ສປປ ລາວ ຈະສົ່ງ 12 ປະເພດກິລາ ຮ່ວມງານກິລາອາຊຽນພາຣາເກມ ຄັ້ງທີ 14 ທີ່ມາເລເຊຍ
ທ່ານ ລັດຖະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພາລະ ແລະ ສິລະປະສຶກສາ ໄດ້ໃຫ້ຮູ້ວ່າ: ໃນການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ຖືເປັນພາລະກິດສຳຄັນ ໃນການຮ່ວມມື ແລະ ປຶກສາຫາລື ກ່ຽວກັບທິດທາງການພັດທະນາກິລາຄົນພິການ ໃນພາກພື້ນອາຊຽນ, ພ້ອມທັງເປັນການກະກຽມຄວາມພ້ອມດ້ານຕ່າງໆ ທີ່ກ່ຽວຂ້ອງກັບການເຄື່ອນໄຫວວຽກງານກິລາຄົນພິການຂອງ ສປປ ລາວ ໃນເວທີສາກົນ. ຕາມແຜນງານຂອງກອງປະຊຸມ, ຄະນະຜູ້ແທນລະດັບສູງຈະໄດ້ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານ (APSF Board of Governors Meeting) ແລະ ກິດຈະກຳແລກປ່ຽນຕ່າງໆ ທີ່ທາງປະເທດມາເລເຊຍ ໄດ້ຈັດຂຶ້ນ.
ຫຼັງຈາກງານແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ 13 ສິ້ນສຸດລົງ, ສະຫະພັນກິລາຄົນພິການອາຊຽນ (APSF) ກໍຄື ປະເທດເຈົ້າພາບໄດ້ວາງແຜນຈະຈັດງານແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ 14 ໄລຍະວັນທີ 17-23 ຕຸລາ 2027 ທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ, ໄດ້ສະເໜີໃຫ້ບັນດາປະເທດສະມາຊິກຄົນພິການອາຊຽນ ແຈ້ງເຈດຈຳນົງສະເໜີຈຳນວນປະເພດກິລາ ເຂົ້າຮ່ວມແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ 14 ໃຫ້ເຈົ້າພາບໃນເບື້ອງຕົ້ນ. ໃນນັ້ນ, ສປປ ລາວ ສະເໜີ 12 ປະເພດກິລາຄົນພິການຮ່ວມຊີງໄຊ
