ປີນີ້ ແຂວງສະຫວັນນະເຂດ ມີແຜນສູ້ຊົນປູກໄມ້ໃຫ້ໄດ້ 10.245 ເຮັກຕາ
ຂປລ. ປ່າໄມ້ ແມ່ນຊັບພະຍາກອນອັນລໍ້າຄ່າຂອງປວງຊົນລາວທັງຊາດ, ການປົກປັກຮັກສາ, ພັດທະນາ ແລະນໍໍາໃຊ້ປ່າໄມ້ ແມ່ນສິດ ຕະຫລອດໄລຍະທີ່ຜ່ານມາ, ພັກ ແລະ ລັດຖະບານ ກໍຄືອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ຍາມໃດກໍ່ຖືສໍາຄັນ ແລະ ມີຄວາມເປັນຫ່ວງເປັນໄຍຕໍ່ກັບວຽກງານດັ່ງກ່າວ; ໂດຍໄດ້ມີການວາງແນວທາງນະໂຍບາຍ, ສ້າງ/ປັບປຸງກົດໝາຍ, ມະຕິ, ຄໍາສັ່ງ ແລະນິຕິກໍາຕ່າງໆ ແນໃສ່ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະນໍາໃຊ້ຊັບພະຍາກອນປ່າໄມ້ ໃຫ້ມີຄວາມຍືນຍົງ.
![]()
ທ່ານ ສຸນັນທາ ຈຸນລະມະນີ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດຕໍ່ນັກຂ່າວເມື່ອບໍ່ດົນມານີ້ວ່າ: ແຂວງສະຫວັນນະເຂດ ກໍ່ເປັນແຂວງທີ່ມີເນື້ອທີ່ກວ້າງໃຫຍ່ທີ່ສຸດຂອງ ສປປ ລາວ, ທົ່ວແຂວງ ມີເນື້ອທີ່ທັງໝົດ 2.177.400 ເຮັກຕາ, ໃນນັ້ນ ມີເນື້ອທີ່ດິນປ່າໄມ້ ທີ່ໄດ້ຜ່ານການຈັດສັນແລ້ວ ຈໍານວນ 1.244.358 ເຮັກຕາ ( ເທົ່າກັບ 57.14%), ໃນນັ້ນ ລວມມີ: ປ່າສະຫງວນ 661.792 ເຮັກຕາ, ປ່າປ້ອງກັນ 309.048 ເຮັກຕາ, ປ່າຜະລິດ 202.485 ເຮັກຕາ ແລະ ປ່າປູກ 70.853 ເຮັກຕາ, ໃນມະຕິກອງປະຊຸມສະພາປະຊາຊົນແຂວງ ສະບັບເລກທີ 02/ສພຊ, ລົງວັນທີ 13/1/2021 ໄດ້ມີການຮັບຮອງເອົາແຜນຈັດສັນທີ່ດິນເບື້ອງຕົ້ນຂອງແຂວງສະຫວັນນະເຂດ ໂດຍກໍານົດ “ໃຫ້ຈັດສັນເປັນທີ່ດິນປ່າໄມ້ 1.449.552 ເຮັກຕາ (ເທົ່າກັບ 66,57% ຂອງເນື້ອທີ່ທົ່ວແຂວງ) ” ເພື່ອເປັນການປະກອບສ່ວນເຮັດສໍາເລັດຕົວເລກຄາດໝາຍ ດ້ານຍຸດສາດ ກ່ຽວກັບການຍົກລະດັບຄວາມປົກຫຸ້ມປ່າໄມ້ຂອງລັດຖະບານ ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ທີ່ໄດ້ກໍານົດໃຫ້ອັດຕາການປົກຫຸ້ມປ່າໄມ້ ບັນລຸ 66,57%. ສະນັ້ນ, ໃນ 5 ປີຂ້າງໜ້າ ພະແນກກະສິກໍາ ແລະ ປ່າໄມ້ ໄດ້ກໍານົດຕົວເລກຄາດໝາຍສູ້ຊົນ ກ່ຽວກັບວຽກງານປູກໄມ້ຟື້ນຟູປ່າໄວ້ ດັ່ງນີ້: ສູ້ຊົນເກັບແກ່ນໄມ້ໃຫ້ໄດ້ 46.500 ກິໂລ, ກ້າເບ້ຍໄມ້ໃຫ້ໄດ້ 60.000.000 ເບ້ຍ, ປູກໄມ້ໃຫ້ໄດ້ 51.225 ເຮັກຕາ ແລະ ຟື້ນຟູປ່າໄມ້ໃຫ້ໄດ້ 205. 378 ເຮັກຕາ.
![]()
ສະເພາະປີ 2026 ນີ້, ພະແນກກະສິກໍາ ແລະ ປ່າໄມ້ພວກເຮົາ ມີແຜນທີ່ຈະປູກໄມ້ທົ່ວແຂວງໃຫ້ໄດ້ໃນເນື້ອທີ່ທັງໝົດ 10.245 ເຮັກຕາ ໂດຍໄດ້ມີການແບ່ງປັນ ແລະ ມອບໝາຍຕົວເລກດັ່ງກ່າວໃຫ້ແຕ່ລະພາກສ່ວນຈັດຕັ້ງປະຕິ ບັດດັ່ງນີ້: ພາກລັດ ຈະປູກໃຫ້ໄດ້ທັງໝົດ 95 ເຮັກຕາ ປະກອບມີ: ຂະແໜງປ່າໄມ້ແຂວງ 5 ເຮັກຕາ, ກອງກວດກາປ່າໄມ້ແຂວງ 5 ເຮັກຕາ, ກອງຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນ 5 ເຮັກຕາ, ກອງຄຸ້ມຄອງເຂດປ່າໂຄກ ໂອງ-ມັ່ງ ແຫ່ງຊາດ 5 ເຮັກຕາ, ຫ້ອງການກະສິກໍາ ແລະປ່າໄມ້ເມືອງ-ນະຄອນ 75 ເຮັກຕາ, ຈາກນີ້ກໍ່ແມ່ນພາກສ່ວນບໍລິສັດ ແລະ ໂຮງງານຕ່າງໆທົ່ວແຂວງປູກໃນເນື້ອທີ່ 10.000 ເຮັກຕາ ແລະ ປະຊາຊົນໃນທົ່ວແຂວງອີກຈຳນວນ 150 ເຮັກ ຕາ. ສຳລັບຊະນິດໄມ້ທີ່ຈະປູກ ລວມມີ: ໄມ້ດູ່, ໄມ້ແຕ້ຂ່າ, ໄມ້ຂະຍຸງ, ໄມ້ຫໍາງົວ, ໄມ້ແຄນ, ໄມ້ວິກ, ໄມ້ກະຖິນນະລົງ, ໄມ້ຢາງພາລາ, ໄມ້ປະດັບ ແລະໄມ້ໃຫ້ໝາກຊະນິດຕ່າງໆ.
