ປະກອບຄຳເຫັນໃສ່ຮ່າງແຜນງານຊີວະນາຯພັນແຫ່ງຊາດ ສະບັທີ່ 3
ໂດຍການ ເປັນປະທານຂອງທ່ານ ສີລິພົນ ພິທັກສູນ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະ ນາຊົນນະບົດ (ສກປພ), ຮ່ວມກັບບັນດາຄະນະກົມທີ່ຂຶ້ນກັບກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ມີ ຜູ້ຕາງໜ້າສູນຄົ້ນຄວ້າທີ່ຂຶ້ນກັບ ສກປພ ແລະ ພະນັກງານວິຊາການ ກ່ຽວຂ້ອງເຂົ້າຮ່ວມ. ການປະກອບຄຳເຫັນໃສ່ຮ່າງ ເບື້ອງຕົ້ນແຜນງານຊີວະນາໆພັນ ກະສິກໍາແຫ່ງຊາດ ສະບັບ III ຄັ້ງນີ້, ເນັ້ນໃສ່ການທົບທວນຄືນຜົນການ ປະເມີນການຈັດຕັ້ງປະຕິບັດແຜນ ງານຊີວະນາໆພັນກະສິກໍາແຫ່ງ ຊາດ ສະບັບ II ທີ່ຜ່ານມາໃນກອບ ປີ 2015-2025, ກອບວຽກຊີ ວະນາໆພັນສາກົນ, ກອບນິຕິກໍາ ແລະ ນະໂຍບາຍຂອງ ສປປ ລາວ ທີ່ກ່ຽວຂ້ອງ ກັບຊີວະນາພັນກະສິກຳ. ພ້ອມກັນນັ້ນ, ກໍເພື່ອກວດກາຄວາມສອດຄ່ອງຂອງແຜນວຽກຊີວະນາໆພັນ ກະສິກຳທີ່ເຊື່ອມຢູ່ໃນຍຸດທະສາດຊີວະນາໆພັນແຫ່ງ ຊາດ ສະບັບທີ III (2026-2030) ເພື່ອຮັບປະກັນ ວ່າທັງສອງແຜນງານມີການເຊື່ອມສານກັນຢ່າງແໜ້ນ ແຟ້ນ ແລະ ເປັນເອກະພາບກັນໃນພາກປະຕິບັດລວມ ເຖິງວິໄສທັດ ຮອດປີ 2050, ເປົ້າໝາຍລວມ ຮອດປີ 2030, ແຜນວຽກຈຸດສຸມ 2026 ຫາ 2030. ກອງປະຊຸມໄດ້ເປີດກວ້າງສົນທະນາແລກປ່ຽນຂໍ້ມູນ ເຊິ່ງກັນ ແລະ ກັນ ຊຶ່ງເປັນບາດກ້າວສໍາຄັນໃນການສັງລວມຂໍ້ມູນຈາກບັນດາຄູ່ຮ່ວມງານ ເພື່ອມາປັບປຸງບັນດາເນື້ອໃນແຜນງານດັ່ງກ່າວ, ໃຫ້ມີຄວາມຄົບຖ້ວນ, ອຸດົມສົມບູນຂຶ້ນ ແລະ ຜົນໄດ້ຮັບຈາກກອງປະຊຸມຄັ້ງນີ້, ຈະເປັນການປູທາງໃຫ້ແກ່ການເຊື່ອມໂຍງເປົ້າໝາຍ ອັນໜຶ່ງອັນດຽວກັນ ຊຶ່ງຄາດວ່າຈະຖືກຮັບຮອງຢ່າງ ເປັນທາງການໃນທ້າຍປີ 2026 ນີ້. ຂ່າວ-ພາບ: ລຳເງິນ
