ການຂົນສົ່ງຂ້າມຊາຍແດນຜ່ານລົດໄຟຈີນ-ຫວຽດນາມ ຟື້ນຕົວດີຂຶ້ນຢ່າງໝັ້ນທ່ຽງ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກຸ່ມບໍລິສັດ ທາງລົດໄຟ ແຫ່ງຊາດຈີນຈຳກັດ ສາຂາໜານໜິງ ແຈ້ງໃຫ້ຮູ້ວ່າ: ໃນໄຕມາດທີ 2 ຂອງປີນີ້, ຂະບວນລົດໄຟຈີນ-ຫວຽດນາມ ຈາກເຂດກວາງຊີຈີນ ໄດ້ຂົນສົ່ງສິນຄ້າ 8.940 ຕູ້ມາດຕະຖານ, ເພີ່ມຂຶ້ນ 13,5% ເມື່ອທຽບໃສ່ ໄຕມາດທຳອິດຂອງປີນີ້, ການຂົນສົ່ງຂ້າມຊາຍແດນ ຂອງຂະບວນລົດໄຟຈີນ-ຫວຽດນາມ ຟື້ນຕົວດີຂຶ້ນ ຢ່າງໝັ້ນທ່ຽງ. ໃນ ຫລາຍປີມານີ້, ການພົວພັນ ເສດຖະກິດ ການຄ້າຈີນ-ຫວຽດນາມນັບມື້ແໜ້ນແຟ້ນຂຶ້ນ, ສະນັ້ນ, ຄວາມຕ້ອງການດ້ານການຂົນສົ່ງ ຂອງຂະບວນລົດໄຟຈີນ-ຫວຽດນາມ ຈຶ່ງເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຂະບວນ ລົດໄຟຈີນ-ຫວຽດນາມ ທີ່ອອກຈາກເຂດກວາງຊີຈີນ ໃນຫລາຍປີກ່ອນ ແມ່ນເປີດໃຫ້ບໍລິການໃນວັນອັງຄານ, ວັນພະຫັດ ແລະ ວັນເສົາຂອງທຸກໆ ອາທິດ, ປັດຈຸບັນ ໄດ້ໃຫ້ບໍລິການທຸກວັນແລ້ວ. ສິນຄ້າສົ່ງອອກທີ່ຂົນສົ່ງໂດຍຂະບວນລົດໄຟ ດັ່ງກ່າວມີ 508 ຊະນິດ ລວມມີຜະລິດຕະພັນ ເອເລັກໂຕຣນິກ, ອຸປະກອນກົນຈັກ, ເຄື່ອງໃຊ້ປະຈຳວັນ ແລະອື່ນໆ, ສ່ວນສິນຄ້າການນຳເຂົ້າມີ 180 ຊະນິດ ລວມມີຖົ່ວລຽນ, ໝາກມັງຄຸດ, ໝາກພ້າວ ແລະ ໝາກໄມ້ສົດອື່ນໆຂອງອາຊຽນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ