ສ້າງມູນຄ່າເພີ່ມໃຫ້ວັດຖຸດິບທຳມະຊາດ ກ້າວສູ່ຕະຫລາດພາຍໃນ ແລະ ຕ່າງປະເທດ
![]()
ຂປລ. ການນຳເອົາວັດຖຸດິບທາງກະສິກຳມາແປຮູບ ເພື່ອສ້າງມູນຄ່າເພີ່ມ ກຳລັງເປັນທິດທາງສຳຄັນໃນການພັດທະນາສິນຄ້າຂອງລາວ. ໜຶ່ງໃນຕົວຢ່າງທີ່ໂດດເດັ່ນ ຄື ຜະລິດຕະພັນກ້ວຍທັນຍາພືດ ຂອງ ນາງ ບົວສະນິດ ມະນີວົງ ແຂວງຫລວງພະບາງ ທີ່ໄດ້ນຳໝາກກ້ວຍນ້ຳວ້າຈາກກະສິກອນລາວມາແປຮູບເປັນອາຫານວ່າງທີ່ມີຄຸນຄ່າ ແລະ ສາມາດສ້າງລາຍຮັບໃຫ້ຊາວສວນ ຊຶ່ງນັບເປັນອີກຕົວຢ່າງໜຶ່ງຂອງການນຳພູມປັນຍາ ແລະ ຄວາມຄິດສ້າງສັນມາຕໍ່ຍອດວັດຖຸດິບການກະສິກຳ ຈົນກາຍເປັນສິນຄ້າທີ່ຕະຫລາດໃຫ້ການຍອມຮັບ, ພ້ອມທັງວາງເປົ້າໝາຍຂະຫຍາຍຕະຫລາດສູ່ຕ່າງປະເທດ.
![]()
ນາງ ບົວສະນິດ ມະນີວົງ ໄດ້ໃຫ້ສໍາພາດໃນງານວາງສະແດງສິນຄ້າ ສະຫະກອນ ເພື່ອສະເຫລີມສະຫລອງວັນສະຫະກອນ ຄົບຮອບ 48 ປີວ່າ: ຈຸດເລີ່ມຕົ້ນຂອງອາຊີບນີ້ ຍ້ອນຕົນ ເອງມັກກິນກ້ວຍຕາກແຫ້ງ ແຕ່ພົບວ່າບາງຜະລິດຕະພັນຍັງມີຄຸນນະພາບບໍ່ຕາມທີ່ຕ້ອງການຈຶ່ງເກີດແນວຄິດທີ່ຈະພັດທະນາຜະລິດຕະພັນໃຫ້ມີຄຸນນະພາບດີຂຶ້ນ. ພ້ອມກັນນັ້ນ, ດ້ວຍຄວາມທີ່ຕົນເອງບໍ່ສາມາດດື່ມນົມງົວໄດ້ຈຶ່ງໄດ້ນຳແນວຄິດການນຳທັນຍາພືດມາປະສົມກັບໝາກກ້ວຍເພື່ອສ້າງອາຫານຫວ່າງທີ່ມີຄຸນຄ່າທາງໂພຊະນາການ ແລະ ສະດວກຕໍ່ການບໍລິໂພກ. ຫຼັງຈາກສຶກສາຂໍ້ມູນ ແລະ ແລກປ່ຽນປະສົບການກັບຜູ້ຊ່ຽວຊານ ຈຶ່ງພັດທະນາສູດຜະລິດຕະພັນຈາກໝາກກ້ວຍນ້ຳວ້າສຳເລັດ.ປັດຈຸບັນ ທຸລະກິດດັ່ງກ່າວມີຜະລິດຕະພັນທັງໝົດ 7 ຊະນິດ ປະກອບດ້ວຍ ກ້ວຍແຜ່ນ, ກ້ວຍທັນຍາພືດ, ກ້ວຍສະຕິກ, ກ້ວຍປັອບ, ກ້ວຍເຄືອບຊັອກໂກແລັດ, ຄຸກກີ້ກ້ວຍ ແລະ ກ້ວຍຜົງ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກທີ່ຫຼາກຫຼາຍ.ສຳລັບວັດຖຸດິບສ່ວນໃຫຍ່ ແມ່ນຊື້ຈາກຊາວສວນໃນແຂວງຜົ້ງສາລີ ແລະ ແຂວງບໍ່ແກ້ວ ໃນລາຄາທີ່ເໝາະສົມ ເພື່ອຊ່ວຍຫລຸດບັນຫາການຖືກກົດລາຄາຈາກພໍ່ຄ້າຄົນກາງ ພ້ອມທັງສ້າງຕະຫລາດຮອງຮັບຜົນຜະລິດຂອງກະສິກອນລາວ.
![]()
ປັດຈຸບັນ ຜະລິດຕະພັນກ້ວຍແປຮູບໄດ້ວາງຈຳໜ່າຍຫລາຍຊ່ອງທາງເຊັ່ນ: ຮ້ານອາເມຊອນ, ສະກາຍມາກ, ເຈມາກ ແລະ ຮ້ານອື່ນໆ. ສຳລັບລາຄາຈຳໜ່າຍແມ່ນມີຫລາຍລາຄາ, ຈາກແຜນຜະລິດເບື້ອງຕົ້ນພຽງ 450 ກ່ອງຕໍ່ເດືອນ ປັດຈຸບັນສາມາດຜະລິດ ແລະ ຈຳໜ່າຍໄດ້ຫລາຍກວ່າ 1.000-1.500 ກ່ອງຕໍ່ເດືອນ. ເພື່ອຕອບສະໜອງກັບຄວາມຕ້ອງການຂອງລູກຄ້າໃນຕໍ່ໜ້າຈະເພີ່ມກຳລັງການຜະລິດ ແລະ ພັດທະນາຄຸນນະພາບສິນຄ້າ ແລະ ຍົກມາດຕະຖານສາກົນເພື່ອຮອງຮັບການສົ່ງອອກ ພ້ອມທັງ ຂະ ຫຍາຍຊ່ອງທາງການຈຳໜ່າຍເຂົ້າສູ່ຮ້ານຄ້າສະດວກຊື້ລະດັບພາກພື້ນ. ນອກຈາກຈະຊ່ວຍຍົກລະດັບມູນຄ່າຜະລິດຕະພັນການກະສິກຳແລ້ວ ຍັງເປັນການສ້າງລາຍຮັບໃຫ້ກັບກະສິກອນ ແລະ ສົ່ງເສີມການນຳສິນຄ້າລາວກ້າວສູ່ຕະຫລາດສາກົນຢ່າງຍືນຍົງ.
ໂດຍ: ມາລີດາ
