ທະນາຄານກາງ ສິງກະໂປ-ໄທ ລົງນາມບົດບັນທຶກຄວາມເຂົ້າໃຈ
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ ເປີດເຜີຍວ່າ: ອົງການ ການເງິນ ສິງກະໂປ ຫລື ທະນາຄານກາງສິງກະໂປ ຮ່ວມກັບ ທະນາຄານ ແຫ່ງປະເທດໄທ ໄດ້ລົງນາມ ໃນບົດບັນທຶກ ຄວາມເຂົ້າໃຈ (MoU) ເພື່ອຍົກລະດັບການຮ່ວມມື ດ້ານຄວາມປອດໄພ ທາງໄຊເບີ ແລະ ປາບປາມ ການສໍ້ໂກງ ທາງດິຈິຕອນ. ຍ້ອນວ່າ ໄພຄຸກຄາມ ທາງໄຊເບີມີຄວາມຊັບຊ້ອນຫລາຍຂຶ້ນ ໃນລະບົບ ການເງິນ ທີ່ ເຊື່ອມໂຍງເຖິງກັນ ທົ່ວທັງພາກພື້ນ.
ບັນດາທະນາຄານດັ່ງກ່າວ ລະບຸວ່າ ຂໍ້ຕົກລົງດັ່ງກ່າວ ໄດ້ກຳນົດ ຂອບເຂດ ການຮ່ວມມື 3 ດ້ານຄື: ການແບ່ງປັນຂໍ້ມູນ ກ່ຽວກັບ ການຮັກສາ ຄວາມປອດໄພ ທາງໄຊເບີ ແລະ ການສໍ້ໂກງ ທາງດິຈິຕອນ, ການພັດທະນາຂີດຄວາມສາມາດ, ແລະ ການກະກຽມ ຄວາມພ້ອມ ໃນການປະຕິບັດງານ.
ນອກຈາກນັ້ນ, ສອງຝ່າຍ ຈະຮ່ວມມືກັນ ແລກປ່ຽນ ຂໍ້ມູນ ດ້ານກົດລະບຽບ ແລະ ຂ່າວກອງ ກ່ຽວກັບ ໄພຄຸກຄາມ ທີ່ ສົ່ງຜົນກະທົບ ຕໍ່ພາກສ່ວນ ການເງິນ, ຈັດການ ຝຶກອົບຮົມ ຮ່ວມກັນ, ການສຶກສາ ເບິ່ງງານ ແລະ ການແລກປ່ຽນ ງານວິໄຈ ລວມເຖິງ ການຝຶກຊ້ອມ ຈັດການຄວາມປອດໄພ ທາງໄຊເບີ ແລະ ວິກິດການ ຂ້າມຊາຍແດນອີກດ້ວຍ./
