ຫວຽດນາມ-ສິງກະໂປ ເພີ່ມທະວີຮ່ວມມື ຢ່າງຮອບດ້ານ

01/06/2026 17:22
Email Print 83
KPL - Asean 2024 ໃນຂອບເຂດ ການຢ້ຽມຢາມ ສິງກະໂປ ຂອງ ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ພ້ອມດ້ວຍຄະນະ ເມື່ອວັນທີ 29 ພຶດສະພາ ທີ່ຜ່ານມາ.

ຂປລ. ວິທະຍຸກະຈາຍສຽງຫວຽດນາມ: ໃນ​ຂອບ​ເຂດ ​ການ​ຢ້ຽມ​ຢາມ​ ສິງ​ກະ​ໂປ ຂອງ ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ພ້ອມດ້ວຍຄະນະ ເມື່ອວັນ​ທີ 29 ພຶດ​ສະ​ພາ ທີ່ຜ່ານມາ. ທ່ານ ໂງວັນ​ຕວັນ ລັດ​ຖະ​ມົນ​ຕີ ​ກະ​ຊວງ​ການ​ເງິນຫວຽດນາມ ໄດ້​ເຮັດ​ວຽກ​ຮ່ວມກັບ ​ທ່ານ​ ຕັນ ຊີ ເລັງ (Tan See Leng) ລັດ​ຖະ​ມົນ​ຕີ​ ກະ​ຊວງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ທັງ​ເປັນ ​ລັດ​ຖະ​ມົນ​ຕີ​ ຮັບ​ຜິດ​ຊອບ​ ດ້ານ​ພະ​ລັງ​ງານ ແລະ ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຢີ ຂຶ້ນ​ກັບ​ ກະ​ຊວງ​ ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ສິງ​ກະ​ໂປ.

ທ່ານ ໂງວັນ​ຕວັນ ແລະ ທ່ານ ຕັນ ຊີ ເລັງ ໄດ້ເຮັດວຽກ ຮ່ວມກັນ, ໂດຍທັງສອງຝ່າຍ ໄດ້​ເຫັນ​ດີ​ ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ ເຂດ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ-ສິງ​ກະ​ໂປ (VSIP) ໃໝ່, ໂດຍສະເພາະ ​ແມ່ນ VSIP ຫາຍ​ຟ່ອງ 2 ແລະ ບິ່ງ​ເຢືອງ 4; ປຶກ​ສາ​ຫາ​ລື​ ກ່ຽວ​ກັບ ​ການ​ພັດ​ທະ​ນາ​ ພະ​ລັງ​ງານ, ການ​ເງິນ, ຫັນ​ເປັນ​ດີ​ຈີ​ຕອນ, ເສດ​ຖະ​ກິດ​ສີ​ຂຽວ, ນະ​ວັດ​ຕະ​ກຳ ແລະ ກຳ​ນົດ​ທິດ​ທາງ ​ການ​ຮ່ວມ​ມື ​ພັດ​ທະ​ນາ ​ລະ​ບົບ​ກໍາ​ປັ່ນ​ໃຕ້​ດິນ ແລະ ເສັ້ນ​ທາງ​ລົດ​ໄຟ ​ຕົວ​ເມືອງ ຢູ່ຫວຽດ​ນາມ.  ສິງ​ກະ​ໂປ ຈະ​ໜູນ​ຊ່ວຍ ຫວຽດ​ນາມ ໃນການສ້າງ​ ບັນ​ດາ​ ມາດ​ຕະ​ການ ​ເຕັກ​ນິກ ​ພື້​ນ​ຖນ ແລະ ຫັນ​ຂັ້ນ​ຕອນ ​ເຄື່ອນ​ໄຫວ ​ບັນ​ດາ​ເສັ້ນ​ທາງ ລົດ​ໄຟ ​ຕົວ​ເມືອງ​ ໃນ​ອະ​ນາ​ຄົດ, ຍົກ​ສູງ​ລັກ​ສະ​ນະ​ຄົບ​ຊຸດ ແລະ ​ໃຊ້​ຈ່າຍ​ເງິນ ເປັນ​ຢ່າງ​ດີ​ທີ່​ສຸດ ໂດຍສະເພາະ ການ​ຮ່ວມ​ມື​ ພັດ​ທະ​ນາ​ ສູນ​ການ​ເງິນ​ສາ​ກົນ, ທ່ານ ຕັນ ຊີ ເລັງ ໃຫ້​ຮູ້​ວ່າ: ບັນ​ດາ ບໍ​ລິ​ສັດ​ ໄດ້ເລີ່ມ​ດຳ​ເນີນ​ທຸ​ລະ​ກິດ​ ຂອງ ຫວຽດ​ນາມ ອາດ​ຈະ​ນຳ​ໃຊ້ ​ຮູບ​ແບບ​ ລະ​ບົບ​ ນິ​ເວດ​ ຂອງ ສິງ​ກະ​ໂປ ເພື່ອ​ກໍ່​ສ້າງ, ໜູນ​ຊ່ວຍ​ໃຫ້​ແກ່​ ວິ​ສາ​ຫະ​ກິດ ​ຂອ​ງ​ຕົນ ເພື່ອ​ຮຽກ​ຮ້ອງ​ ການ​ລົງ​ທຶນ ແລະ ເຂົ້າ​ຮ່ວມ​ ຕະຫລາດ​ສາ​ກົນ ຢ່າງ​ເລິກ​ເຊິ່ງຂຶ້ນຕື່ມອີກ. /.

 

KPL