ເຈົ້າໜ້າທີ່ອາວຸໂສອາຊຽນ ທົບທວນຄືນ ຫລາຍບັນຫາສຳຄັນ

23/07/2024 18:01
Email Print 83
KPL - Asean 2024 ຂປລ. ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມຄະນະບໍລິຫານງານຂອງຄະນະ ກຳມະທິການເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສຽງໃຕ້ ພາຍໃຕ້ຄຳຂວັນ ການເປັນປະທານອາຊຽນຂອງ ສປປ ລາວ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໄດ້ຈັດຂຶ້ນ ໃນວັນທີ 23 ກໍລະກົດ 2024 ຢູ່ນະຄອນຫລວງວຽງຈັນ



ຂປລ. ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມຄະນະບໍລິຫານງານຂອງຄະນະ ກຳມະທິການເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສຽງໃຕ້ ພາຍໃຕ້ຄຳຂວັນ ການເປັນປະທານອາຊຽນຂອງ ສປປ ລາວ
ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນໄດ້ຈັດຂຶ້ນ ໃນວັນທີ 23 ກໍລະກົດ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໂດຍມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຕີມໍແລັດສະເຕ,  ຮອງເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ ເຂົ້າຮ່ວມ.




ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ທົບທວນຄືນຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ
2025; ການຈັດຕັ້ງປະຕິບັດ ບຸລິມະສິດສຳ ລັບການເປັນປະທານອາຊຽນຂອງ ສປປ ລາວ 2024; ການສະໝັກເຂົ້າເປັນພາຄີ ຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້(TAC);  ການຮ່ວມມືກັບພາຍນອກ  ແລະ ການ ກະກຽມໃຫ້ແກ່ກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57, ກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນກັບຄູ່ເຈລະຈາ, ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນບວກສາມ ຄັ້ງທີ 25, ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 14 ແລະ ກອງປະຊຸມລັດຖະມົນຕີ ເວທີພາກພື້ນອາຊຽນ ຄັ້ງທີ 31 ເຊິ່ງຈະຈັດຂຶ້ນໃນວັນທີ 24-27 ກໍລະກົດ 2024 ທີ່ ນະຄອນຫລວງວຽງຈັນ.



ສຳລັບ ກອງປະຊຸມ ຄະນະບໍລິຫານງານຂອງຄະນະກຳມະທິການ ເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສຽງໃຕ້ ໄດ້ທົບທວນຄວາມຄືບໜ້າ ການຈັດຕັ້ງປະຕິບັດ ແຜນປະຕິບັດງານຂອງສົນ ທິສັນຍາເຂດປອດອາວຸດນິວເຄລຍອາຊີຕາເວັນອອກສຽງໃຕ້ (
2023-2027) ແລະ ໄດ້ປຶກສາຫາລື ກ່ຽວກັບການເຂົ້າເປັນພາຄີ ຂອງສົນທິສັນຍາເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສຽງໃຕ້ ຂອງ ຕີມໍແລັດສະເຕ.

KPL