ບົດບາດຂອງແມ່ຍິງລາວໃນໄລຍະປ່ຽນແປງໃໝ່

19/07/2026 11:41
Email Print 83
KPL - Asean 2024 ຂປລ. ແມ່ຍິງລາວເປັນກຳລັງສຳຄັນຂອງຊາດ ທີ່ມີຄຸນນະລັກສະນະອ່ອນໂຍນ, ຂະຫຍັນໝັ່ນພຽນ, ອົດທົນ ແລະ ມີຄວາມໂອບເອື້ອອາລີ. ຕະຫລອດປະຫວັດສາດ ແມ່ຍິງລາວໄດ້ປະກອບສ່ວນຢ່າງສຳຄັນໃນການປົກປ້ອງ ແລະ ພັດທະນາປະເທດຊາດ.ໃນໄລຍະການປ່ຽນແປງໃໝ່ ແມ່ຍິງລາວບັນດາເຜົ່າໄດ້ພັດທະນາຕົນເອງຢ່າງຕໍ່ເນື່ອງ

ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ, ວັນທີ 20 ກໍລະກົດ 1955- 20 ກໍລະກົດ 2026)

 ຂປລ. ແມ່ຍິງລາວເປັນກຳລັງສຳຄັນຂອງຊາດ ທີ່ມີຄຸນນະລັກສະນະອ່ອນໂຍນ, ຂະຫຍັນໝັ່ນພຽນ, ອົດທົນ ແລະ ມີຄວາມໂອບເອື້ອອາລີ. ຕະຫລອດປະຫວັດສາດ ແມ່ຍິງລາວໄດ້ປະກອບສ່ວນຢ່າງສຳຄັນໃນການປົກປ້ອງ ແລະ ພັດທະນາປະເທດຊາດ.ໃນໄລຍະການປ່ຽນແປງໃໝ່ ແມ່ຍິງລາວບັນດາເຜົ່າໄດ້ພັດທະນາຕົນເອງຢ່າງຕໍ່ເນື່ອງ ໂດຍເຂົ້າຮ່ວມຢ່າງຫ້າວຫັນໃນການຜະລິດ, ການປູກຝັງ-ລ້ຽງສັດ, ການຄ້າ ແລະ ການອະນຸລັກຫັດຖະກຳການຕໍ່າຫູກທໍໄໝ ທີ່ເປັນເອກະລັກຂອງຊາດ. ນອກຈາກສ້າງລາຍຮັບໃຫ້ຄອບຄົວແລ້ວ ຍັງເປັນການສືບສານວັດທະນະທຳລາວໃຫ້ເປັນທີ່ຮູ້ຈັກໃນລະດັບສາກົນ. ພ້ອມກັນນັ້ນ ແມ່ຍິງລາວຍັງມີບົດບາດເພີ່ມຂຶ້ນໃນການບໍລິຫານ, ການນຳພາ ແລະ ການປະຕິບັດໜ້າທີ່ຢູ່ໃນອົງການພັກ, ລັດ ແລະ ພາກທຸລະກິດ. ສະຫະພັນແມ່ຍິງລາວໄດ້ເຮັດໜ້າທີ່ສຳຄັນໃນການສຶກສາອົບຮົມ, ຍົກລະດັບຄວາມຮູ້, ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ປົກປ້ອງສິດຂອງແມ່ຍິງ ແລະ ເດັກນ້ອຍ. ໃນຂະນະດຽວກັນ ຍັງມີບາງຂໍ້ຈຳກັດ ເຊັ່ນ: ແມ່ຍິງບາງສ່ວນຍັງຂາດຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ນະໂຍບາຍ ແລະ ກົດໝາຍ, ຍັງມີແນວຄິດຄອງເດີມ ແລະ ຂາດຄວາມໝັ້ນໃຈໃນການສະແດງບົດບາດຂອງຕົນ.

ບົນພື້ນຖານແນວທາງການ ປ່ຽນແປງໃໝ່ ຮອບດ້ານຢ່າງ ມີຫລັກການ; ສະຫະພັນແມ່ຍິງລາວ ກໍໄດ້ເປີດກວ້າງການພົວພັນຮ່ວມກັບບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງ ສາກົນຕ່າງໆ ເພື່ອປະກອບສ່ວນ ເຂົ້າໃນພາລະກິດ ປົກ ປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືສາກົນ. ສະຫະພັນແມ່ຍິງລາວ ຍັງໄດ້ຮັບການສະ ໜັບສະໜູນ ແລະ ການຊ່ວຍເຫລືອ ຈາກເພື່ອນມິດໃນໂລກ ດຶງດູດເອົາການເຄື່ອນໄຫວ ປົກປ້ອງສິດຜົນປະໂຫຍດ ຂອງແມ່ຍິງ ແລະ ເດັກນ້ອຍ, ແນໃສ່ເຊີດຊູຖານະບົດບາດຂອງແມ່ຍິງ ແລະ ເດັກນ້ອຍ; ເຊີດຊູຖານະບົດບາດ ຂອງແມ່ຍິງລາວ ແລະ ຍົກສູງຄຸນນະພາບ ຊີວິດການເປັນຢູ່ໃຫ້ດີຂຶ້ນ. ພ້ອມ ນີ້ສະຫະພັນແມ່ຍິງລາວ ຍັງໄດ້ມີການເຄື່ອນໄຫວຢ້ຽມຢາມ, ປຶກສາຫາລື ແລະ ແລກປ່ຽນບົດຮຽນກັບແມ່ຍິງ ຫລາຍປະເທດຢູ່ໃນໂລກ ເຮັດໃຫ້ຖານະບົດບາດ ຂອງ ແມ່ຍິງລາວສູງຂຶ້ນຢູ່ໃນເວທີສາກົນ.

ເຖິງແມ່ນວ່າ ເອື້ອຍນ້ອງແມ່ຍິງລາວ ໄດ້ຕິດພັນກັບການປ່ຽນແປງໃໝ່ ແລະ ໄດ້ຮັບການສຶກສາ ອົບຮົມແນວຄິດການເມືອງຢ່າງຮອບດ້ານ ແຕ່ກໍ່ຍັງບໍ່ອາດ ປາສະຈາກໄດ້ຂໍ້ຄົງຄ້າງຕ່າງໆເຊັ່ນ: ຄວາມຮັບຮູ້-ເຊື່ອມຊຶມ ຂອງແມ່ຍິງລາວ ຈຳນວນໜຶ່ງຕໍ່ແນວທາງ -ນະໂຍບາຍຂອງພັກ, ກົດໝາຍຂອງລົດ ຍັງບໍ່ທັນເລິກເຊິ່ງ, ສະຕິເປັນເຈົ້າຕົນເອງຍັງບໍ່ທັນສູງ. ແມ່ຍິງລາວຈຳນວນບໍ່ໜ້ອຍ ຍັງມີແນວຄິດຄອງເດີມ ຕີຕົວຕ່ຳ, ຈົ່ງຈຽມ ບໍ່ທັນກ້າຫານ ເຮັດໃຫ້ເປັນການຈຳກັດ ຕໍ່ຄວາມກ້າວໜ້າ.

ເພື່ອເປັນການປະກອບສ່ວນ ເຮັດໃຫ້ແຜນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ ໃຫ້ມີຜົນສຳເລັດ ໃນຕໍ່ໜ້ານີ້ແມ່ຍິງລາວ ຍັງມີໜ້າທີ່ອັນໜັກໜ່ວງ ທີ່ຈະຕ້ອງຮີບດ່ວນ ປະຕິບັດໃຫ້ປະກົດຜົນເປັນຈິງ ໂດຍສຸມໃສ່ບາງວຽກງານ ຕົ້ນຕໍດັ່ງນີ້:

1.ສະຫະພັນແມ່ຍິງລາວ ບັນດາເຜົ່າ ແຕ່ລະຂັ້ນຕ້ອງຖື ເອົາວຽກງານ ສຶກສາອົບຮົມ ແນວຄິດການເມືອງ ເປັນກົກ ເພື່ອສຶກສາອົບຮົມ ແມ່ຍິງລາວບັນດາເຜົ່າ, ບັນດາ ຊັ້ນຄົນໃຫ້ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນ, ຮັກສາມູນເຊື້ອວັດທະນະທຳອັນດີງາມຂອງຊາດ ແນໃສ່ສ້າງສະຕິ ເປັນເຈົ້າ ປະເທດຊາດ-ເປັນເຈົ້າສັງຄົມ ຢ່າງແທ້ຈິງ.

2.ຕັ້ງໜ້າປັບປຸງ ກົງຈັກການຈັດຕັ້ງ ສະຫະພັນແມ່ຍິງລາວ ໃນແຕ່ລະຂັ້ນ ຕາມທິດກະທັດຮັດ ແຕ່ຮັບປະກັນຄຸນນະພາບ, ເອົາໃຈໃສ່ ປັບປຸງແບບແຜນ ວິທີເຮັດວຽກ ໃຫ້ເຂົ້າ ສູ່ລະບຽບ ແບບແຜນຂອງລັດຖະກອນ ກໍ່ຄືລະບຽບຂອງສະຫະພັນ ແມ່ຍິງລາວວາງອອກ.

3. ປຸກລະດົມເອື້ອຍນ້ອງແມ່ຍິງ ລາວບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ໃຫ້ຕັ້ງໜ້າ ເຂົ້າຮ່ວມເຮັດວຽກ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢ່າງຫ້າວຫັນ.

 

4.ຍູ້ແຮງຂະບວນການ ແມ່ຍິງລາວບັນດາເຜົ່າ ປະກອບສ່ວນ ເຂົ້າໃນວຽກງານການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດຢ່າງເຂັ້ມແຂງ ໂດຍເລີ່ມຈາກການ ພັດທະນາຕົນເອງ; ຄອບຄົວ ແລະ ສັງຄົມ ເພື່ອປະຕິບັດ ສິດສະເໝີພາບ, ປົກປ້ອງສິດ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ ໃຫ້ມີຄວາມຜາສຸກ ແລະ ເປັນທຳ.

5. ເພີ່ມທະວີການພົວພັນຕ່າງປະເທດ ເພື່ອຍາດແຍ່ງເອົາການຮ່ວມມື ແລະ ຊ່ວຍເຫລືອຈາກອົງການຈັດຕັ້ງ ແມ່ຍິງ ແລະ ອົງການຈັດຕັ້ງ ສາກົນຕ່າງໆ ຂອງບັນດາປະເທດເພື່ອນມິດໃນໂລກ ໃຫ້ນັບມື້ນັບຫລາຍ ແລະ ມີປະສິດທິຜົນຍິ່ງຂຶ້ນ.

KPL