ຜະລິດກະສິກຳອິນຊີ ສ້າງລາຍຮັບໝັ້ນຄົງ ຍົກລະດັບຊີວິດຄອບຄົວ
![]()
ຂປລ.ການຫັນປ່ຽນຈາກການຜະລິດກະສິກຳເພື່ອບໍລິໂພກພາຍໃນຄອບຄົວ ມາສູ່ການຜະລິດເປັນສິນຄ້າກຳລັງເປັນທິດທາງສຳຄັນໃນການພັດທະນາຊົນນະບົດ ແລະ ສ້າງລາຍຮັບໃຫ້ແກ່ຄອບຄົວຊາວກະສິກອນ. ເມື່ອກ່ອນການຜະລິດກະສິກຳຂອງປະຊາຊົນບັນດາເຜົ່າ ແມ່ນຍັງຜະລິດແບບປະຖົມປະຖານ, ຕາມມີຕາມເກີດພໍໃຜພໍລາວ ເພື່ອບໍລິໂພກພາຍໃນຄອບຄົວເທົ່ານັ້ນ, ແຕ່ມາຮອດດຽວນີ້ ປະຊາກອນໄດ້ນັບມື້ເພີ່ມຂຶ້ນ ຄວາມຕ້ອງການທາງດ້ານສະບຽງອາຫານກໍຕ້ອງການຫລາຍຂຶ້ນໄປຕາມໆກັນ. ສິ່ງນີ້ ໄດ້ກາຍເປັນທ່າແຮງສຳຄັນໃຫ້ແກ່ປະຊາຊົນຜູ້ມັກຮັກໃນອາຊີບກະສິກຳປູກຝັງ-ລ້ຽງສັດ ທັງຫັນປ່ຽນຈາກການຜະລິດແບບດັ້ງເດີມສູ່ການຜະລິດເປັນສິນຄ້າຂຶ້ນເທື່ອກ້າວ. ມື້ນີ້ ຂໍພາທ່ານຜູ້ອ່ານໄປຮູ້ກັບຄອບຄົວໜຶ່ງ ທີ່ນຳໃຊ້ຜືນແຜ່ນດິນເປົ່າຫວ່າງຫັນມາຜະລິດພືດ ຜັກຕະຫລອດປີຢູ່ບ້ານປ່າສັກ, ຕາແສງທົ່ງປຸ່ງ ເມືອງ ແລະ ແຂວງຫລວງນໍ້າທາ ນຳກັນ.
![]()
ທ່ານ ນາງ ອານົງ ຄິດທະໄຊ ປະຊາຊົນບ້ານປ່າສັກ, ຕາແສງທົ່ງປຸ່ງ ເມືອງຫລວງນ້ຳທາ ໄດ້ເລົ່າສູ່ຟັງວ່າ: ພາຍ ຫລັງທີ່ໄດ້ເຂົ້າຮ່ວມໂຄງການສົ່ງເສີມກະສິກຳປັບຕົວກັບສະພາບອາກາດປ່ຽນແປງ ແລະ ການເຂົ້າເຖິງຕະຫລາດ ເພື່ອຊາວກະສິກອນໜຸ່ມ ເມືອງຫລວງນໍ້າທາ ໄດ້ລິເລີ່ມມາແຕ່ປີ 2016 ການເຂົ້າຮ່ວມໂຄງການດັ່ງກ່າວ ໄດ້ຊ່ວຍຍົກລະດັບຄວາມຮູ້ທາງດ້ານເຕັກນິກການປູກຝັງທີ່ທົນທານຕໍ່ສະພາບອາກາດ, ຮູ້ຈັກວິທີຮັກສາສິ່ງແວດລ້ອມ ແລະ ທີ່ສຳຄັນແມ່ນການຊອກຫາຕະຫລາດເພື່ອຮອງຮັບຜົນຜະລິດ. ປັດຈຸບັນມີເນື້ອທີ່ທຳການຜະລິດທັງໝົດ 1.500 ຕາແມັດ. ພາຍໃນສວນແມ່ນໄດ້ແບ່ງປູກພືດ ຜັກໝູນວຽນຫລາຍຊະນິດ ທີ່ສາມາດເກັບກ່ຽວ ແລະ ສະໜອງໃຫ້ແກ່ຕະຫລາດໄດ້ຕະຫລອດປີ ຊຶ່ງປະກອບມີຜັກກາດ, ຫອມປ້ອມ, ສະລັດ, ຜັກປັງ, ຜັກຊີ, ໝາກເຂືອ, ໝາກບວບ ແລະ ອື່ນໆ.
![]()
ດ້ວຍຄວາມຕັດສິນໃຈ, ດຸໝັ່ນຂະຫຍັນພຽນ ແລະ ການນຳໃຊ້ເຕັກນິກທີ່ໄດ້ຮຽນຮູ້ມາຈາກໂຄງການ ບວກກັບຄວາມຕ້ອງການຂອງຕະຫລາດໃນປັດຈຸບັນທີ່ຜູ້ຄົນຫັນມາບໍລິໂພກຜັກອິນຊີຫລາຍຂຶ້ນ, ເຮັດໃຫ້ຜົນຜະລິດຈາກສວນ ເປັນທີ່ຕ້ອງການຢ່າງຕໍ່ເນື່ອງ. ຜົນສຳເລັດດັ່ງກ່າວ ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ສະເລ່ຍປະມານ 30 ຫາ 40 ລ້ານກວ່າກີບຕໍ່ປີ ຊຶ່ງລາຍຮັບດັ່ງກ່າວ ໄດ້ເປັນສ່ວນໜຶ່ງໃນການແກ້ໄຂຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ຂອງຄອບຄົວໃຫ້ດີຂຶ້ນເທື່ອລະກ້າວ. ທ່ານ ນາງ ອານົງ ຄິດທະໄຊ ກ່າວ.
![]()
ຈາກຜົນສຳເລັດຄັ້ງນີ້, ຄອບຄົວຂອງທ່ານ ນາງ ອານົງ ຄິດທະໄຊ ໄດ້ກາຍເປັນໜຶ່ງໃນຄອບຄົວຕົວແບບທາງດ້ານກະສິກຳອິນຊີ ທີ່ເປັນແຮງບັນດານໃຈໃຫ້ແກ່ຊາວກະສິກອນໜຸ່ມ ແລະ ປະຊາຊົນພາຍໃນບ້ານ ໄດ້ສຶກສາຮຽນຮູ້ ແລະ ນຳໄປຈັດຕັ້ງປະຕິບັດ ເພື່ອສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງ ແລະ ມີຄວາມຍືນຍົງຕໍ່ໄປ.
