ຈີນ ນຳເຂົ້າຄຳເພີ່ມຂຶ້ນ ໃນຮອບ 2 ປີ
ຂປລ. ສຳນັກງານພາສີຈີນ ເປີດເຜີຍວ່າ: ເມື່ອບໍ່ດົນມານີ້ຈີນ ນຳເຂົ້າຄຳ ຈາກຕ່າງປະເທດ ເພີ່ມຂຶ້ນແຕະລະດັບ 173 ໂຕນ ໃນເດືອນມິຖຸນາ ເຊິ່ງເປັນ ຕົວເລກສູງສຸດ ໃນຮອບ 2 ປີ ຫລື ນັບຕັ້ງແຕ່ ເດືອນມີນາ 2024 ເປັນຕົ້ນມາ ແລະ ເປັນການປັບຕົວສູງຂຶ້ນ ຢ່າງຕິດຕໍ່ກັນ ເປັນເດືອນທີສາມ ເຊິ່ງເປັນການສະແດງໃຫ້ເຫັນວ່າ ຄວາມຕ້ອງການຄຳ ໃນຕະຫລາດຈີນ ລວມມີຫລາຍທີ່ສຸດໃນໂລກ ໂດຍສະເພາະ ຫລັງຈາກ ທີ່ ລາຄາຄຳໃນຕະຫລາດໂລກ ຫລຸດລົງຢ່າງໜັກ.
ໃນຂະນະທີ່ ລາຄາຄຳ ທີ່ຫລຸດລົງ ແລະ ເງິນຢວນທີ່ແຂງຄ່າຂຶ້ນ ຍັງສືບຕໍ່ດຶງດູດ ຄວາມສົນໃຈ ຂອງ ນັກລົງທຶນ; ສ່ວນທະນາຄານການຄ້າ ຂອງຈີນ ກໍ່ໄດ້ຮັບແຮງດຶງດູດ ໃຫ້ຮີບຮ້ອນ ໃຊ້ໂຄຕ້າ ການນຳເຂົ້າ ແລະ ເກັບສະສົມຄຳໄວ້ ຮອງຮັບ ແຜນການສະສົມຄຳ ຂອງ ລູກຄ້າຍ່ອຍ. ນອກຈາກນັ້ນ, ທະນາຄານ ຫລາຍແຫ່ງ ໃນຈີນ ໄດ້ໃຫ້ບໍລິການ ວາງແຜນ ສະສົມຄຳ ເຊິ່ງເປັນການ ເປີດໂອກາດ ໃຫ້ປະຊາຊົນ ທົ່ວໄປ ສາມາດ ທະຍອຍຊື້ຄຳ ເທື່ອລະໜ້ອຍໄດ້ ໂດຍວິທີນີ້ ຖືເປັນໜຶ່ງ ໃນຊ່ອງທາງຫລັກ ສຳລັບ ນັກລົງທຶນລາຍຍ່ອຍ ໃນຈີນ ເພື່ອເຂົ້າເຖິງ ການລົງທຶນໃນຄຳ./
