ຮອງນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນການພົວພັນກັບປະເທດອາຊີຕາເວັນອອກສ່ຽງໃຕ້ ຂອງລັດຖະສະພາເອີຣົບ
ຂປລ. ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ຂອງຄະນະຜູ້ແທນລັດຖະສະພາເອີຣົບໃນຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍຜົນສໍາເລັດຂອງກອງປະຊຸມລັດຖະສະພາ ລະຫວ່າງຊາດ ສປປ ລາວ-ສະຫະພາບເອີຣົບ (ອີຢູ) ຄັ້ງທີ 7 ທີ່ໄດ້ ອັດລົງຢ່າງຈົບງາມໃນມື້ດຽວກັນ. ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ບັນດາຜົນສໍາເລັດຂອງການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ອີຢູ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 21 ພະຈິກ 1975 ເປັນຕົ້ນມາ. ໃນປີ 2025 ສອງຝ່າຍກໍໄດ້ຮ່ວມກັນສະເຫລີມສະຫລອງ ຄົບຮອບ 50 ປີ ຢ່າງມີຄວາມໝາຍສໍາຄັນ ແລະ ເປັນຂະບວນຟົດຟື້ນ. ພ້ອມນີ້, ສອງຝ່າຍຍິນດີທີ່ເຫັນວ່າ ການຮ່ວມມືທາງດ້ານການເມືອງໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໂດຍເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຂອງເຈົ້າໜ້າທີ່ລັດຖະບານຂັ້ນສູງຢ່າງເປັນປົກກະຕິໂດຍສະເພາະລະຫວ່າງຄະນະຜູ້ແທນສະພາແຫ່ງຊາດລາວ ແລະ ຄະນະຜູ້ແທນລັດຖະສະພາອີຢູ, ລວມທັງການສົ່ງເສີມການໄປມາຫາສູ່ລະຫວ່າງ ປະຊາຊົນລາວ ແລະ ອີຢູ. ນອກນີ້, ສອງຝ່າຍຍັງໄດ້ປຶກສາຫາລື ແລະ ຊຸກຍູ້ການສົ່ງເສີມການຮ່ວມມືທາງດ້ານການຄ້າລະຫວ່າງ ລາວ ແລະ ອີຢູ ໃຫ້ຂະຫຍາຍຕົວຂຶ້ນຕື່ມ.
ສປປ ລາວ ສະເໜີໃຫ້ ອີຢູ ພິຈາລະນາຄວາມເປັນໄປໄດ້ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດຍຸດທະສາດການຂ້າມຜ່ານແບບໂລ່ງລ່ຽນ ເພື່ອການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ. ສປປ ລາວ ໄດ້ແຈ້ງໃຫ້ ອີຢູ ຊາບຄວາມຄືບໜ້າການກະກຽມເປັນເຈົ້າພາບຈັດກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນ ທີ 3 ທີ່ຈະຈັດຂຶ້ນໃນເດືອນກັນຍາ 2026 ແລະ ຊຸກຍູ້ໃຫ້ ອີຢູ ສະໜັບສະໜູນ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບສະພາບການພົ້ນເດັ່ນ ພາຍໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ໃນຂະນະດຽວກັນ, ທ່ານ ວາວ ເທີ ເບເກີ້ ປະທານຄະນະຜູ້ແທນ ການພົວພັນກັບປະເທດອາຊີຕາເວັນອອກສ່ຽງໃຕ້ຂອງລັດຖະສະພາເອີຣົບ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ທອງສະຫວັນ ພົມວິຫານ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນເດືອນມີນາຜ່ານມາ. ພ້ອມກັນນີ້, ກໍໄດ້ແຈ້ງໃຫ້ຊາບໂດຍຫຍໍ້ກ່ຽວກັບຜົນຂອງກອງປະຊຸມລັດຖະສະພາລະຫວ່າງ ຊາດ ສປປ ລາວ-ອີຢູ ຄັ້ງທີ 7, ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າຈະສືບຕໍ່ສະໜັບສະໜູນ ແລະ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ພາຍໃຕ້ຂອບການຮ່ວມມືລະຫວ່າງອີຢູ ແລະ ສປປ ລາວ ໃນຕໍ່ໜ້າໃຫ້ມີປະສິດທິຜົນຍິ່ງໆຂຶ້້ນ.
