ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ທົບທວນຄືນຫລາຍບັນຫາສຳຄັນ

25/07/2024 16:40
Email Print 83
KPL - Asean 2024 ຂປລ. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມສາມຝ່າຍ ລະຫວ່າງ ສປປ ລາວ, ກອງເລຂາອາຊຽນ ແລະ ນອກແວ ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 25 ກໍລະກົດ 2024 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ.



ຂປລ. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ
57 ແລະ ກອງປະຊຸມສາມຝ່າຍ ລະຫວ່າງ ສປປ ລາວ, ກອງເລຂາອາຊຽນ ແລະ ນອກແວ ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 25 ກໍລະກົດ 2024 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ໄດ້ທົບທວນຄວາມຄືບໜ້າ ຂອງການສ້າງປະຊາຄົມອາຊຽນ, ລວມທັງຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດບັນດາ ບຸລິມະສິດການເປັນປະ ທານອາຊຽນ ຂອງ ສປປ ລາວ ທີ່ປິ່ນອ້ອມຄໍາຂວັນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມ ແຂງອາຊຽນເປັນຕົ້ນ ການສ້າງແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດ ປະຊາຄົມອາຊຽນ 2045 ທີ່ປະກອບດ້ວຍ ແຜນຍຸດທະສາດປະຊາຄົມ ການເມືອງ-ຄວາມໝັ້ນຄົງອາຊຽນ, ແຜນຍຸດທະສາດປະຊາຄົມ ເສດຖະກິດອາຊຽນ, ແຜນຍຸດທະສາດປະຊາຄົມ ວັດທະນະທໍາ-ສັງຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນ. ກອງປະຊຸມ, ຍັງໄດ້ປຶກສາຫາລື ກ່ຽວກັບການສະໝັກເຂົ້າເປັນພາຄີ ຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ ແລະ ໄດ້ສະແດງຄວາມຍິນດີທີ່ ອານເຊີຣີ, ແຟງລັງ, ລຸກຊໍາບວກ, ແອັດສະປາຍ ແລະ ເມັກຊິກ ຈະໄດ້ລົງນາມເຂົ້າເປັນພາຄີສົນທິສັນຍາດັ່ງກ່າວ, ໃນເວລາອັນໄວ.




ນອກຈາກນີ້
, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກໍໄດ້ທົບທວນຄືນ ການຈັດຕັ້ງປະ ຕິບັດ ຄໍາຕົກລົງ 5 ຂໍ້ຂອງຜູ້ນໍາອາຊຽນ, ການພົວພັນລະຫວ່າງອາຊຽນ ແລະ ຄູ່ຮ່ວມມືພາຍນອກ ເຊິ່ງ ກອງປະຊຸມ ໄດ້ຢໍ້າຄືນຄວາມສໍາຄັນໃນການຮັດແໜ້ນການຮ່ວມມື ແລະ ຄວາມເປັນແກນ ກາງຂອງອາ ຊຽນ ໃນໂຄງສ້າງການຮ່ວມມືພາກພື້ນທີ່ພວມພັນແປໄປ. ນອກນັ້ນ, ລັດຖະມົນຕີຕ່າງປະເທດອາຊຽນ ໄດ້ປຶກສາຫາລື ແລກປ່ຽນຄໍາຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັນ ແລະ ມີຄວາມສົນໃຈຮ່ວມກັນ.

ໃນຕອນບ່າຍວັນດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ຍັງໄດ້ເປັນປະທານກອງປະຊຸມສາມຝ່າຍ ລະຫວ່າງ ສປປ ລາວ, ກອງເລຂາອາຊຽນ ແລະ ນອກແວ ເຊິ່ງກອງປະຊຸມ ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າ ຂອງການຈັດຕັ້ງຜັນຂະຫຍາຍ ການເປັນຄູ່ຮ່ວມ ຂະແໜງການ ລະຫວ່າງອາຊຽນ ແລະ ນອກແວ ນັບແຕ່ການສ້າງຕັ້ງການເປັນຄູ່ຮ່ວມຂະແໜງການກັບອາຊຽນ ຂອງນອກແວ ແຕ່ປີ 2015 ເປັນຕົ້ນມາ ໂດຍຜ່ານການຈັດຕັ້ງປະຕິບັດ ເອກະສານຊ້ອນທ້າຍ ຂອງແຜນປະຕິບັດງານ ອາຊຽນ-ນອກແວ (2021-2025), ພ້ອມທັງໄດ້ປຶກສາຫາລື ເພື່ອກໍານົດທິດທາງ ການຮ່ວມມືໃນຕໍ່ໜ້າ.

ພ້ອມນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ພົບປະສອງຝ່າຍກັບບາງປະເທດສະມາຊິກອາຊຽນ ແລະ ຄູ່ເຈລະຈາຂອງອາຊຽນ ເພື່ອປຶກສາຫາລືກ່ຽວກັບ ການຮັດແໜ້ນການຮ່ວມມືສອງຝ່າຍນໍາກັນ.
KPL