ລາວ-ໄທ ຕັ້ງເປົ້າດຶງດູດນັກທ່ອງທ່ຽວເພີ່ມຂຶ້ນຜ່ານຂະບວນລົດໄຟຂ້າມຊາຍແດນ

19/07/2024 11:20
Email Print 83
KPL - Asean 2024 ລາວ-ໄທ ຕັ້ງເປົ້າໝາຍໄວວ່າການເປີດໃຫ້ບໍລິການແລ່ນລົດ ໄຟຂ້າມແດນລະຫວ່າງສອງເທດບໍ່ພຽງຊຸກຍູ້ການຄ້າ, ການລົງທຶນ, ບໍລິການຂົນສົ່ງເຕີບໃຫຍ່ຂະຫຍາຍ ຕົວແບບກ້າວກະໂດດເທົ່ານັ້ນຫາກ ຍັງຈະເຮັດໃຫ້ພາກອຸດສາຫະກໍາ ທ່ອງທ່ຽວລະຫວ່າງລາວ-ໄທ, ອາຊຽນ, ພາກພື້ນ ແລະ ສາກົນມີຄວາມຄຶກຄັກເປັນພິເສດ.

    *ລາວ-ໄທ ຕັ້ງເປົ້າໝາຍໄວວ່າການເປີດໃຫ້ບໍລິການແລ່ນລົດ ໄຟຂ້າມແດນລະຫວ່າງສອງເທດບໍ່ພຽງຊຸກຍູ້ການຄ້າ, ການລົງທຶນ, ບໍລິການຂົນສົ່ງເຕີບໃຫຍ່ຂະຫຍາຍ ຕົວແບບກ້າວກະໂດດເທົ່ານັ້ນຫາກ ຍັງຈະເຮັດໃຫ້ພາກອຸດສາຫະກໍາ ທ່ອງທ່ຽວລະຫວ່າງລາວ-ໄທ, ອາຊຽນ, ພາກພື້ນ ແລະ ສາກົນມີຄວາມຄຶກຄັກເປັນພິເສດ. ອີງຕາມຂໍ້ມູນຈາກສື່ຕ່າງປະເທດລາຍງານວ່າ: ທາງລົດໄຟແຫ່ງປະເທດໄທໄດ້ປະກາດເປັນທາງການຈະເປີດບໍລິການລົດໄຟສາກົນທີ່ເຊື່ອມຕໍ່ບາງກອກ ປະເທດໄທ ແລະ ນະຄອນຫລວງວຽງຈັນ ຂອງ ລາວ ໃນວັນທີ 19 ກໍລະກົດ 2024 ນີ້. ຄາດວ່າຄ່າປີ້ລົດໄຟ ໂດຍສານສາຍດຽວຈາກບາງກອກໄປວຽງ ຈັນຈະເລີ່ມຕົ້ນປະມານ 300 ບາດ (9 ໂດລາ) ຫລື ປະມານ 210,000 ກີບ ສໍາລັບບ່ອນນັ່ງພັດລົມຊັ້ນສາມ ແລະ ຈະໃຊ້ເວລາເດີນທາງ ປະມານ 10 ຊົ່ວໂມງ.

    ເມື່ອໄປຮອດຈຸດໝາຍປາຍທາງນັກທ່ອງທ່ຽວສາມາດນໍາໃຊ້ບໍລິການ ຂົນສົ່ງສາທາລະນະຂອງແຕ່ລະປະເທດຕາມຄວາມສະດວກຂອງໃຜມັນສະເພາະຢູ່ ສປປ ລາວ ເພື່ອເດີນທາງໄປຫາຕົວເມືອງ ແລະ  ນະຄອນຫລວງວຽງຈັນ ໄລຍະທາງ 7-9 ກິໂລແມັດ. ນອກຈາກນີ້, ຍັງສາມາດຂຶ້ນລົດໄຟຄວາມໄວສູງ ລາວ-ຈີນ ທີ່ສະຖານີລົດໄຟວຽງຈັນເພື່ອເດີນທາງໄປແຂວງອື່ນໆ ທາງພາກເໜືອໃນລາວ ຫລື ເດີນທາງໄປຕໍ່ປະເທດຈີນ. ການທົດລອງການບໍລິການລະຫວ່າງສະຖານີອຸດອນທານີ, ໜອງຄາຍ ແລະ ວຽງຈັນ ໄດ້ສຳເລັດ ໃນວັນທີ 21 ພຶດສະພາ 2024 ນີ້, ໂດຍບໍ່ມີບັນຫາໃດໆ.

     ຫວ່າງບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບການລົດໄຟແຫ່ງປະເທດໄທ ໄດ້ເປີດທົດລອງແລ່ນລົດໄຟຈາກ ສະຖານີທ່ານາແລ້ງ ຫາ ສະຖານີວຽງຈັນ ຄຳສະຫວາດ ເພື່ອກວດກາດ້ານເຕັກນິກ ໃນລະຫວ່າງວັນທີ 14-17 ພຶດສະພາ 2024 ເພື່ອເປັນການກະກຽມຄວາມພ້ອມ ໃຫ້ແກ່ການເປີດໃຫ້ບໍລິການ ແຕ່ສະຖານີໜອງຄາຍຣາຊະອາຈັກໄທ ຫາ ສະຖານີວຽງຈັນ ຄໍາສະຫວາດ ສປປ ລາວ ຢ່າງເປັນທາງການ ໂດຍຈະແລ່ນທົດລອງ 9 ຖ້ຽວຕໍ່ວັນ ເຊິ່ງເລີ່ມແຕ່ເວລາ 08:30-15:30 ໂມງ. ສ່ວນວັນທີ 18-20 ພຶດສະພາ 2024 ແມ່ນຈະທົດລອງແລ່ນຂະບວນລົດໄຟ ຈາກສະຖານີອຸດອນທານີ-ສະຖານີໜອງຄາຍ-ສະຖານີທ່ານາແລ້ງ ແລະ ສະຖານີວຽງຈັນ ຄຳສະຫວາດ. ທັງນີ້ກໍເພື່ອຮັບປະກັນຄວາມພ້ອມຮອບດ້ານໃຫ້ແກ່ມື້ ເປີດໃຫ້ບໍລິການເຊິ່ງມື້ເປີດໃຫ້ບໍລິການຢ່າງເປັນທາງການພາກສ່ວນກ່ຽວຂ້ອງຈະແຈ້ງໃຫ້ຊາບຕາມພາຍຫລັງ.

  ທ່ານ ຄອນສະຫວັນ ຄໍາພິວົງ ຫົວໜ້າສະຖານີລົດໄຟທ່ານາແລ້ງ ໃຫ້ໄດ້ຮູ້ໃນວັນທີ 14 ພຶດສະພາ 2024 ນີ້ວ່າ: ມື້ນີ້, ເປັນມື້ທີ່ພວກເຮົາເລີ່ມທົດລອງການແລ່ນລົດໄຟ ຈາກສະຖານີທ່ານາແລ້ງ ຫາ ສະຖານີຄຳສະຫວາດ ເປັນຄັ້ງທໍາອິດ ທີ່ໃຊ້ຄົນຂັບລົດໄຟຄົນລາວ ໂດຍໄດ້ສະຫລັບກັນລະຫວ່າງຄົນຂັບຝ່າຍໄທ ແລະ ຝ່າຍລາວ ເຊິ່ງຄົນຂັບລົດໄຟໄທ ມາຈອດຢູ່ສະຖານີທ່ານາ ແລ້ງ ແລ້ວປ່ຽນໃຫ້ຄົນຂັບຝ່າຍລາວ ຂັບຕໍ່ໄປສະຖານີວຽງຈັນຄຳສະຫວາດ. ຜ່ານການທົດລອງໃນມື້ນີ້, ເຫັນວ່າດຳເນີນໄປດ້ວຍດີ, ທາງດ້ານເຕັກນິກ ແລະ ເສັ້ນທາງບໍ່ມີຫຍັງຂັດຂ້ອງ ແລະ ຈະສືບຕໍ່ທົດລອງແລ່ນ ໄປຈົນເຖິງວັນທີ 20 ພຶດສະພາ 2024.ເຖິງແນວໃດກໍດີ ແຫລ່ງຂ່າວຍັງລະບຸວ່າ: ການເປີດໃຫ້ບໍລິການເບື້ອງຕົ້ນໄດ້ກໍານົດເວລາດັ່ງນີ້: ຂະບວນລົດ 481  ໜອງຄາຍ - ທ່ານາແລ້ງ ເວລາອອກ 07:30 ໂມງເວລາຮອດ 07:45 ໂມງ; ຂະບວນລົດ 482  ທ່ານາແລ້ງ-ໜອງຄາຍເວລາອອກ 10:00 ໂມງ ເວລາຮອດ 10:15 ໂມງ; ຂະບວນລົດ 483  ໜອງຄາຍ-ທ່ານາແລ້ງ ເວລາອອກ 14:45 ໂມງ ເວລາຮອດ 15:00 ໂມງ; ຂະບວນລົດ 484  ທ່ານາແລ້ງ- ໜອງຄາຍ ເວລາອອກ 17:30 ໂມງ ເວລາຮອດ 17:45 ໂມງ; ຂະບວນລົດ 26  ໜອງຄາຍ - ກຸງເທບ ເວລາອອກ 19:40 ໂມງ ເວລາຮອດ 06:00 ໂມງ.

      ນອກຈາກນັ້ນ ການລົດໄຟແຫ່ງປະເທດໄທ ໃຫ້ຮູ້ວ່າ: ຂະບວນລົດໄຟລະຫວ່າງປະເທດຈະເປັນລາຄາປະຢັດ ໃຊ້ພຽງແຕ່ Passport ຫລື Border Pass ອັດຕາຄ່າໂດຍສານທ່ານລະ 20 ບາດ ເຊິ່ງຄິດເປັນເງິນລາວ 10,000 ກີບ (Rate 1

KPL