ສປ ຈີນ ສົ່ງດາວທຽມກຸ່ມ 09 ຂອງກຸ່ມດາວທຽມອິນເຕີເນັດວົງໂຄຈອນຕ່ຳຊ່ຽນຟ່ານຂຶ້ນສູ່ອະວະກາດ
Email
Print
83
KPL - Asean 2024
ສູນສົ່ງດາວທຽມ ທ້າຍຢວນ ແຂວງຊ່ານຊີ່ຂອງ ສປ ຈີນ ໄດ້ສົ່ງດາວທຽມກຸ່ມ 09 ຂອງກຸ່ມດາວທຽມອິນເຕີເນັດ ວົງໂຄຈອນ ຕ່ຳຊ່ຽນຟ່ານ(G60)ໜ່ວຍ 09 ຂຶ້ນສູ່ອະວະກາດ ດ້ວຍຈະຫຼວດສົ່ງຍານຊາງເຈີ່ງ-6A

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 12 ພຶດສະພານີ້, ສູນສົ່ງດາວທຽມ ທ້າຍຢວນ ແຂວງຊ່ານຊີ່ຂອງ ສປ ຈີນ ໄດ້ສົ່ງດາວທຽມກຸ່ມ 09 ຂອງກຸ່ມດາວທຽມອິນເຕີເນັດ ວົງໂຄຈອນ ຕ່ຳຊ່ຽນຟ່ານ(G60)ໜ່ວຍ 09 ຂຶ້ນສູ່ອະວະກາດ ດ້ວຍຈະຫຼວດສົ່ງຍານຊາງເຈີ່ງ-6A, ດາວທຽມໄດ້ເຂົ້າສູ່ວົງໂຄຈອນ ທີ່ຄາດໄວ້ ຢ່າງສະດວກ ເຮັດໃຫ້ພາລະກິດຍິງສົ່ງຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງຈົບງາມ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
