ສຳມະນາຊຸກຍູ້ສົ່ງເສີມຕະຫລາດການທ່ອງທ່ຽວຂອງລາວ

28/07/2026 11:03
Email Print 83
KPL - Asean 2024 ກົມສົ ່ງເສີມຕະຫລາດ ການທ່ອງທ່ຽວ, ກະຊວງວັດທະ ນະທຳ ແລະ ການທ່ອງທ່ຽວ ໄດ້ ຈັດສໍາມະນາຊຸກຍູ ້ ແລະ ສົ ່ງເສີມ ຕະຫລາດການທ່ອງທ່ຽວຂອງ ສປປ ລາວ ໃນວັນທີ 27 ກໍລະກົດ 2026 ຢູ ່ນະຄອນຫລວງວຽງຈັນ ໂດຍການສະໜັບສະໜູນຂອງ ໂຄງການພັດທະນາໂຄງລ່າງພື ້ນ ຖານເພື ່ອສົ ່ງເສີມການທ່ອງທ່ຽວ ອະນຸພາກພື ້ນແມ່ນໍ ້າຂອງໄລຍະ 2 (TIIGP2),

 ພາຍໃຕ້ການເປັນ ປ ະ ທ າ ນ ຂ ອ ງ ທ່າ ນ ນ າ ງ ດ າ ລ າ ນີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວ, ມີບັນດາຫົວໜ້າກົມ, ຮອງກົມ, ພາກສ່ວນກ່ຽວຂ້ອງ ທັງຈາກພາກລັດ ແລະ ພາກເອກະ ຊົນໃນຂະແໜງການທ່ອງທ່ຽວ ເຂົ ້າຮ່ວມ. ທ ່າ ນ ນ າ ງ ດ າ ລ າ ນີ ພົມ ມ ະ ວົງ ສ າ ໄດ້ມີຄໍາເຫັນວ່າ: ການສໍາມະນາ ຄັ ້ງນີ ້, ເປັນການເປີດໂອກາດໃຫ້ ທຸກພາກສ່ວນໄດ້ຮ່ວມແລກປ່ຽນ ຄໍາຄິດເຫັນຕໍ ່ກັບວຽກງານການ ສົ ່ງເສີມຕະຫລາດການທ່ອງທ່ຽວ ຂອງ ສປປ ລາວ ໂດຍສະເພາະ ການສ້າງຄວາມເປັນເອກະພາບໃນ ການຈັດຕັ ້ງປະຕິບັດແຜນພັດທະນາ ວຽກງານວັດທະນະທຳ ແລະ ການ ທ່ອງທ່ຽວ 2026-2030 ຊຶ ່ງ ສປປ ລາວ ຕັ ້ງເປົ ້າໝາຍຈະໃຫ້ ສາມາດດຶງດູດນັກທ່ອງທ່ຽວໃຫ້ໄດ້ 22 ລ້ານເທື ່ອຄົນໃນ 5 ປີຕໍ ່ ໜ້າ. ຄາດໝາຍດັ ່ງກ່າວ ກໍມີຄວາມ ທ້າທາຍຫລາຍໃນເງື ່ອນໄຂທີ ່ສະ ພາບການສາກົນຍັງບໍ ່ທັນມີຄວາມ ແນ່ນອນ ໂດຍສະເພາະບັນຫາໃນ ຕາເວັນອອກກາງ, ໄພທຳມະຊາດ, ບັນຫາເສດຖະກິດ-ການເມືອງໃນ ຫລາຍຂົງເຂດທີ ່ຍັງມີຄວາມເຄັ ່ງ ຕຶງ ຊຶ ່ງອາດເປັນສາເຫດກະທົບຕໍ ່ ການເດີນທາງທ່ອງທ່ຽວໃນຕໍ ່ໜ້າ. ວຽກງານການສົ ່ງເສີມຕະຫລາດ ການທ່ອງທ່ຽວຖືເປັນວຽກງານ ທີ ່ສໍາຄັນຂອງຂະແໜງການທ່ອງ ທ່ຽວມີບົດບາດເປັນສື ່ກາງໃນການ ນໍາສະເໜີການທ່ອງທ່ຽວ ແລະ ການໂຄສະນາເຜີຍເເຜ່ເເນວທາງ ນະໂຍບາຍຂອງພັກ ແລະ ຜົນສໍາ ເລັດໃນການພັດທະນາເສດຖະກິດ ສັງຄົມເເຫ່ງຊາດ ໃຫ້ແກ່ສັງຄົມ ລາວໄດ້ຮັບຮູ ້, ເຂົ ້າໃຈຢ່າງເລິກເຊິ ່ງ. ນອກຈາກນີ ້, ຍັງໄດ້ເປັນກຳລັງ ຍູ ້ແຮງທີ ່ສໍາຄັນໃນການໂຄສະນາ ບັນດາແຫລ່ງທ່ອງທ່ຽວທາງດ້ານ ວັດທະນະທຳ, ທຳມະຊາດ, ປະຫວັດ ສາດ ເເລະ ກະສິກຳຢ່າງຕໍ ່ເນື ່ອງ. ການສໍາມະນາມື ້ນີ ້ ພວກເຮົາ ຈະໄດ້ພ້ອມກັນຮັບຟັງການນໍາສະ ເໜີນະໂຍບາຍການສົ ່ງເສີມຕະ ຫລາດການທ່ອງທ່ຽວຂອງ ສປປ ລາວ ລວມທັງແຜນການໂຄສະນາ ສົ ່ງເສີມການທ່ອງທ່ຽວໃນຕໍ ່ໜ້າ, ຊຶ ່ງກົມສົ ່ງເສີມການຕະຫລາດການ ທ່ອງທ່ຽວຈະນໍາມາສະເໜີ ແລະ ລະດົມແນວຄວາມຄິດໃນການຈັດ ຕັ ້ງປະຕິບັດ ຊຶ ່ງຄໍາຄິດເຫັນຂອງ ພາກທຸລະກິດຈະເປັນປະໂຫຍດທີ ່ ສຸດສໍາລັບການກໍານົດນະໂຍບາຍ ເນື ່ອງຈາກວ່າທຸລະກິດເປັນຜູ ້ຮູ ້ດີວ່າ ນັກທ່ອງທ່ຽວຕ້ອງການຫຍັງ, ພວກ ເຮົາຄວນຕອບສະໜອງຫຍັງໃຫ້ ສອດຄ່ອງກັບຄວາມຕ້ອງການ ແລະ ຖືກຕ້ອງຕາມລະບຽບກົດໝາຍຂອງ ປະເທດເຮົາ. ພ້ອມນີ ້, ຍັງຈະເປັນ ຈຸດເລີ ່ມຕົ ້ນບຸກທະລຸແຕ່ຫົວທີໃນ ການລົງມືຈັດຕັ ້ງປະຕິບັດຕົວຈິງ, ການມີສ່ວນຮ່ວມລະຫວ່າງພາກ ລັດ-ພາກທຸລະກິດຖືເປັນກຸນແຈສໍາ ຄັນໃນການເຮັດວຽກງານສົ ່ງເສີມ ຕະຫລາດການທ່ອງທ່ຽວ, ຖ້າຫາກ ພວກເຮົາຮ່ວມກັນວາງແຜນຢ່າງ ດີເລືອກຕະຫລາດ, ຕັ ້ງເປົ ້າໝາຍ, ກຳນົດວິທີການ, ແບ່ງຄວາມຮັບ ຜິດຊອບທີ ່ຊັດເຈນອັນໃດເປັນພາ ລະຂອງພາກລັດ ອັນໃດເປັນພາລະ ຂອງພາກທຸລະກິດເຊື ່ອວ່າລັດຖະ ບານ ແລະ ຄູ ່ຮ່ວມພັດທະນາຈະເຫັນ ໄດ້ຄວາມສໍາຄັນ ແລະ ພ້ອມທີ ່ຈະ ສະໜັບສະໜູນທາງດ້ານວິຊາການ ແລະ ງົບປະມານ. ຂ່າວ: ກົມສົ ່ງເສີມຕະຫລາດການ ທ່ອງທ່ຽວ; ພາບ: ອ່າຍຄຳ


KPL