ຜົງສາລີຈ ະປ່ອຍປາ 6ລ້ານໂຕ ລົງສູ່ແຫລ່ງນ້ຳທຳມະຊາດ

15/07/2026 10:05
Email Print 83
KPL - Asean 2024 ຂປລ. ແຫລ່ງຈາກແຂວງຜົ້ງ ສາລີ ໃຫ້ຮູ້ວ່າ: ອົງການປົກຄອງ ແຂວງຜົ້ງສາລີ ຮ່ວມກັບພະແນກ ກະສິກໍາ ແລະ ສິ່ງແວດລ້ອມ ແລະ ເມືອງບູນເໜືອ ຈັດພິທີປ່ອຍປາ ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າ ແຫ່ງຊາດ ລາວ ຄົບຮອບ 29 ປີ ແລະ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 117 ປີ

ໃນວັນທີ 13 ກໍລະກົດ 2026 ທີ່ນ້ຳບູນ ເຂດວັງສະຫງວນ ບ້ານ ໂນນສະຫວ່າງ ເມືອງບູນເໜືອ ໂດຍ ມີ ທ່ານ ພົຕ ສົມພອນ ມິດຕະພອນ ເລຂາພັກແຂວງຜົ້ງສາລີ, ທ່ານ ສັນຕິ ແກ້ວຍະສານ ປະທານຄະນະ ກຳມະການປົກຄອງແຂວງ ພ້ອມດ້ວຍພະແນກການ, ກົມກອງອ້ອມ ຂ້າງແຂວງ, ອົງການປົກຄອງ ເມືອງ ແລະ ປະຊາຊົນ ແລະ ນ້ອງ ນ້ອຍເຍົາວະຊົນເຂົ້າຮ່ວມ.

ທ່ານ ທອງ ອາລີ ຫົວໜ້າພະແນກ ກະສິກໍາ ແລະ ສິ່ງແວດລ້ອມແຂວງ ຜົ້ງສາລີ ໄດ້ກ່າວວ່າ: ຂະບວນ ການປ່ອຍປາ ໄດ້ຈັດຕັ້ງປະຕິບັດມາ ແຕ່ລະປີ ຍ້ອນເຫັນໄດ້ຄວາມໝາຍ ຄວາມສໍາຄັນຂອງການປ່ອຍປາ ຄືນສູ່ທໍາມະຊາດ ສປປ ລາວ ຈຶ່ງໄດ້ ກໍານົດເອົາວັນທີ 13 ກໍລະກົດ ຂອງ ທຸກໆປີເປັນວັນປ່ອຍປາແຫ່ງຊາດ ມາຮອດປີ 2026 ໄດ້ປ່ອຍປາ ແລະ ສັດນ້ຳຈໍານວນຫລາຍແສນ ໂຕ ເຮັດໃຫ້ສັດນ້ຳທີ່ຢູ່ຕາມທໍາມະຊາດ ມີການຂະຫຍາຍຕົວເພີ່ມຂ້ຶນ ຢ່າງຕໍ່ເນື່ອງ.

ໃນປີ 2026 ນີ້, ພະແນກກະ ສິກໍາ ແລະ ສິ່ງແວດລ້ອມແຂວງຜົ້ງສາລີ ຈະສູ້ຊົນຊຸກຍູ້ສົ່ງເສີມ ການປ່ອຍປາທົ່ວແຂວງໃຫ້ໄດ້ 6.984.450 ໂຕ ໃນນີ້, ປ່ອຍລົງສູ່ ແຫລ່ງນໍ້າທຳມະຊາດ 147.950 ໂຕ, ປ່ອຍລົງໜອງລ້ຽງປາ ເພື່ອ ລ້ຽງບໍລິໂພກ 6.836.500 ໂຕ. ໂດຍ 6 ເດືອນຕົ້ນປີໄດ້ປ່ອຍປາໄປ ແລ້ວ 5.664.500ໂຕ ທຽບໃສ່ ແຜນການປະຕິບັດປີໄດ້ 97,88%.

ປາທີ່ນຳມາປ່ອຍໃນມື້ນີ້ ມີ 4 ຊະນິດຄື: ປາເພ້ຍ, ປາປາກ, ປາ ແກງ, ປາອິນເດຍ ປະມານ 21 ພັນ ກວ່າໂຕ. ນອກນີ້, ຍັງຈະລະດົມໃຫ້ ປະຊາຊົນປ່ອຍປາຕື່ມອີກ. ການ ປ່ອຍປາໃນຄັ້ງນີ້ ເພື່ອເປັນການຂະ ຫຍາຍພັນປາຕາມທໍາມະຊາດ ສ້າງ ຄວາມສົມດູນທາງດ້ານລະບົບນິ ເວດວິທະຍາ ແລະ ເພີ່ມປະລິມານ ທາງດ້ານສະບຽງອາຫານ.

ຂ່າວ-ພາບ: ສົມຄິດ ແກ້ວນວນລາ 

KPL