶນ ໃນປັນຍາປະດິດ (AI) ເຖິງແມ່ນວ່າ ທີ່ຜ່ານມາ ເສດຖະກິດ ຈະສາມາດ ຟື້ນຕົວໄດ້ດີ ກວ່າທີ່ຫລາຍຝ່າຍ ເຄີຍກັງວົນກໍຕາມ.
ທ່ານ ຄຣິສຕາລິນາ ໄດ້ກ່າວ ໃນລະຫວ່າງ ເຂົ້າຮ່ວມເວທີປາໄສ Qatar Economic Forum ເຊິ່ງຈັດຂຶ້ນ ຢູ່ນະຄອນນິວຢອກ ເມື່ອວັນທີ 20 ກັນຍາ ວ່າ: “ເງິນເຟີ້ແມ່ນບັນຫາ ທີ່ຊຳເຮື້ອ, ພວກເຮົາ ບໍ່ຄາດຄິດວ່າ ຈະສາມາດ ແກ້ໄຂໄດ້ ຢ່າງວ່ອງໄວ ແລະ ນັ້ນໝາຍຄວາມວ່າ ທະນາຄານກາງ ຫລາຍແຫ່ງ ຍັງຄົງຈຳເປັນ ຕ້ອງໃຊ້ ນະໂຍບາຍ ການເງິນ ແບບເຂັ້ມງວດຕໍ່ໄປ”.
ຄຽງຄູ່ກັນນັ້ນ ທ່ານ ຄຣິສຕາລິນາ ໄດ້ສະແດງໃຫ້ເຫັນວ່າ ການດຳເນີນ ນະໂຍບາຍ ເຂັ້ມງວດ ເພື່ອຮັກສາ ສະ ຖຽນລະພາບ ດ້ານລາຄາ ຍັງສົ່ງຜົນໃຫ້ ຕົ້ນທຶນ ແລະ ຄວາມຍາກ ລຳບາກ ໃນການ ຊຳລະໜີ້ສິນ ເພີ່ມສູງຂຶ້ນນຳອີກ. ນອກຈາກນັ້ນ, ທ່ານ ຍັງໄດ້ເນັ້ນໜັກ ວ່າ ເຖິງແມ່ນວ່າ ໄອເອັມເອຟ ຈະມີຄວາມເຂົ້າໃຈ ກ່ຽວກັບ ຄວາມຈຳເປັນ ໃນການສ້າງ ຄວາມເຂັ້ມແຂງ ທາງດ້ານການເງິນ, ແຕ່ການລົງມື ປະຕິບັດຕົວຈິງ ກໍຍັງມີບໍ່ພຽງພໍ. ນອກຈາກນີ້, ຍັງໄດ້ເນັ້ນໜັກເຖິງ ຄວາມສ່ຽງ ທີ່ອາດ ຈະເກີດຂຶ້ນ ຈາກ ການໃຊ້ເງິນ ກູ້ຢືມ ເພື່ອການລົງທຶນ (Leverage) ແລະ ການຈັດຫາເງິນທຶນ ໝູນວຽນ ໃນການລົງທຶນ ດ້ານເອໄອ ອີກດ້ວຍ./
