ສປ ຈີນ-ສ.ອາເມລິກາ ຈະເພີ່ມການຮ່ວມມືເພື່ອກ້າວໄປຂ້າງໜ້າຢ່າງໝັ້ນທ່ຽງ

13/05/2026 16:35
Email Print 83
KPL - Asean 2024 ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ ທ່ານ​ ສີ ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິກາ​ ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ ສປ ຈີນ​ ທາງ​ລັດ​ຖະ​ກິ​ດ​ລະ​ຫວ່າງ ວັນ​ທີ 13-15 ພຶດ​ສະ​ພາ​ນີ້, ເຊິ່ງ​ເປັນ​ການ​ພົບ​ປະ​ແບບ​ເຊິ່ງ​ໜ້າ​ກັນ​ອີກ​ຄັ້ງ​ໜຶ່ງ ຫລັງ​ຈາກ​ ປະ​ມຸກ​ລັດ​ສອງ​ປະ​ເທດ​​ ພົ​ບ​ປະກັນ​ຢູ່ ​ນະ​ຄອນ​ບູ​ຊານ​ປະ​ເທດ ​ສ.ເກົາຫລີ ​ເມື່ອ​ເດືອນ​ຕຸ​ລາ​ປີ 2025.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,  ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ ທ່ານ​ ສີ ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິກາ​ ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ ສປ ຈີນ​ ທາງ​ລັດ​ຖະ​ກິ​ດ​ລະ​ຫວ່າງ ວັນ​ທີ 13-15 ພຶດ​ສະ​ພາ​ນີ້, ເຊິ່ງ​ເປັນ​ການ​ພົບ​ປະ​ແບບ​ເຊິ່ງ​ໜ້າ​ກັນ​ອີກ​ຄັ້ງ​ໜຶ່ງ ຫລັງ​ຈາກ​ ປະ​ມຸກ​ລັດ​ສອງ​ປະ​ເທດ​​ ພົ​ບ​ປະກັນ​ຢູ່ ​ນະ​ຄອນ​ບູ​ຊານ​ປະ​ເທດ ​ສ.ເກົາຫລີ ​ເມື່ອ​ເດືອນ​ຕຸ​ລາ​ປີ 2025.ໃນ​ໂອ​ກາດ ​ທີ່​ສະ​ຖາ​ນະ​ການ​ສາ​ກົນ ​ມີ​ການ​ຜັນ​ແປ ​ຢ່າງ​ສັບ​ສົນ, ວົງ​ການ​ຕ່າງໆ​ຂອງ​ ສ.ອາ​ເມ​ລິກາ​ ໃຫ້​ຄວ​າມ​ສົນ​ໃຈ​ເປັນ​ຢ່າງສູງ​ ຕໍ່​ການ​ພົບ​ປະ​ຄັ້ງ​ນີ້, ຫວັງ​ວ່າ ການ​ຕ່າງ​ປະ​ເທດ​ປະ​ມຸກ​ລັດ​ ຈະ​ນຳ​ພາ​ການ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາ ​ກ້າວ​ໄປ​ຂ້າງ​ໜ້າ​ຢ່າງ​ໝັ້ນ​ທ່ຽງ, ເພີ່ມ​ຄວາມ​ໝັ້ນ​ທ່ຽງ ແລະ ຄວາມ​ແນ່ນອນຫລາຍກວ່າ​ເກົ່າ ​ເຂົ້າ​ສູ່​ໂລກ ​ທີ່​ເຕັມ​ໄປ​ດ້ວຍ​ ຄວາມ​ປັ່ນ​ປ່ວນ​ວຸ້ນ​ວາຍ. ການ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາ ​ທີ່​ໝັ້ນ​ທ່ຽ​ງ ປອດ​ໃສ ແລ​ະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ ສອດ​ຄ່ອງ​ກັບ ​ຜົນ​ປະ​ໂຫຍດ​ຮ່ວມ​ ຂອງ​ສອງ​ປະ​ເທດ ແລະ ຄວາມຄອງ​ຄອຍ ຂອງ​ປະ​ຊາ​ຄົມ​ໂລກ. ທ່ານ​ໂຣ​ເປີດ ໂລ​ເຣນ​ສ ຄຸນ ປະ​ທານກອງ​ທຶນ​ຄຸນ​ອາ​ເມ​ຣິ​ກາ​ກ່າວ​ວ່າ: “ການ​ພົວ​ພັນ​ອາ​ເມ​ລິ​ກາ-ຈີນ​ ມີ​ຜົນ​ສະ​ທ້ອນ​ອັນ​ໃຫຍ່ຫລວງ ​ຕໍ່​ວຽກ​ງານ​ຂອງ​ທົ່ວ​ໂລກ, ການ​ແລກ​ປ່ຽນ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ​ ໄດ້​ຮັບ​ຄວາມ​ສົນ​ໃຈ​ ຈາກ​ຊາວ​ໂລກ. ການ​ພົບ​ປະ​ ລະ​ຫວ່າງ ​ປະ​ມຸກ​ລັດ ​ສອງ​ປະ​ເທດ​ ຈະ​ສົ່ງ​ສັນ​ຍານ ​ແຫ່ງ​ຄວາມ​ໝັ້ນ​ທ່ຽງ​ ທີ່​ລ້ຳ​ຄ່າ​ຕໍ່​ທົ່ວ​ໂລກ.” ເມື່ອ​ບໍ່​ດົນ​ມາ​ນີ້, ໜ່ວຍ​ງານ​ອາ​ເມ​ລິ​ກາ-ຈີນ ​ຂອງ​ຄະ​ນະ​ກຳ​ມະ​ການແຫ່ງ​ຊາດ​ ວ່າ​ດ້ວຍ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ​ອາ​ເມ​ລິກາ​ ລົງ​ພິມ​ບົດ​ຄວາມ​ ໂດຍ​ລະ​ບຸ​ວ່າ, ຫວັງ​ວ່າ​ ການ​ພົບ​ປະ​ລະ​ຫວ່າງ​ ປະ​ມຸກ​ລັດ​ ສອງ​ປະ​ເທດ​ ອາ​ເມ​ລິ​ກາ​-ຈີນ ​ຢູ່​ນະ​ຄອນຫລວງ​ປັກ​ກິ່ງ​​ ຈະສາ​ມາດ​ຊຸກ​ຍູ້ ​ການ​ຮ່ວມ​ມື​ຕົວ​ຈິງ​ຂອງ​ສອງ​ປະ​ເທດ ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ ປັນ​ຍາ​ປະ​ດິດ ແລະ​ ອື່ນໆ.ຂະນະທີ່ ສປ ຈີນ ແລະ ສ.ອາ​ເມ​ລິ​ກາ ​ເຄີຍ​ຮ່ວມ​ມື​ກັນໃນ​ຂົງ​ເຂດ​ຕ່າງໆ, ເຊັ່ນ: ​ຕໍ່​ຕ້ານ​ລັດ​ທິ​ ກໍ່​ການ​ຮ້າຍ, ຮັບ​ມື​ກັບ ​ວິ​ກິດ​ການທາງ​ການ​ເງິນ, ສະ​ກັດ​ກັ້ນ​ການ​ແພ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ​ອີ​ໂບ​ລາ ແລະອື່ນໆ, ທັງ​ສະ​ແດງ​ໃຫ້​ເຫັນ​ເຖິ​ງ ອ​ະ​ນາ​ຄົດ​ທີ່​ດີ​ ໃນ​ການ​ຮ່ວມ​ມື​ ດ້ານ​ການ​ຕໍ່​ຕ້ານ ​​ການເຂົ້າ​ອອກ​ເມືອງ ​ແບບ​ຜິດ​ກົດ​ໝາຍ, ການ​ຫລອກ​ລວງ​ ທາງ​ໂທ​ລະ​ຄົມ, ຕ້ານ​ການ​ຟອກ​ເງິນ, ປັນ​ຍາ​ປະ​ດິດ, ຮັບ​ມື​ກັບ​ການ​ແພ່​ລະ​ບາດ​ ຂອງ​ພະ​ຍາດ​ຕິດ​ແປດ ແລະ ​ອື່ນໆ. ທ່ານ​ ໄມ​​ເຄີນ ໂຟ​ຣ​ມານ ປະ​ທານ​ສະ​ມາ​ຄົມ​ການ​ພົວ​ພັນ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິກາ ​ລົງ​ພິມ​ບົດ​ຄວາມ​ໂດຍ​ລະ​ບຸ​ວ່າ, ເມື່ອ​ ສ.ອາ​ເມ​ລິ​ກາ ແລະ ສປ ຈີນ ທີ່​ເປັນ​ສອງ​ກຸ່ມ ​ເສດ​ຖະ​ກິດ​ໃຫຍ່ ​ທີ່​ສຸດ​ໃນ​ໂລກ​ ຮັກ​ສາ​ການ​ແລກ​ປ່ຽນ​ກັນ ແລະ ໂລກ​ ຈະ​ມີ​ຄວາມ​ໝັ້ນ​ຄົງ ຫລາຍກວ່າ​ເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL