ນາຍົກລັດຖະມົນຕີ ຢ້ຽມຢາມສູນຮັບຕ້ອນຜູ້ອົບພະຍົບກັບຄືນມາຈາກຕ່າງປະເທດ
Email
Print
83
KPL - Asean 2024
ເມ່ືອບ່ໍດົນມານ້ີ, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ລົງຢ້ຽມຢາມສູນຕ້ອນຮັບຜູ້ອົບພະຍົບທ່ີກັບຄືນມາຈາກຕ່າງປະເທດ ຢູ່ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫລວງວຽງຈັນ.
ຂປລ.ການລົງໄປຢ້ຽມຢາມຄ້ັງນ້ີ, ທ່ານໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ອົບພະຍົບໃຫ້ເຊື່ອໝັ້ນຢ່າງໜັກແໜ້ນຕ່ໍການນຳພາ-ຊີ້ນຳຂອງພັກ-ລັດ, ເສີມຂະຫຍາຍນໍ້າໃຈຮັກຊາດ, ເຄົາລົບ ແລະ ປະຕິບັດຕາມລະບຽບກົດໝາຍຂອງ ສປປ ລາວ ຢ່າງເຄັ່ງຄັດ, ສຸມໃສ່ພັດທະນາຕົນເອງທາງດ້ານຕ່າງໆ, ປະກອບອາຊີບທີ່ສຸດຈະລິດ ແລະ ຖືກຕ້ອງຕາມກົດໝາຍ; ສືບຕໍ່ປະສານງານ ແລະ ຮ່ວມມືກັບຄະນະຮັບຜິດຊອບພາຍໃນສູນ ໃນການຝຶກອົບຮົມວິຊາຊີບ, ການຕິດຕໍ່ສືບຫາຍາດພີ່ນ້ອງ, ເອົາໃຈໃສ່ຮຽນຮູ້ ແລະ ເກັບກ່ຽວທັກສະວິຊາຊີບຕ່າງໆທ່ີທາງສູນໄດ້ຈັດອົບຮົມໃຫ້ເຊັ່ນ: ການບໍລິຫານຮ້ານອາຫານ, ການຄ້າຂາຍ, ການບໍລິການ, ການສ້ອມແປງ ແລະ ອື່ນໆ ເພື່ອໃຫ້ສາມາດອອກໄປປະກອບອາຊີບ ແລະ ດຳລົງຊີວິດກຸ້ມຕົນເອງໃນຕໍ່ໜ້າ.
ຂ່າວ-ພາບ: ຄວາມສະຫງົບ
