ອາຣັບບີ ຊາອຸດິດ ເພີ່ມການສົ່ງອອກນ້ຳມັນ ຜ່ານອ່າວອາຣັບ

22/09/2026 20:14
Email Print 83
KPL - Asean 2024 ປະເທດ ອາຣັບບີ ຊາອຸດິດ ໄດ້ເພີ່ມການສົ່ງອອກ ນ້ຳມັນດິບ ຜ່ານທ່າກຳປັ່ນຝັ່ງອ່າວອາຣັບ ຫລັງຈາກ ເຫດການໂຈມຕີ ເມື່ອອາທິດ ຜ່ານມາ ໄດ້ສົ່ງຜົນໃຫ້ ຕ້ອງຢຸດເຊົາ ການສົ່ງນ້ຳມັນ ຜ່ານທໍ່ສົ່ງ East-West Pipeline ເຊິ່ງເປັນ ທໍ່ເຊື່ອມຕໍ່ ເຂດຜະລິດ ນ້ຳມັນ

ຂປລ.ສຳນັກຂ່າວ ອິນໂຟເຄວສ: ປະເທດ ອາຣັບບີ ຊາອຸດິດ ໄດ້ເພີ່ມການສົ່ງອອກ ນ້ຳມັນດິບ ຜ່ານທ່າກຳປັ່ນຝັ່ງອ່າວອາຣັບ ຫລັງຈາກ ເຫດການໂຈມຕີ ເມື່ອອາທິດ ຜ່ານມາ ໄດ້ສົ່ງຜົນໃຫ້ ຕ້ອງຢຸດເຊົາ ການສົ່ງນ້ຳມັນ ຜ່ານທໍ່ສົ່ງ East-West Pipeline ເຊິ່ງເປັນ ທໍ່ເຊື່ອມຕໍ່ ເຂດຜະລິດ ນ້ຳມັນ ທາງຕາເວັນອອກ ກັບ ທ່າກຳປັ່ນ ຢານບູ (Yanbu) ທາງຝັ່ງທະເລແດງ.

ຂໍ້ມູນ ຈາກເວັບໄຊ TankerTrackers.com ລະບຸວ່າ: ບໍລິສັດ ຊາອຸດິ ອາຣາໂຄ (Saudi Aramco) ໄດ້ຂົນສົ່ງ ນ້ຳມັນດິບ ຂຶ້ນກຳປັ່ນ ບັນທຸກ ນ້ຳມັນດິບ ຂະໜາດໃຫຍ່ ພິເສດ (VLCC) ຈຳນວນ 7 ລຳ, ລວມປະລິມານປະມານ 14 ລ້ານຖັງ ທີ່ບໍລິເວນ ອ່າວອາຣັບ ເມື່ອວັນທີ 20 ກັນຍາ, ໂດຍພາບຖ່າຍ ດາວທຽມ ພົບວ່າ ເຮືອບັນທຸກທັງ 7 ລຳ ແມ່ນຈອດຢູ່ ໃກ້ກັບ ທ່າກຳປັ່ນ ຣາສ ທານູຣາ (Ras Tanura) ຂອງ ອາຣັບບີ ຊາອຸດິດ.

ການບັນທຸກ ນ້ຳມັນດິບ ລົງໄປກຳປັ່ນ ຜ່ານທ່າ ກຳປັ່ນຝັ່ງ ອ່າວອາຣັບນີ້ ໄດ້ສະແດງ ໃຫ້ເຫັນວ່າ ການສົ່ງອອກນ້ຳມັນ ຂອງ ອາຣັບບີ ຊາອຸດິດ ເລີ່ມຟື້ນຕົວ ຂຶ້ນມາ ໄດ້ບາງສ່ວນ, ໃນຂະນະທີ່ ຕະຫລາດ ຄາດການວ່າ ປະລິມານນ້ຳມັນ ທີ່ເພີ່ມຂຶ້ນນີ້ ຈະໄປກົດດັນ ລາຄາ ເຮັດໃຫ້ ລາຄາ ນ້ຳມັນດິບ ເບຣນທ໌ [BRENT.X] ຫລຸດລົງ ຕ່ຳກວ່າ 100ໂດລາ ສະຫະລັດ ຕໍ່ຖັງ ເຊິ່ງຖືເປັນ ການຫລຸດລົງ ຕໍ່າກວ່າ 100 ໂດລາ ສະຫະລັດ ເປັນຄັ້ງທຳອິດ ນັບຕັ້ງແຕ່ ວັນທີ 9 ກັນຍາ ເປັນຕົ້ນມາ./

KPL