10 ສະຖານທີ່ທ່ອງທ່ຽວຂອງນະຄອນຫລວງທີ່ບໍ່ຄວນພາດ

26/08/2026 13:30
Email Print 83
KPL - Asean 2024 ຂປລ. ນະຄອນຫລວງວຽງຈັນ ເປັນເມືອງທີ່ມີສະເໜ່ເປັນເອກະລັກອຸດົມໄປດ້ວຍວັດທະນະທຳ, ປະຫວັດສາດ, ສິລະປະ ແລະ ຄວາມງົດງາມຂອງທຳມະຊາດແຄມຝັ່ງແມ່ນ້ຳຂອງ ​ເຊິ່ງ​ເປັນ​ອີກໜຶ່ງຈຸດໝາຍປາຍທາງ​ການທ່ອງທ່ຽວ ຂອງ​ນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ທີ່​ຫລັ່ງ​ໄຫລ​ເຂົ້າ​ມາ​ສໍາຜັດ​ຄວາມ​ສວຍ​ງາມ​ນີ້​ຢ່າງ​ບໍ່​ຂາດ​ສານ​ໃນ​ແຕ່​ລະ​ມື້ ​​ເນື່ອງ​ຈາກ​ວ່າ ນະຄອນຫລວງ​ວຽງຈັນ

ຂປລ. ນະຄອນຫລວງວຽງຈັນ ເປັນເມືອງທີ່ມີສະເໜ່ເປັນເອກະລັກອຸດົມໄປດ້ວຍວັດທະນະທຳ, ປະຫວັດສາດ, ສິລະປະ ແລະ ຄວາມງົດງາມຂອງທຳມະຊາດແຄມຝັ່ງແມ່ນ້ຳຂອງ ​ເຊິ່ງ​ເປັນ​ອີກໜຶ່ງຈຸດໝາຍປາຍທາງ​ການທ່ອງທ່ຽວ ຂອງ​ນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ທີ່​ຫລັ່ງ​ໄຫລ​ເຂົ້າ​ມາ​ສໍາຜັດ​ຄວາມ​ສວຍ​ງາມ​ນີ້​ຢ່າງ​ບໍ່​ຂາດ​ສານ​ໃນ​ແຕ່​ລະ​ມື້ ​​ເນື່ອງ​ຈາກ​ວ່າ ນະຄອນຫລວງ​ວຽງຈັນ ​ເປັນ​ເມືອງ​ຫລວງ​ຂອງ​ປະ​ເທດລາວ  ​ແລະ ມີ​ສະຖານ​ທີ່​ທ່ອງ​ທ່ຽວທີ່​ມີ​ຊື່ສຽງ​​ ທີ່​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ ຈາກ​ທົ່ວ​ທຸກ​ມຸ​ມ​ໂລກ​​ໃຫ້​ມາ​ທ່ອງສປປ​ລາວ. ສະນັ້ນ, ​​ເພື່ອ​ເຮັດ​ໃຫ້​ສະຖານ​ທີ່​ທ່ອງ​ທ່ຽວ  ​ເປັນ​ທີ່​ຮູ້ຈັກ​ຫລາຍ​ຂຶ້ນ. ຄໍ​ລໍາ ທ່ອງ​ທ່ຽວເມືອງລາວ ຂໍສະ​ເໜີ 10 ສະຖານທີ່ທ່ອງທ່ຽວໂດດເດັ່ນ ທີ່ທ່ານບໍ່ຄວນພາດເມື່ອມາຢ້ຽມຢາມນະຄອນຫລວງວຽງຈັນ.

  1. ພະທາດຫລວງວຽງຈັນ:ປູຊະນີຍະສະຖານອັນສັກສິດ ແລະ ເປັນໜຶ່ງໃນສັນຍະລັກອັນສຳຄັນຂອງຊາດລາວ. ພະທາດຫລວງວຽງຈັນ ໄດ້ປະກາຍເປັນສີທອງຄໍາອັນຮຸ່ງເຮືອງ ເຫລືອງເຫລື້ອມ ເຊິ່ງຕັ້ງຢູ່ຢ່າງໂດດເດັ່ນ ແລະ ສະຫງ່າຜ່າເຜີຍ ເຂດເມືອງໄຊເຊດຖາ, ນະຄອນຫລວງວຽງຈັນ, ເປັນພະທາດ ທີ່ບັນຈຸພະສາລິຣິກະທາດ ຂອງພະພຸດທະເຈົ້າ ທັງເປັນສູນ ລວມແຫ່ງ ຈິດວິນຍານ ແລະ ມິ່ງຂວັນອັນລໍ້າຄ່າ ຂອງປວງຊົນລາວທັງຊາດ. ພະທດຫລວງມີຄວາມໂດດເດັ່ນທັງດ້ານສະຖາປັດຕະຍະກຳ, ປະຫວັດສາດ ແລະ ສະສະໜາທີ່ສືບທອດກັນມາຍາວນານ.
  2. ປະຕູໄຊ: ອະນຸສາວະລີ ສຳຄັນຂອງນະຄອນຫລວງວຽງຈັນ ທີ່ມີສະຖາປັດຕະຍະກຳອັນໂດດເດັ່ນ ປະດັບປະດາດ້ວຍລວດຫລາຍສິລະປະລາວ. ເປັນອີກໜຶ່ງຈຸດທີ່ນັກທ່ອງທ່ຽວນິຍົມໄປຢ້ຽມຊົມ ແລະ ຖ່າຍຮູບ.
  3. ວັດສີສະເກດ: ເປັນວັດທີ່ເກົ່າແກ່ ມີຄຸນຄ່າສູງທາງດ້ານສິລະປະ ແລະ ປະຫວັດສາດ ທີ່ຍັງຄົງຮັກສາສະພາບເດີມໄວ້ໄດ້.  ພາຍໃນວັດມີພະພຸດທະຮູບຈຳນວນຫລາຍ ແລະ ຮູບແບບສິລະປະອັນເປັນເອກະລັກ ໃຫ້ຜູ້ມາຢ້ຽມຊົມໄດ້ສຶກສາຮຽນຮູ້.


  4. ຫໍພະແກ້ວ: ອະດີດວັດຫລວງທີ່ປັດຈຸບັນກາຍເປັນພິພິທະພັນເກັບຮັກສາວັດຖຸບູຮານ ແລະ ສິລະປະອັນລ້ຳຄ່າ. ເປັນອີກແຫ່ງທີ່ຊ່ວຍໃຫ້ຜູ້ມາຢ້ຽມຊົມເຂົ້າໃຈມໍລະດົກທາງສາສະໜາ ແລະ ສິລະປະຂອງລາວຫລາຍຂຶ້ນ.
  5. ວັດສີເມືອງ: ວັດທີ່ມີຊື່ສຽງທາງດ້ານຄວາມສັກສິດ ແລະ ເປັນສູນລວມຈິດໃຈຂອງຊາວນະຄອນຫລວງວຽງຈັນໃຫ້ຄວາມເຄົາລົບ ແລະ ສັດທາ,  ມີປະຊາຊົນເຂົ້າໄປກາບໄຫວ້ ແລະ ຂໍພອນຢູ່ເປັນປະຈຳ ເຮັດໃຫ້ວັດແຫ່ງນີ້ມີບັນຍາກາດຄຶກຄື້ນ ແລະ ສະທ້ອນໃຫ້ເຫັນເຖິງວິຖີຊີວິດທາງສາສະໜາຂອງຊາວລາວ.
  6. ສວນວັດຊຽງຄວນ (Buddha Park): ສວນທີ່ມີຮູບປັ້ນພະພຸດທະຮູບ ແລະ ຮູບປັ້ນຕາມຕຳນານພື້ນເມືອງຫລາຍກວ່າ 200 ອົງ, ຕັ້ງຢູ່ແຄມຝັ່ງແມ່ນ້ຳຂອງ. ດ້ວຍຮູບປັ້ນທີ່ມີຮູບຊົງແປກຕາ ແລະ ບັນຍາກາດຫົ່ມເຢັນ ຈຶ່ງເປັນຈຸດທ່ອງທ່ຽວຍອດນິຍົມ ຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.
  7. ຕະຫລາດເຊົ້າ (Talat Sao): ແຫລ່ງຊື້ເຄື່ອງຝາກຂອງຕ້ອນ ແລະ ສິນຄ້າຫັດຖະກຳລາວເຊັ່ນ: ຜ້າໄໝລາວ , ແຜ່ນແພ, ເຄື່ອງເງິນ ແລະ ຂອງທີ່ລະນຶກ. ນັກທ່ອງທ່ຽວສາມາດສຳຜັດບັນຍາກາດການຄ້າຂາຍ ແລະ ສິນຄ້າທ້ອງຖິ່ນ.


  8. ສວນເຈົ້າອະນຸວົງ ເປັນສວນສາທາລະນະແຄມແມ່ນ້ຳຂອງ ທີ່ເໝາະແກ່ການຍ່າງຫລິ້ນ, ພັກຜ່ອນ ແລະ ອອກກຳລັງກາຍ. ໃນຕອນແລງບໍລິເວນແຫ່ງນີ້ມີບັນຍາກາດສວຍງາມ ເໝາະສຳລັບຊົມທິວທັດ ແລະ ສຳຜັດບັນຍາກາດແຄມຂອງ.
  9. ທາດດຳ: ເປັນເຈດີບູຮານທີ່ຕັ້ງຢູ່ໃຈກາງນະຄອນຫລວງ. ນອກຈາກຄຸນຄ່າດ້ານປະຫວັດສາດແລ້ວ ຍັງມີຕຳນານເລື່ອງເລົ່າກ່ຽວກັບພະຍານາກທີ່ປົກປັກຮັກສາເມືອງ ເຮັດໃຫ້ເປັນຈຸດໝາຍອີກແຫ່ງທີ່ໜ້າສົນໃຈ.
  10. ຫໍພິພິຕະພັນສິລະປະລາວ:   ແມ່ນ​ຫໍພິພິຕະພັນທີຮວບຮວມຜົນງານສິລະປະ ໂດຍມີຜົນງານ​ແກະສະຫລັກ​ໄມ້​ທີ່​ໃຫຍ່​ ຍິ່ງໃຫຍ່ອັງລັງການທີ່ສຸດແຫ່ງໜຶ່ງໃນປະເທດລາວ ພາຍໃນຫໍພິພິຕະພັນເຕັມໄປດ້ວຍໄມ້ເເກະສະລັກ ພະພຸດທະຮູບ ເເລະ ຮູບແຕ້ມອັນສວຍງາມທີ່ບົ່ງບອກເຖິງຄວາມເປັນເອກກະລັກຂອງລາວ ໂດຍສະຖານທີ່ຕັ້ງຢູ່ເຂດໜອງເຊື່ອມ ບ້ານ ໂນນສະອາດ,ເມືອງ ໄຊທານີ,ນະຄອນຫລວງວຽງຈັນ.

ແນວໃດກໍຕາມ, ສະຖານທີ່ທັງ 10 ແຫ່ງນີ້ ເປັນພຽງສ່ວນໜຶ່ງຂອງແຫລ່ງທ່ອງທ່ຽວໃນນະຄອນຫລວງວຽງຈັນ ຊຶ່ງແຕ່ລະແຫ່ງລ້ວນມີເອກະລັກ, ຄຸນຄ່າດ້ານປະຫວັດສາດ, ວັດທະນະທຳ ແລະ ສິລະປະທີ່ແຕກຕ່າງກັນ. ສຳລັບຜູ້ທີ່ມາຢ້ຽມຢາມນະຄອນຫລວງ ບໍ່ຄວນພາດໂອກາດສຳຜັດຄວາມງາມ ແລະ ສະເໜ່ຂອງເມືອງລາວດ້ວຍຕົນເອງ.

KPL