ອົງການອະນາໄມໂລກ ຮຽກຮ້ອງເພີ່ມທະວີ ການປ້ອງກັນການແພ່ລະບາດ ພະຍາດອີໂບລາ
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານີ້, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ ປະຊາຄົມໂລກ ເພີ່ມທະວີ ການໜູນຊ່ວຍ ແນໃສ່ສະກັດກັ້ນ ການແຜ່ລະບາດຂອງໂລກລະບາດ ອີໂບລາ ຢ່າງຮ້າຍແຮງ ຢູ່ ກົງໂກ, ທ່າມກາງສະພາບການ ທີ່ຈຳນວນຜູ້ສົງໄສຕິດເຊື້ອ ແລະ ເສຍຊີວິດສືບຕໍ່ເພີ່ມຂຶ້ນ.
ໃນການປະຕິບັດງານ ຢູ່ ນະຄອນ ບູເນຍ, ເມືອງເອກແຂວງ ໄອຕູຣີ, ເຂດໃຈກາງຂອງການແພ່ລະບາດ ທີ່ຮ້າຍແຮງ ໃນປັດຈຸບັນ. ເຖິງຢ່າງໃດກໍຕາມ, ທ່ານ ກ່າວເນັ້ນໜັກວ່າ ຕ້ອງມີແຫລ່ງການເງິນ ຈາກ ບັນດາປະເທດ ກໍຄື ການເຂົ້າຮ່ວມຢ່າງຕັ້ງໜ້າ ຂອງ ປະຊາຄົມທ້ອງຖິ່ນ, ລວມມີ ຄວາມມານະ ພະຍາຍາມ ຕ້ານຂ່າວລື ທີ່ບໍ່ມີມູນຄວາມຈິງ ແລະ ຈິດຕະສາດບໍ່ເຊື່ອໝັ້ນ ຕໍ່ບັນດາມາດຕະການ ທາງການແພດ.
ນອກຈາກນີ້ ທ່ານ Tedros Adhanom Ghebreyesus ກໍຍັງຮຽກຮ້ອງໃຫ້ ບັນດາປະເທດ ທີ່ໄດ້ຈັດວາງຄຳສັ່ງຈຳກັດ ການໄປມາ ຫລື ປິດປະຕູ ດ່ານຊາຍແດນ ຍ້ອນມີຄວາມວິກິດກັງວົນ ຕໍ່ ພະຍາດກລະບາດ ອີໂບລານັ້ນ, ການພິຈາລະຈາຄືນ ບັນດາ ມາດຕະການນີ້, ພ້ອງທັງເນັ້ນໜັກເຖິງ ຄວາມສ່ຽງ ເຮັດໃຫ້ວຽກງານ ການຮັບມືສັບສົນ ຂຶ້ນຕື່ມ ແລະ ກີດກັ້ນ ຄວາມໂປ່ງໃສ, ການຮ່ວມມື ທີ່ຈຳເປັນ ເພື່ອຄວບຄຸມ ພະຍາດລະບາດນີ້./
