ປະກາດບ້ານວົງສຳພັນ ເມືອງພູວົງ ເປັນບ້ານປ້ອງກັນຄວາມສະຫງົບດີ

15/07/2026 10:11
Email Print 83
KPL - Asean 2024 ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ພິທີປະກາດຮັບ ຮອງບ້ານວົງສຳພັນ ເມືອງພູວົງ ແຂວງອັດຕະປື ເປັນບ້ານປ້ອງກັນ ຄວາມສະຫງົບດີ ຈັດຂຶ້ນໃນວັນທີ 10 ກໍລະກົດ 2026 ທີ່ບ້ານດັ່ງ ກ່າວ, ໂດຍມີ ທ່ານ ຄໍາກ້ອນ ດວງສົມປານ ປະທານຄະນະກຳມະການ ປົກຄອງເມືອງພູວົງ, ທ່ານ ພັທ ວົງ ສັກ ແກ້ວວົງພີມ ຮອງຫົວໜ້າກອງ ບັນຊາການ ປກສ ແຂວງ ພ້ອມ ດ້ວຍຂະແໜງການທີ່ກ່ຽວຂ້ອງ ຂອງແຂວງ, ເມືອງ, ບ້ານ ແລະ ປະຊາຊົນເຂົ້າຮ່ວມ.

ທ່ານ ພັຕ ວຽງໄຊ ແກ້ວປະເສີດ ໄດ້ລາຍງານວ່າ: ບ້ານວົງສຳພັນ ເປັນບ້ານໜຶ່ງທີ່ຂຶ້ນກັບຕາແສງວົງ ໄຊ ເມືອງພູວົງ ແຂວງອັດຕະປື ອາຊີບສ່ວນໃຫຍ່ຂອງປະຊາຊົນ ແມ່ນເຮັດນາປູກເຂົ້າເປັນຕົ້ນຕໍ ແລະ ປູກຝັງ-ລ້ຽງສັດ, ຄ້າຂາຍຍ່ອຍ ເປັນສໍາຮອງ, ມີເນື້ອທີ່ 7.133,05 ເຮັກຕາ ເປັນດິນທີ່ເໝາະສົມກັບ ການປູກຝັງ ແລະ ລ້ຽງສັດ, ມີ 27 ໜ່ວຍ, ມີ 453 ຄອບຄົວ, ມີ 390 ຫລັງຄາເຮືອນ, ມີພົນລະເມືອງ 1.905 ຄົນ, ຍິງ 943 ຄົນ, ປະເມີນ ຄອບຄົວປ້ອງກັນຄວາມສະຫງົບດີ ຄອບຄົວໄດ້ມາດຖານ 410 ຄອບ ຄົວ, ມີພົນລະເມືອງ 1.705 ຄົນ, ຍິງ 844 ຄົນ, ອາຍຸ 15 ປີຂຶ້ນໄປ ມີ 1.269 ຄົນ, ຍິງ 648 ຄົນ, ເທົ່າກັບ 90,51%, ຄອບຄົວທີ່ບ່ ທັນໄດ້ມາດຖານ ມີ 43 ຄອບຄົວ, ມີພົນລະເມືອງລວມ 200 ຄົນ, ຍິງ 99 ຄົນ, ອາຍຸ 15 ປີຂຶ້ນໄປ 150 ຄົນ, ຍິງ 70 ຄົນ, ເທົ່າກັບ 9,49%, ຜ່ານການຕີລາຄາເຫັນວ່າ: ຄະນະພັກ, ອົງການປົກຄອງບ້ານ ແລະ ປະຊາຊົນມີຄວາມສາມັກຄີເປັນ ຈິດໜຶ່ງໃຈດຽວ, ເອົາໃຈໃສ່ຈັດຕັ້ງ ປະຕິບັດແນວທາງປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ທົ່ວປວງ ຊົນຮອບດ້ານຢ່າງຕັ້ງໜ້າ. ພາຍໃນ ບ້ານມີຄວາມສະຫງົບໂດຍພື້ນຖານ, ບໍ່ມີປະກົດການຫຍໍ້ທໍ້, ບໍ່ມີບັນຫາ ຢາເສບຕິດ, ການລັກຊັບ ຫລື ການ ອາລະວາດຮ້າຍແຮງ, ລະບົບການ ຈັດຕັ້ງກອງຫລອນ ແລະ ປກສ ບ້ານ ໄດ້ຮັບການປັບປຸງ ແລະ ເຄື່ອນ ໄຫວລາດຕະເວນຢ່າງເປັນປົກກະຕິ, ເຮັດໃຫ້ບ້ານມີຄວາມສະຫງົບສຸກ  ແລະ ມີຄວາມເປັນລະບຽບຮຽບ ຮ້ອຍດີ.  

ໃນໂອກາດນີ້, ທ່ານ ຄໍາກ້ອນ ດວງສົມປານ ໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທ່ ຄະນະປົກຄອງບ້ານ ແລະ ປະຊາຊົນ ຍາດມາໄດ້ ພ້ອມທັງເນັ້ນໜັກໃຫ້ທຸກ ພາກສ່ວນ ຈົ່ງພ້ອມກັນຮັກສາມູນ ເຊື້ອ ແລະ ມາດຖານບ້ານປ້ອງກັນ ຄວາມສະຫງົບດີນີ້ໄວ້ໃຫ້ໝັ້ນຄົງ, ເພີ່ມທະວີການເຝົ້າລະວັງ, ຕ້ານ ແລະ  ສະກັດກັ້ນທຸກປະກົດການຫຍໍ້ທໍ້ໃນ ສັງຄົມ ເພື່ອສ້າງເງື່ອນໄຂອັນດີງາມ ໃຫ້ແກ່ການພັດທະນາເສດຖະກິດ- ສັງຄົມຂອງບ້ານໃຫ້ຂະຫຍາຍຕົວ ຂຶ້ນເລື້ອຍໆ.   

ຂ່າວ: ສາຍລຸ້ງ

KPL