ແຜ່ນດິນໄຫວຮຸນແຮງຢູ່ ເວເນຊູເອລາ ເຮັດໃຫ້ມີຜູ້ເສຍຊີວິດ ສູງເຖິງ 6.438 ຄົນ
Email
Print
83
KPL - Asean 2024
ທ່ານ ໂຮເກ ໂຣດຣີເກັສ ປະທານສະພາແຫ່ງຊາດ ເວເນຊູເອລາ ໄດ້ໂພສຂໍ້ຄວາມ ຜ່ານສື່ສັງຄົມອອນລາຍວ່າ: ຈຳນວນຜູ້ເສຍຊີວິດ ຈາກເຫດການແຜ່ນດິນໄຫວ ຮຸນແຮງ ຢູ່ເວເນຊູເອລາ ໃນວັນທີ 24 ມິຖຸນາ ມາຮອດປັດຈຸບັນ ໄດ້ເພີ່ມຂຶ້ນຮອດ 6.438 ຄົນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 17 ສິງຫານີ້, ທ່ານ ໂຮເກ ໂຣດຣີເກັສ ປະທານສະພາແຫ່ງຊາດ ເວເນຊູເອລາ ໄດ້ໂພສຂໍ້ຄວາມ ຜ່ານສື່ສັງຄົມອອນລາຍວ່າ: ຈຳນວນຜູ້ເສຍຊີວິດ ຈາກເຫດການແຜ່ນດິນໄຫວ ຮຸນແຮງ ຢູ່ເວເນຊູເອລາ ໃນວັນທີ 24 ມິຖຸນາ ມາຮອດປັດຈຸບັນ ໄດ້ເພີ່ມຂຶ້ນຮອດ 6.438 ຄົນ. ຈາກຂໍ້ມູນທີ່ ທ່ານ ໂຣດຣີເກັສ ເປີດເຜີຍຜ່ານສື່ສັງຄົມອອນລາຍໃຫ້ຮູ້ວ່າ: ມີປະຊາຊົນ 6.462 ຄົນ ໄດ້ຮັບການຊ່ວຍເຫລືອ ແລະ ຫລາຍກວ່າ 86,000 ຄົນ ໄດ້ຮັບການປິ່ນປົວຢູ່ໂຮງໝໍ. ນີ້ແມ່ນເຫດການ ແຜ່ນດິນໄຫວ ຮຸນແຮງທີ່ສຸດໃນຮອບ ຮ້ອຍກວ່າປີຢູ່ ເວເນຊູເອລາ ໂດຍເກີດແຜ່ນດິນໄຫວ ຮຸນແຮງສອງຄັ້ງ ທີ່ມີຂະໜາດ ຄວາມແຮງ 7 ຣິກເຕີຂຶ້ນໄປ ພາຍໃນໜຶ່ງນາທີ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
