ຜົນປະໂຫຍດດ້ານຄວາມໝັ້ນຄົງຂອງ ສປ ຈີນ ສະໜອງຄວາມໝັ້ນທ່ຽງໃຫ້ແກ່ຄວາມເປັນລະບຽບໂລກ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ທ່ານ ເມຮາມຸດ ອຸນ ຮາຊັນ ຄານ, ຫົວໜ້າສູນຄວາມຮູ້ ແລະ ນະໂຍບາຍ ສາທາລະນະ ປາກິດສະຖານ ໄດ້ລົງພິມບົດຄວາມທີ່ມີ ຫົວຂໍ້ວ່າ “ໄລຍະຂ້າມຜ່ານສູ່ຄວາມເປັນລະບຽບໃໝ່: ຜົນປະໂຫຍດ ດ້ານຄວາມໝັ້ນຄົງຂອງ ສປ ຈີນ” ຢູ່ເວັບໄຊ “ໜັງສືພິມ The Pakistan Observer” ໂດຍລະບຸວ່າ, ໂລກປັດຈຸບັນ ພວມຢູ່ໃນສະພາບການ ທີ່ມີສັນຕິພາບ ແລະ ຄວາມປັ່ນປ່ວນ ແບບຕໍ່ເນື່ອງສະຫລັບກັນ, ສປ ຈີນ ພວມກາຍເປັນກຳລັງແຮງ ທີ່ເພີ່ມຄວາມໝັ້ນທ່ຽງ ຍ້ອນມີການເຊື່ອມໂຍງ ເຊື່ອມຈອດ ດ້ານການເງິນ, ຄວາມກ້າວໜ້າດ້ານເຕັກໂນໂລຊີ ແລະ ກຳລັງເຂັ້ມແຂງ ດ້ານອຸດສາຫະກຳ. ສປ ຈີນ ໄດ້ນຳມາເຊິ່ງ “ຜົນປະໂຫຍດ ຕໍ່ຄວາມໝັ້ນຄົງຂອງໂລກ” ບໍ່ແມ່ນຢູ່ໃນດ້ານທິດສະດີເທົ່ານັ້ນ, ແຕ່ແມ່ນມີໝາກຜົນ ຢູ່ຢ່າງແທ້ຈິງ.ບົດຄວາມດັ່ງກ່າວລະບຸວ່າ, ສປ ຈີນ ພວມນຳໜ້າ ໃນການສ້າງໂຄງປະກອບໃໝ່ ຂອງເສດຖະກິດໂລກ. ຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຖືເອົາທ່າກຳປັ່ນທັນສະໄໝ ແລະ ແລວທາງຈໍລະຈອນສິນຄ້າ ເປັນສິ່ງຄ້ຳປະກັນ, ສະໜອງແຜນການເຊື່ອມໂຍງ ເຊື່ອມຈອດກັນ ທີ່ໜ້າໄວ້ວາງໃຈ ໃຫ້ແກ່ໂລກ. ລະບົບການຊຳລະສະສາງ ຂ້າມຊາດ ດ້ວຍເງິນຢວນ ພວມພັດທະນາ ຢ່າງວ່ອງໄວ, ສ່ອງແສງໃຫ້ເຫັນເຖິງການປັບປຸງ ໂຄງປະກອບການເງິນຂອງໂລກ, ການອາໄສລະບົບພຽງໜຶ່ງດຽວ ກຳລັງກ້າວໄປສູ່ ໂຄງຮ່າງຫລາຍເຄົ້າ. ໃນບົດຄວາມໄດ້ລະບຸເປັນພິເສດວ່າ, ເຕັກໂນໂລຊີ ພະລັງງານ ແສງຕາເວັນ ພະລັງງານລົມ ແລະ ໝໍ້ໄຟຂອງຈີນ ໄດ້ສະໜອງອີກທາງເລືອກໜຶ່ງ ທີ່ເປັນໄປໄດ້ ແລະ ນັບມື້ ນັບສຳຄັນຂຶ້ນ ໃຫ້ແກ່ ການຫັນປ່ຽນ ພະລັງງານທົ່ວໂລກ. ປະເທດທີ່ນຳໃຊ້ເຕັກໂນໂລຊີເຫລົ່ານີ້ ບໍ່ພຽງແຕ່ແມ່ນການຈັດຊື້ ຜະລິດຕະພັນ ເທົ່ານັ້ນ, ຍັງເປັນການຮັບປະກັນຄວາມໝັ້ນທ່ຽງ ແລະ ຄວາມສາມາດ ໃນການຈັດຊື້ ໃນໄລຍະຍາວ ກໍຄື ປັດສະຈາກຜົນກະທົບ ຈາກການເໜັງຕີງຂອງຕະຫລາດວັດສະດຸເຊື້ອໄຟ ປະເພດຟໍຊິວ. ຕ່ອງໂສ້ການສະໜອງ ພະລັງງານ ໝູນວຽນແບບນີ້ ກຳລັງກາຍເປັນເສັ້ນຊີວິດຂອງທົ່ວໂລກ, ໂດຍສະໜັບສະໜູນ ການເຕີບໂຕ ຂອງເສດຖະກິດ ທັງສະໜັບ ສະໜູນ ການພັດທະນາແບບຍືນຍົງ ຕໍ່ສິ່ງແວດລ້ອມ.ໃນບົດຄວາມລະບຸຕື່ມອີກວ່າ, ລະບົບນິເວດ ອຸດສາຫະກຳ ທີ່ເປັນເອກະພົບດຽວຂອງ ສປ ຈີນ ໄດ້ສ່ອງແສງໃຫ້ເຫັນເຖິງ ຄວາມທົນທານທີ່ເຂັ້ມແຂງ. ຕ່ອງໂສ້ການສະໜອງທີ່ສົມບູນ, ຕະຫລາດພາຍໃນອັນໃຫຍ່ຫລວງ ແລະ ການສະໜັບສະໜູນ ດ້ານນະໂຍບາຍ ທີ່ມີຄວາມຕໍ່ເນື່ອງ ເຮັດໃຫ້ ສປ ຈີນ ສາມາດຮັກສາການຜະລິດ ແລະ ມອບຜະລິດຕະພັນ ໃນໄລຍະ ທີ່ເກີດວິກິດການໃນທົ່ວໂລກ. ຄວາມໜ້າໄວ້ວາງໃຈແບບນີ້ ເຮັດໃຫ້ ສປ ຈີນ ກາຍເປັນຈຸດໝາຍປາຍທາງທີ່ດີ ໃນການລົງທຶນ ແລະ ການຮ່ວມມືສາກົນ. ບໍລິສັດຂ້າມຊາດ ຂະໜາດໃຫຍ່ລົງທຶນ ຢ່າງຕໍ່ເນື່ອງຢູ່ຈີນ ໄດ້ສະແດງໃຫ້ເຫັນເຖິງຄວາມໝັ້ນໃຈ ຂອງຕະຫລາດສາກົນ ຕໍ່ຄວາມສາມາດການຜະລິດ ແລະ ຄວາມໝັ້ນທ່ຽງດ້ານເສດຖະກິດຂອງ ສປ ຈີນ. ຜ່ານຈາກລະບົບການເງິນ ທີ່ໜ້າໄວ້ວາງໃຈ, ແຜນການແກ້ໄຂ ດ້ານພະລັງງານ ແບບຍືນຍົງ ແລະ ເຄືອຂ່າຍ ອຸດສາຫະກຳ ທີ່ເຕັມໄປດ້ວຍ ຄວາມທົນທານ, ສປ ຈີນ ໄດ້ສະໜອງຄວາມໝັ້ນທ່ຽງ ໃຫ້ແກ່ ລະບຽບສາກົນ ທີ່ແຕກແຍກໄປຢ່າງຊະຊາຍ, ບໍ່ພຽງແຕ່ ໄດ້ຜ່ອນຄາຍ ຄວາມສ່ຽງ ຈາກສະຖານະການທີ່ເຄັ່ງຕຶງ ໃນດ້າຍພູມສາດການເມືອງ ເທົ່ານັ້ນ, ຍັງໄດ້ສ້າງພື້ນຖານໃຫ້ແກ່ ການສ້າງໂຄງປະກອບ ເສດຖະກິດສາກົນ ທີ່ມີຄວາມດຸນດ່ຽງ ແລະ ໝັ້ນຄົງ ກວ່າເກົ່າ. ບົດບາດຂອງ ສປ ຈີນ ທີ່ເສີມສ້າງ “ຜົນປະໂຫຍດ ດ້ານຄວາມໝັ້ນຄົງຂອງໂລກ” ນັບມື້ນັບພົ້ນເດັ່ນຂຶ້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
