ສ.ອາເມລິກາ ຈະໃຊ້ສັນຍາການຄ້າ-ການລົງທຶນ ກັບບັນດາປະເທດອ່າວເປີເຊຍ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 14 ກໍລະກົດນີ້, ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ລົງບົດຄວາມ ໃນສື່ສັງຄົມອອນລາຍວ່າ: ບົນພື້ນຖານ ການສົນທະນາ ກັບຜູ້ນຳປະເທດ ຕາເວັນອອກກາງ ຢ່າງມີປະສິດທິຜົນ, ຕົນໄດ້ຕົກລົງ ຈະໃຊ້ສັນຍາການຄ້າ ແລະ ການລົງທຶນ ທີ່ບັນດາປະເທດ ອ່າວເປີເຊຍ ເຊັນກັບ ສ.ອາເມລິກາ ມາປ່ຽນແທນເກັບ ຄ່າຂົນສົ່ງສິນຄ້າ ຜ່ານຊ່ອງແຄບ ຮໍມຸສ ເປັນ 20% ທີ່ສະເໜີໂດຍ ສ.ອາເມລິກາ. ທ່ານ ໂດນັນ ທຣຳ ກ່າວວ່າ: ຊ່ອງແຄບຮໍມຸສ ເປີດປະຕູຕ້ອນຮັບ ເຮືອທັງໝົດ ເວັ້ນເສຍແຕ່ອີຣານ. ການປິດລ້ອມຢ່າງຮອບດ້ານຂອງສ.ອາເມລິກາ ຈຳກັດແຕ່ເຮືອ ໄປກັບທ່າເຮືອຂອງອີຣານ ຫລື ເຮືອທີ່ບັນຈຸສິນຄ້າ ທີ່ກ່ຽວຂ້ອງກັບ ອີຣານ. ທ່ານ ໄດ້ເນັ້ນໜັກຕື່ມວ່າ: ອີຣານ ຈະບໍ່ສາມາດມີອາວຸດນິວເຄລຍ ໄວ້ໃນການຄອບຄອງ ຕະຫລອດໄປ.ກ່ອນໜ້ນີ້ ທ່ານ ໂດນັນ ທຣຳກ່າວວ່າ: ສ.ອາເມລິກາ ຈະຟື້ນຟູການປິດລ້ອມ ທາງທະເລຕໍ່ ອີຣານ ພ້ອມທັງ ເກັບຄ່າທຳນຽມ 20% ຕໍ່ເຮືອຂົນສົ່ງສິນຄ້າຜ່ານຊ່ອງແຄບຮໍມຸສ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
