ໄຂກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ຄອສພ
ຂປລ. ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ມີຄະນະພັກ, ຄະນະນຳ, ພ້ອມດ້ວຍຜູ້ແທນສົມບູນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
![]()
ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງ ຄະນະພັກຄະນະໂຄສະນາອົບຮົມສູນກາງພັກຄັ້ງນີ້, ຈະໄດ້ສຸມໃສ່ຄົ້ນຄວ້າ, ປະກອບຄໍາເຫັນ ແລະ ຮັບຮອງເອົາລາຍງານການເມືອງຂອງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ຊຶ່ງເປັນເອກະສານສໍາຄັນ ກ່ຽວກັບການສະຫລຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ແລະ ທິດທາງໜ້າທີ່ຈຸດສຸມວຽກງານໂຄສະນາອົບຮົມໃນໄລຍະ 5 ປີ (2026-2030) ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກເຂ້ົາສູ່ຊີວິດຕົວຈິງໃຫ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້; ຄົ້ນຄວ້າປະກອບຄໍາເຫັນຮັບຮອງເອົາແຜນພັດທະນາວຽກງານໂຄສະນາອົບຮົມ 5 ປີ (2026-2030); ຄົ້ນຄວ້າປະກອບຄໍາເຫັນໃສ່ບົດສຳຫລວດການນໍາພາ ຂອງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ໃນໄລຍະ 5 ປີ ຜ່ານມາ ແນໃສ່ປັບປຸງ ແລະ ຍົກສູງບົດບາດການນໍາພາຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ໃນຊຸມປີຕໍ່ໜ້າໃຫ້ສົມຄູ່ກັບໜ້າທີ່ການເມືອງ ທີ່ພັກໄດ້ມອບໝາຍໃຫ້.
ນອກຈາກນີ້, ຄະນະຜູ້ແທນສົມບູນ ຈະໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງເອົາຄະນະພັກຄະນະໂຄສະນາອົບຮົມສູນກາງພັກຊຸດໃໝ່ ເພື່ອສືບຕໍ່ຊ້ີນໍາ-ນໍາພາ ໃນໄລຍະ 5 ປີ ຕໍ່ໜ້າ.
ຂ່າວ: ກິດຕາ; ພາບ: ເກດສະໜາ
