ສສ ຫວຽດນາມ-ກົດດີວົວ ຊຸກຍູ້ການຮ່ວມມືໃນຂົງເຂດກະສິກຳ

ຂປລ.ວິທະຍຸກະຈ່າຍ ສຽງຫວຽດນາມ, ວັນທີ 25 ສິງຫາ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານ ແພດທຣິກ ອາຊີ(Patrick Achi) ປະທານສະພາແຫ່ງຊາດ ກົດດີວົວ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນເກິ່ນເທີ ຂອງ ສສ ຫວຽດນາມ, ຈາກນັ້ນ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ກະສິກຳ ເຕັກໂນໂລຢີສູງ ຈຸງອານຂອງ ສສ ຫວຽດນາມ, ທ່ານ ເຈິ່ນແທັງເໝິນ ແລະ ທ່ານ ແພດທຣິກ ອາຊີ ໄດ້ລົງຢ້ຽມຢາມລະບົບ ຊິໂລ(silo) ບັນຈຸເຂົ້າສານ, ໂຮງງານສີເຂົ້າ , ຕ່ອງໂສ້ຫຸ້ມຫໍ່ເຂົ້າສານ ແລະ ເຂດທ່າກຳປັ່ນຢູ່ແຄມແມ່ນ້ຳຂອງ; ຢ້ຽມຊົມບັນດາຜະລິດຕະພັນເຂົ້າສານ ແລະ ຜະລິດຕະພັນປຸງແຕ່ງ ຈາກເຂົ້າສານຂອງບໍລິສັດ; ຢ້ຽມຢາມ ທົ່ງນາປູກແນວພັນເຂົ້າ ທີ່ໄດ້ສະມັດຕະພາບສູງຍາມ ລະດູຮ້ອນ-ໃບໄມ້ຫລົ່ນ 2026.ໃນໂອກາດ ທີ່ລົງຢ້ຽມຢາມ ແລະ ເຮັດວຽກ ຢູ່ບໍລິສັດ Caseamex, ວິສາຫະກິດຳເນີນທຸລະກິດ ໃນຂົງເຂດສິນໃນນ້ຳ, ທ່ານ ແພດທຣິກ ອາຊີ ໄດ້ໃຫ້ຮູ້ວ່າ: ອາຟຣິກາ ເວົ້າລວມ ແລະ ອາຟຣິກາ ຕາເວັນຕົກ ເວົ້າສະເພາະ ຈະແມ່ນຕະຫລາດ ທີ່ມີຄວາມສາມາດບົ່ມຊ້ອນ ເພື່ອໃຫ້ບັນດາຜະລິດຕະພັນ ກໍ່ຄືເຕັກໂນໂລຢີຂອງ ສສ ຫວຽດນາມ ເຂົ້າເຖິງ ແລະ ປາດຖະໜາວ່າ ສສ ຫວຽດນາມ ຈະແມ່ນໜຶ່ງ ໃນບັນດາປະເທດນຳໜ້າ, ມີໜ້າຢູ່ ຕະຫລາດກົດດີວົວ ໂດຍໄວ ເພື່ອໝູນໃຊ້ບັນດາທ່າໄດ້ປຽບ ໃຫ້ດີທີສຸດ ບໍ່ພຽງແຕ່ ໃນການເຄື່ອນໄຫວ ດ້ານການຄ້າ ເທົ່ານັ້ນ ຫາກຍັງໃນການລົງທຶນ ແລະ ຜະລິດອີກດ້ວຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
