ພ້ອມກັນເອົາໃຈໃສ່ພັດທະນາເດັກນ້ອຍ ໃຫ້ກາຍເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບ
* ວັນທີ 1 ມິຖຸນາ ເປັນວັນເດັກນ້ອຍສາກົນ ແລະ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ເດັກ. ສໍາລັບ ສປປລາວ ເຮົາຍັງໄດ້ກໍານົດເອົາ ວັນທີ 1ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ເຊິ່ງພວກເຮົາໄດ້ພ້ອມກັນສະເຫລີມສະຫລອງວັນສໍາຄັນດັ່ງກ່າວ ເພື່ອທົບທວນຄືນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດເຮົາ ທີ່ມີຕໍ່ເດັກນ້ອຍລາວບັນດາເຜົ່າແລະ ສົນທິສັນຍາສິດທິເດັກ. ເດັກນ້ອຍໝາຍເຖິງບຸກຄົນທີ່ມີອາຍຸ ຕໍ່າກວ່າ 18 ປີ ເຊິ່ງຈະເປັນຜູ້ໃຫຍ່ ໃນມື້ໜ້າ, ທັງຈະແມ່ນກໍາລັງແຮງງານທີ່ສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ສະນັ້ນ, ພັກແລະ ລັດຖະບານ ຈຶ່ງໄດ້ເອົາໃຈໃສ່ໃນການຄຸ້ມຄອງ, ພັດທະນາ ແລະ ສົ່ງເສີມວຽກງານແມ່ ແລະ ເດັກ ໃນຂອບເຂດທົ່ວປະເທດດ້ວຍການສົ່ງເສີມສຸຂະພາບ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ແລະເດັກຕິດພັນກັບການສຶກສາອົບຮົມ, ພັດທະນາເດັກຢ່າງຮອບດ້ານຕາມແນວທາງນະໂຍບາຍ ຂອງພັກ-ລັດ.
ຕໍ່ສົນທິສັນຍາວ່າດ້ວຍສິດທິເດັກ, ລັດຖະບານໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ 4 ສິດພື້ນຖານຂອງເດັກຜະເຊີນກັບປະກົດການຫຍໍ້ທໍ້ໃນສັງຄົມຈໍານວນໜຶ່ງທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂເປັນຕົ້ນບັນຫາຢາເສບຕິດ, ການທາລຸນແລະ ໃຊ້ຄວາມຮຸນແຮງຕໍ່ເດັກໃນຫລາຍຮູບແບບ,ການໄປອອກແຮງງານທີ່ຜິດກົດໝາຍ ອັນເປັນສາເຫດໃນການຕົກເປັນເຫຍື່ອຂອງການຄ້າຂາຍເດັກ, ຄ້າປະເວນີເດັກ ກໍ່ຄື ການຄ້າມະນຸດກັບການຂູດຮີດແຮງງານ. ຜ່ານມາ, ບັນດາການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ບັນດາການຈັດຕັ້ງ ແລະ ຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນ ຕະຫລອດເຖິງປະຊາຊົນບັນດາເຜົ່າທຸກທົ່ວໜ້ພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີອອກແຮງຈັດຕັ້ງປະຕິບັດພັນທະສາກົນ, ກົດໝາຍພາຍໃນແລະບັນດານິຕິກໍາລຸ່ມກົດໝາຍ, ຍຸດທະສາດແຫ່ງຊາດ,ແຜນດໍາເນີນງານແຫ່ງຊາດ ທີ່ກ່ຽວຂ້ອງກັບວຽກງານແມ່ ແລະ ເດັກເພື່ອຮັບປະກັນຄວາມຢູ່ລອດ, ການປົກປ້ອງ, ການມີສ່ວນຮ່ວມ ແລະ ການພັດທະນາຜູ້ທີ່ເປັນລູກຫລານຂອງພວກເຮົາໃນມື້ນີ້ ໃຫ້ເປັນໄວເດັກທີ່ເຕັມໄປດ້ວຍຄວາມສຸກ, ສຸຂະພາບແຂງແຮງ, ຄວາມອົບອຸ່ນຈາກພໍ່ແມ່, ການຈັດຕັ້ງ ແລະ ສັງຄົມ.
ແນໃສ່ການພັດທະນາເດັກໃຫ້ກາຍເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບ, ມີຄວາມຮັບຜິດຊອບສູງ, ມີຄວາມຮູ້, ຄວາມສາມາດ ເພື່ອເຮັດໜ້າທີ່ເປັນຜູ້ສືບທອດປະຕິບັດສອງໜ້າທີ່ຍຸດທະສາດປົກປັກຮັກສາແລະ ພັດທະນາປະເທດຊາດ ໃຫກ້າວໄປສູ່ເສັ້ນທາງຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ເຊິ່ງໄດ້ປະສົບຜົນສໍາເລັດເປັນຢ່າງດີ. ຜົນສໍາເລັດດັ່ງກ່າວເຫລົ່ານັ້ນແມ່ນຍ້ອນຄວາມເອົາໃຈໃສ່ຊີ້ນໍານໍາພາຂອງພັກ-ລັດຖະບານ, ແມ່ນຄວາມບຸກບືນ ແລະ ພະຍາຍາມໃນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ, ແຜນນະໂຍບາຍ ຂອງລັຖະບານກ່ຽວກັບວຽກງານດັ່ງກ່າຂອງຄະນະກໍາມາທິການ ເພື່ອແມ່ ແລະເດັກແຫ່ງຊາດ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ບັນດາອົງການຈັດຕັ້ງແລະຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນວຽກງານແມ່ ແລະເດັກ ກໍ່ຄື ວຽກສິດທິເດັກໄດ້ຮັບການສົ່ງເສີມ ແລະ ພັດທະນາໃນທິດທາງທີ່ຕັ້ງຫນ້າໃນຊຸມປີຜ່ານມາ. ພ້ອມດຽວກັນ, ກໍ່ຍັງໄດ້ຮັບການສະໜັບສະໜູນຊ່ວຍເຫລືອຈາກບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ສະຖາບັນການເງິນຕະຫລອດຮອດອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານຕໍ່ວຽກງານດັ່ງກ່າວ.