ຍີ່ປຸ່ນ ຈະເລັ່ງອອກພັນທະບັດ ໄລຍະສັ້ນ
Email
Print
83
KPL - Asean 2024
ຍີ່ປຸ່ນ ມີແຜນອອກພັນທະບັດ ໄລຍະສັ້ນ ເພື່ອເສີມສະພາບຄ່ອງ (bridging bonds) ເພື່ອໃຊ້ເປັນ ແຫລ່ງເງິນທືນ ສຳລັບ ໂຄງການ ເຮືອທົງ ຂອງ ລັດຖະບານ ເພື່ອແນ່ໃສ່ການລົງທຶນ ໃນດ້ານການເຕີບໂຕ ແລະ ຄວາມໝັ້ນຄົງ ທາງດ້ານເສດຖະກິດ.
ຂປລ. ສຳນັກຂ່າວ ອິນໂຟເຄວສ, ເມື່ອບໍ່ດົນມານີ້, ຍີ່ປຸ່ນ ມີແຜນອອກພັນທະບັດ ໄລຍະສັ້ນ ເພື່ອເສີມສະພາບຄ່ອງ (bridging bonds) ເພື່ອໃຊ້ເປັນ ແຫລ່ງເງິນທືນ ສຳລັບ ໂຄງການ ເຮືອທົງ ຂອງ ລັດຖະບານ ເພື່ອແນ່ໃສ່ການລົງທຶນ ໃນດ້ານການເຕີບໂຕ ແລະ ຄວາມໝັ້ນຄົງ ທາງດ້ານເສດຖະກິດ.
ພັນທະບັດbridging bonds ເປັນຕາສານໜີ້ ທີ່ອອກ ເພື່ອຮອງຮັບ ຄວາມຕ້ອງການເງິນທຶນ ໄລຍະສັ້ນ, ໂດຍຈະມີການກຳນົດ ແນວທາງ ຫາລື ແຫລ່ງເງິນທຶນ ສຳລັບ ການຊຳລະຄືນ ເມື່ອຄົບກຳນົດ. ແນວຄິດດັ່ງກ່າວ ຈະຖືກລວບລວມ ຢູ່ໃນຂໍ້ສະເໜີ ທີ່ ພັກເສລີ ປະຊາທິປະໄຕ(LDP) ຊຶ່ງເປັນພັກລັດຖະບານ ກຽມຍື່ນສະເໜີ ຕໍ່ລັດຖະບານ.
ໂດຍລັດຖະບານ ຍີ່ປຸ່ນ ຈະພິຈາລະນາ ນໍາການ ອອກພັນທະບັດ bridging bonds ບັນຈຸໄວ້ ໃນກອບນະໂຍບາຍ ການເງິນໄລຍະກາງ ຊຶ່ງມີ ກຳນົດດຳເນີນການ ໃນເດືອນກໍລະກົດນີ້./
