ກະຊວງ ຍທຂ ເປີດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງຂັ້ນຕົ້ນ ຊຸດທີ III

18/08/2026 10:59
Email Print 83
KPL - Asean 2024 ທ້າຍອາທິດຜ່ານມາ, ສະຖາບັນໂຍທາທິການ ແລະ ຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເປີດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ຂັ້ນຕົ້ນ ຊຸດທີ III.

      ຂປລ.  ໂດຍໃຫ້ກຽດເປັນປະທານຮ່ວມຂອງສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ສະຫາຍ ດາວສະຫວັນ ເຄືອມີໄຊ ກໍາມະການສໍາຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາສະຫາຍຄະນະພັກ, ຄະນະນໍາກົມຄຸ້ມຄອງການຮຽນ-ການສອນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ກົມຈັດຕັ້ງ, ຫ້ອການກະຊວງ, ກົມກວດກາ ແລະ  ສະຖາບັນໂຍທາທິການ ແລະ ຂົນສ່ົງ ແລະ ສຳມະນກອນເຂົ້າຮ່ວມ. 

     ສະຫາຍ ບົວຂາວ ຂຸນພະຍາ ຮັກສາການຫົວໜ້າສະຖາບັນໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ຮູ້ວ່າ: ຊຸດຝຶກອົບຮົມຄັ້ງນີ້, ມີສໍາມະນາກອນທັງໝົດ 34 ສະຫາຍ, ຍິງ 8 ສະຫາຍ, ຄູ-ອາຈານ ສິດສອນ ທັງໝົດ 33 ສະຫາຍ, ຍິງ 12 ສະຫາຍ ຊຶ່ງມາຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ນອກຈາກນັ້ນ, ຍັງຈະມີຄະນະພັກ, ຄະນະນໍາກະຊວງ ແລະ ບັນດາຫົວໜ້າກົມອ້ອມຂ້າງກະຊວງ ຍທຂ ກໍຈະມາຂຶ້ນຫ້ອງໃນຫົວຂໍ້ທີ່ກ່ຽວຂ້ອງ ກັບວຽກຂອງບັນດາກົມ ຊຶ່ງຈະເຮັດໃຫ້ການຮຽນໃນຄັ້ງນີ້ມີເນື້ອໃນໜັກແໜ້ນ ແລະ ອຸດົມສົມບູນ ທັງຫລັກທິດສະດີ ແລະ ຫລັກວິຊາການ. ເພື່ອໃຫ້ສໍາມະນາກອນ ຮູ້ຈັກໝູນໃຊ້ຫລັກການທາງທິດສະດີ ແລະ ແນວທາງນະໂຍບາຍຂອງລັດເຂົ້າໃນການເຄື່ອນໄຫວວຽກວິຊາການ ແລະ ຂະບວນການໃຫ້ເປັນແບບຢ່າງໃນການນໍາພາໃນຂົງເຂດທີ່ສຳມະນາກອນສັງກັດຢູ່.

    ການເປີດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງຂັ້ນຕ້ົນຊຸດທີ III ໃນຄັ້ງນີ້ ເພື່ອສ້າງໃຫ້ນັກຝຶກອົບຮົມມີຄວາມຮັບຮູ້ເຂົ້າໃຈຕ່ໍກັບບັນດາຫລັກມູນພື້ນຖານຂອງທິດສະດີມາກ-ເລນິນ ຢ່າງເປັນລະບົບ ແລະ ຈະແຈ້ງກວ່າເກົ່າເປັນຕົ້ນແມ່ນວິທີສັດຈະວິພາກວັດຖຸນິຍົມ, ບັນດາຄູ່ມາດຕະເກນ ແລະ ກົດເກນພ້ືນຖານຕ່າງໆ, ທິດສະດີວ່າດ້ວຍຮູບຖານເສດຖະກິດສັງຄົມ, ບັນດາຫລັກມູນພື້ນຖານທາງດ້ານທິດສະດີເສດຖະສາດການເມືອງຂອງມາກ, ແນວທາງເສດຖະກິດ ແລະ ນະໂຍບາຍສັງຄົມຂອງພັກ, ທິດສະດີກໍ່ສ້າງພັກແບບໃໝ່ຂອງເລນິນ, ແນວຄິດ ໄກສອນ ພົມວິຫານ ເຊິ່ງເປັນຫລັກມູນທິດສະດີພື້ນຖານທີ່ພັກ- ລັດ ພວກເຮົາໝູນໃຊ້ໃນການຈັດຕ້ັງປະຕິບັດວຽກງານຕົວຈິງ;  ເພື່ອເຮັດໃຫ້ນັກຝຶກອົບຮົມສາມາດກໍາໄດ້ກ່ຽວກັບບົດບາດການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕໍ່ກົນໄກເສດຖະກິດຕະຫລາດ, ການພົວພັນເສດຖະກິດກັບຕ່າງປະເທດ ແລະ ການສູ້ຊົນເຮັດໃຫ້ປະເທດເຮົາຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາ; ພ້ອມກັນເຊ່ືອມຊຶມຄືນໃໝ່ ຕ່ໍແນວທາງປ່ຽນແປງໃໝ່ຢ່າງຮອບດ້ານມີ ຫລັກການຂອງພັກ ເປັນຕົ້ນແມ່ນຈຸດໝາຍກ້າວຂຶ້ນສັງຄົມນິຍົມຂອງປະເທດເຮົາ, ຮັບຮູ້ບັນຫາແນວທາງເສດຖະກິດ ແລະ ນະໂຍບາຍສັງຄົມ ຈຳນວນໜຶ່ງທີ່ຈຳເປັນຂອງພັກ ແລະ ລັດຖະບານ; ເປັນການຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງໃຫ້ສະມາຊິກພັກ-ພະນັກງານຫລັກແຫລ່ງ ແລະ ເພື່ອນຳເອົາຄວາມຮູ້ເຫລົ່ານີ້ ມາໝູນໃຊ້ເຂົ້ໃນການປະຕິບັດໜ້າທີ່ການເມືອງ ແລະ ວຽກງານຕົວຈິງຂອງຕົນເອງ ທີ່ຮັບຜິດຊອບໃຫ້ເກີດຜົນປະໂຫຍດສູງສຸດ; ທັງເປັນການບຳລຸງ, ກ່ໍສ້າງພະນັກງານ-ສະມາຊິກພັກ ພະນັກງານຫລັກແຫລ່ງສືບທອດປ່ຽນແທນໃນອະນາຄົດໃຫ້ສອດຄ່ອງ ຕາມແຜນພັດທະນາບຸກຄະລາກອນ ຂອງກະຊວງໂຍທາທິການ ແລະ ຂົນສົ່ງວາງອອກ. 

    ຊຸດຮຽນທິດສະດີການເມືອງ ແລະ ການປົກຄອງຂ້ັນຕ້ົນ ຊຸດທີ III  ນີ້, ສຳມະນາກອນຈະໄດ້ຮຽນຮູ້ບັນດາເນື້ອໃນບົດສອນປະກອບມີ 8 ກຸ່ມ ພາກວິຊາ, ມີບົດຮຽນທັງໝົດ 42 ບົດເປັນຕົ້ນປັດຊະຍາມາກ-ເລນິນ; ເສດຖະກິດການເມືອງມາກ-ເລນິນ; ລັດທິສັງຄົມນິຍົມວິທະຍາສາດ; ການເມືອງວິທະຍາ; ປະຫວັດສາດພັກ ແລະ ກໍ່ສ້າງ; ກໍ່ສ້າງພັກ; ແນວຄິດ ໄກສອນ ພົມວິຫານ ແລະ ການຄຸ້ມຄອງ ແລະ ບໍລິຫານລັດ.

    ນອກຈາກນີ້, ສໍາມະນາກອນ ຍັງຈະໄດ້ເຂົ້າຮ່ວມຫລາຍກິດຈະກຳ ເຊັ່ນ: ການຮໍ່າຮຽນທິດສະດີຢູ່ຫ້ອງຮຽນ, ການຄົ້ນຄວ້າເປັນໜ່ວຍ, ການຄ້ົນຄວ້າລວມຫ້ອງ, ໄປທັດສະນະສຶກສາຢ້ຽມຢາມສະຖານທີ່ສຳຄັນຕ່າງໆທາງດ້ານມູນເຊື້ອທິດສະດີການເມືອງ ແລະ ການປົກຄອງ ທີ່ສອດຄ່ອງກັບເນື້ອໃນຫລັກສູດເຊັ່ນ: ຫໍພິພິຕະພັນຂອງອະດີດຜູ້ນຳ ແລະ ໄປຖອດຖອນບົດຮຽນນຳຫົວໜ່ວຍຜະລິດເປັນສິນຄ້າ ຫລື ຫົວໜ່ວຍບໍລິການທ່ີສຳຄັນຕ່າງໆ. ນອກຈາກນັ້ນ, ສຳມະນາກອນກໍຈະໄດ້ຂຽນບົດເກັບກ່ຽວ, ການຜ່ານບົດເກັບກ່ຽວບຸກຄົນ, ພ້ອມທັງການຮັບລາຍງານສ່ອງແສງເປັນລາຍອາທິດ ແລະ ແກ້ໄຂຂ້ໍຂ້ອງໃຈຕ່າງໆຈາກອາຈານປະຈຳພາກວິຊາອີກດ້ວຍ.

KPL