ອາຊຽນ ເພີ່ມທະວີການຊຸກຍູ້ສົນທິສັນຍາ ເຂດປອດອາວຸດ ນິວເຄລຍ -ສິດທິມະນຸດ

25/07/2024 19:58
Email Print 83
KPL - Asean 2024 ໃນຂອບເຂດ ກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ອາຊຽນ ຄັ້ງທີ 57 ແລະ ບັນດາ ກອງປະຊຸມ ທີ່ກ່ຽວຂ້ອງ ຢູ່ ສປປ ລາວ ໃນວັນທີ 24 ກໍລະກົດນີ້

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ,ໃນຂອບເຂດ ກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ອາຊຽນ ຄັ້ງທີ 57  ແລະ ບັນດາ ກອງປະຊຸມ ທີ່ກ່ຽວຂ້ອງ ຢູ່ ສປປ ລາວ ໃນວັນທີ 24 ກໍລະກົດນີ້ ໄດ້ດຳເນີນ ກອງປະຊຸມ ຄະນະກຳມະການ ເຂດປອດອາວຸດ ນິວເຄລຍ ອາຊີ ຕາເວັນອອກ ສ່ຽງໃຕ້ (SEANWFZ) ແລະ ການພົບປະ ລະຫວ່າງ ບັນດາລັດຖະມົນຕີ ການຕ່າງປະເທດ ອາຊຽນ ກັບຄະນະ ກຳມະການ ລະຫວ່າງ ລັດຖະບານ ອາຊຽນ ກ່ຽວກັບ ສິດທິມະນຸດ (AICHR). ເຂົ້າຮ່ວມກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ໂດ໊ຮຸ່ງຫວຽດ, ຮອງລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ໄດ້ສະເໜີ ອາຊຽນ ກະກຽມ ການຍື່ນສະເໜີ ມະຕິວ່າດ້ວຍ ສົນທິສັນຍາ SEANWFZ ເຖິງສະມັດຊາໃຫຍ່ ສປຊ ໂດຍໄວ ແລະ ສືບຕໍ່ຊຸກຍູ້ ບັນດາປະເທດ ທີ່ມີອາວຸດ ນິວເຄລຍ ເຂົ້າຮ່ວມ ອະນຸສັນຍາ SEANWFZ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL