ປະທານຄະນະກວດກາສູນກາງພັກ ຕິດຕາມສະພາບນໍ້າຖ້ວມຢູ່ແຂວງຄຳມ່ວນ
ຂປລ. ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ, ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍການນຳຂອງແຂວງ, ພະແນກການຂັ້ນແຂວງ, ການນໍາຂັ້ນເມືອງເຂົ້າຮ່ວມຕ້ອນຮັບ.
![]()
ການລົງພື້ນທີ່ຄັ້ງນີ້, ໄດ້ຕິດຕາມເບ່ິງສະພາບນ້ຳຖ້ວມຢູ່ເມືອງຫີນບູນ ແລະ ເມືອງເຊບັ້ງໄຟ. ສຳລັບເມືອງຫີນບູນ ມີບ້ານທ່ີໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ 54 ບ້ານ, ກວມ 54% ຂອງຈໍານວນບ້ານໃນທົ່ວເມືອງ, ມີ 3.294 ຄອບຄົວ, ພົນລະເມືອງ 15.132 ຄົນ, ຍິງ 8.173 ຄົນ ທີ່ໄດ້ຮັບຜົນກະທົບ. ນອກນີ້, ຍັງມີເນື້ອທີ່ນາປີຖືກນໍ້າຖ້ວມ 2.999 ເຮັກຕາ, ສວນມັນຕົ້ນ 199,1 ເຮັກຕາ, ສວນຢາງພາລາ 231,1 ເຮັກຕາ ແລະ ພື້ນຖານໂຄງລ່າງເປັນຕົ້ນເສັ້ນທາງ, ລະບົບຊົນລະປະທານ, ໄຟຟ້າ ແລະ ໂຮງຮຽນຈໍານວນໜຶ່ງທີ່ຖືກນໍ້າຖ້ວມ. ສ່ວນຜົນເສຍຫາຍແມ່ນຍັງບ່ໍສາມາດປະເມີນໄດ້ ເນ່ືອງຈາກສະພາບນໍ້າຢູ່ໃນຫລາຍເຂດຍັງບໍ່ທັນບົກແຫ້ງ. ສ່ວນຢູ່ເມືອງຫີນບູນຄະນະຍັງລົງຢ້ຽມຢາມ ແລະ ຕິດຕາມຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບ້ານວັງຫົວປາທ່ີເປັນອີກ 1 ບ້ານ ທີ່ໄດ້ຮັບຜົນກະທົບໜັກ ຊຶ່ງບ້ານວັງຫົວປາ ປະກອບມີ 126 ຄອບຄົວ, ພົນລະເມືອງ 598 ຄົນ, ຍິງ 320 ຄົນ, ມີເນື້ອທີ່ນາຖືກນ້ໍາຖ້ວມ 50 ເຮັກຕາ, ເນື້ອທີ່ປູກມັນ ຕົ້ນ 1 ເຮັກຕາ, ເນື້ອທີ່ປູກຢາງພາລາ 15 ເຮັກຕາ. ຈາກນ້ັນ ກໍສືບຕ່ໍເດີນທາງຕິດຕາມສະພາບນ້ຳຖ້ວມ ຢູ່ເມືອງເຊບັ້ງໄຟ ຊຶ່ງໄດ້ຢ້ຽມຢາມສູນອົບພະຍົບຊົ່ວຄາວ ຢູ່ບ້ານແກ້ງແປ ລວມມີ 2 ບ້ານຄື: ບ້ານແກ້ງແປ ແລະ ບ້ານທ່າຄໍ້, ມີ 75 ຄອບຄົວທີ່ໄດ້ຍົກຍ້າຍມາຢູ່ທີ່ສູນດັ່ງກ່າວ. ການລົງຕິດຕາມສະພາບນ້ຳຖ້ວມໃນຄັ້ງນີ້, ສະແດງໃຫ້ເຫັນເຖິງຄວາມໃສ່ໃຈຂອງການນຳຂັ້ນສູນກາງ ແລະ ການນຳຂອງແຂວງຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ. ພ້ອມນີ້, ຍັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ປັດໄຈຈໍານວນໜຶ່ງໃຫ້ແກ່ບ້ານວັງຫົວປາ ແລະ ສູນອົບພະຍົບຊົ່ວຄາວບ້ານແກ້ງແປ ເພື່ອແຈກຢາຍໃຫ້ແກ່ປະຊາຊົນ.
![]()
ໂອກາດນ້ີ, ທ່ານ ວັນໄຊ ພອງສະຫວັນ ຍັງໄດ້ມີຄໍາເຫັນໂອ້ລົມຕໍ່ອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນທັງ 2 ຈຸດ ໃຫ້ມີການຄ້ົນຄວ້າປຶກສາຫາລືວາງແຜນໃນການພື້ນຟູການຜະລິດພາຍຫລັງທີ່ນໍ້າບົກແຫ້ງ ເພື່ອທົດແທນຜົນຜະລິດທ່ີເສຍຫາຍໄປຈາກໄພນ້ໍາ ຖ້ວມ ເພື່ອແກ້ໄຂຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ, ຂຶ້ນແຜນຄວາມຕ້ອງການທາງດ້ານແນວພັນພືດແລ້ວສະເໜີຫາຂະແໜງການຂັ້ນເມືອງ, ຂັ້ນແຂວງຄົ້ນຄວ້າ ແລະ ຕອບສະໜອງຕາມຄວາມເໝາະສົມ, ເອົາໃຈໃສ່ຕິດຕາມກ່ຽວກັບພະຍາດທ່ີອາດຈະເກີດຂ້ຶນຈາກໄພນໍ້າຖ້ວມ, ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພ່ືອຄວາມເປັນລະບຽບຮຽບຮ້ອຍ ແລະ ເອົາໃຈໃສ່ຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອພ້ອມພາກັນສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ໄປໄດ້ດ້ວຍດີ.
