ຍີ່ປຸ່ນ ຜ່ານກົດໝາຍສ້າງເມືອງຫລວງສຳຮອງ

28/07/2026 17:26
Email Print 83
KPL - Asean 2024 ວຸດທິ ສະພາ ຍີ່ປຸ່ນ ໄດ້ລົງມະຕິເຫັນດີ ກົດໝາຍ ຈັດຕັ້ງ “ເມືອງຫລວງສຳຮອງ” ເພື່ອໃຫ້ ລັດຖະບານ ຍີ່ປຸ່ນ ສາມາດບໍລິຫານປະເທດໄດ້ ຖ້າຫາກ ນະຄອນຫລວງໂຕກຽວ ໄດ້ຮັບ ຜົນກະທົບ ຈາກໄພພິບັດ ຄັ້ງໃຫຍ່ ຈົນບໍ່ສາມາດ ໃຊ້ເປັນບ່ອນ ບໍລິຫານ ປະເທດໄດ້.

ຂປລ.ສຳນັກຂ່າວຕ່າງປະເທດ ລາຍງານ ຈາກ ນະຄອນຫລວງໂຕກຽວ ປະເທດ ຍີ່ປຸ່ນ ເມື່ອວັນທີ 26 ກໍລະກົດ,  ວຸດທິ ສະພາ ຍີ່ປຸ່ນ ໄດ້ລົງມະຕິເຫັນດີ ກົດໝາຍ ຈັດຕັ້ງ “ເມືອງຫລວງສຳຮອງ” ເພື່ອໃຫ້ ລັດຖະບານ ຍີ່ປຸ່ນ ສາມາດບໍລິຫານປະເທດໄດ້ ຖ້າຫາກ ນະຄອນຫລວງໂຕກຽວ ໄດ້ຮັບ ຜົນກະທົບ ຈາກໄພພິບັດ ຄັ້ງໃຫຍ່ ຈົນບໍ່ສາມາດ ໃຊ້ເປັນບ່ອນ ບໍລິຫານ ປະເທດໄດ້.

ກົດໝາຍດັ່ງກ່າວ ໄດ້ມີສະພາຜູ້ແທນປະຊາຊົນ ໄດ້ໃຫ້ຄວາມເຫັນດີ ແລະ ກຳນົດໃຫ້ມີ ການຄັດເລືອກແຂວງໃດແຂວງໜຶ່ງ ເພື່ອເຮັດໜ້າທີ່ ເປັນສູນກາງ ການບໍລິຫານ ຂອງ ລັດຖະບານ ແທນນະຄອນຫລວງ ໂຕກຽວ ໃນກໍລະນີສຸກເສີນ. ໂດຍແຂວງ ທີ່ ໄດ້ຮັບ ການຄັດເລືອກ ຈະຖືກ ພິຈາລະນາ ຈາກປັດໄຈ ຫລາຍດ້ານ ເຊັ່ນ: ຈຳນວນປະຊາກອນ, ຂະໜາດ ເສດຖະກິດ ແລະ ຕ້ອງມີ ການຈັດຕັ້ງ ເຂດປົກຄອງພິເສດ ໃນລັກສະນະດຽວກັນ ກັບ 23 ເຂດພິເສດ ຂອງ ນະຄອນຫລວງໂຕກຽວ. ນອກຈາກນີ້, ຄະນະກຳມະການພິເສດ ຂອງ ວຸດທິສະພາ ຍັງໄດ້ເຫັນດີ ມະຕິປະກອບການ ບັງຄັບໃຊ້ ກົດໝາຍ ໂດຍຮຽກຮ້ອງໃຫ້ ລັດຖະບານ ດຳເນີນ ມາດຕະການ ຢ່າງຮອບດ້ານ ເພື່ອປ້ອງກັນບໍ່ໃຫ້ ການເລືອກຕັ້ງ ທ້ອງຖິ່ນຊ້ອນທັບກັນ ກັບ ຈັດປະຊາມະຕິ ກ່ຽວກັບ ການຈັດຕັ້ງ ເຂດປົກຄອງພິເສດ ໃນພື້ນທີ່ ຊຶ່ງໄດ້ຮັບການຄັດເລືອກ./

 

KPL