ເຂດເສດຖະກິດພິເສດບຶງທາດຫລວງ ຈະກາຍເປັນແຫລ່ງທ່ອງທ່ຽວໃໝ່ໃນອາຊຽນ

10/01/2024 10:46
Email Print 83
KPL - Asean 2024 * ເຂດເສດຖະກິດພິເສດບຶງທາດຫລວງ ຈະກາຍເປັນແຫລ່ງທ່ອງທ່ຽວໃໝ່ໜ້າສົນໃຈໃນອາຊຽນເພື່ອຮອງ ຮັບການເພີ່ມຂຶ້ນຂອງນັກທ່ອງທ່ຽວຈາກທຸກມູມໂລກເດີນທາງເຂົ້າມາ ສປປ ລາວໃນອະນາຄົດ.

* ເຂດເສດຖະກິດພິເສດບຶງທາດຫລວງ ຈະກາຍເປັນແຫລ່ງທ່ອງທ່ຽວໃໝ່ໜ້າສົນໃຈໃນອາຊຽນ ເພື່ອຮອງຮັບການເພີ່ມຂຶ້ນຂອງນັກທ່ອງທ່ຽວ ຈາກທຸກມູມໂລກເດີນທາງເຂົ້າມາ ສປປ ລາວໃນອະນາຄົດ.

ຫລ້າສຸດພິທີວາງສີລາລຶກໂຄງການກໍ່ສ້າງສະຫນາມກັອບບຶງທາດຫລວງ ທີ່ເຂດເສດຖະກິດພິເສດບຶງທາດຫລວງ ນະຄອນຫລວງວຽງຈັນ ຈັດຂຶ້ນວັນທີ 28 ທັນວາ 2023,ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ທ່ານນາງ ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການ ລົງທຶນ ທ່ານພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫລວງວຽງຈັນ ທ່ານ ຮ່າສຽວຜິງ ຮອງຜູ້ອໍານວຍການໃຫຍ່ບໍລິສັດກໍ່ສ້າງ ເລກ 8 ແຫ່ງຊາດຈີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ຫວງກົວປິ່ງ ປະທານບໍລິສັດ ລາວທາດຫລວງ ລົງທຶນພັດທະນາ ຈໍາກັດ ຜູ້ພັດທະນາເຂດເສດຖະກິດ ພິເສດບຶງທາດຫລວງນະ ຄອນຫລວງວຽງຈັນ ໄດ້ກ່າວວ່າ: ການກໍ່ສ້າງສະຫນາມກັອບ 18 ຂຸມ ຢູ່ໃນໃຈກາງເມືອງຂອງເຂດເສດຖະກິດພິເສດບຶງທາດຫລວງ ແມ່ນເປັນປັດໄຈສໍາຄັນໃນການພັດທະນາ ເຂດເສດຖະກິດພິເສດຂອງພວກເຮົາ ນີ້ບໍ່ພຽງແຕ່ເປັນສະຖານທີ່ໃນການເຄື່ອນໄຫວ ກິດຈະການກິລາເທົ່ານັ້ນ ແຕ່ຍັງເປັນອົງປະກອບ ໃນການພັດ ທະນາຕົວເມືອງ ແລະ ເປັນຈຸດເດັ່ນອັນໃຫມ່ຂອງແຫລ່ງທ່ອງທ່ຽວ ໃນເຂດອ້ອມຂ້າງຂອງສະຫນາມກັອບບຶງທາດຫລວງ ຈະປະກອບມີໂຮງແຮມຊົນຊັ້ນລະດັບສູງ ໂຮງແຮມບູຕິກ ສະຖານບັນເທີງ, ຮ້ານອາຫານ, ສູນການຄ້າການທ່ອງທ່ຽວລະດັບສາກົນ ແລະ ຮ້ານຄ້າປອດພາສີ ລວມທັງອົງປະກອບອື່ນໆ ມູນຄ່າໃນການ ລົງທຶນຄາດຄະເນປະມານ 400 ລ້ານໂດລາສະຫະລັດ ສະຫນາມກັອບ ດັ່ງກ່າວຈະນໍາເອົາຄວາມເຂັ້ມແຂງ ດ້ານການທ່ອງທ່ຽວ ໃນອະນາຄົດໃຫ້ກາຍເປັນ Land mark ອັນໃຫມ່ ຂອງແຫລ່ງທ່ອງທ່ຽວ ໃນນະຄອນຫລວງວຽງຈັນ. ນອກນີ້, ພວກເຮົາຍັງໄດ້ເຊື້ອເຊີນນັກກັອບ ທີ່ມີຊື່ສຽງຂອງໂລກ ທ່ານ ນິກ ໂຟໂດ້ ໃນການອອກແບບ ເຊິ່ງນໍາເອົາມາດຕະຖານສາກົນ ຂອງສະຫນາມກັອບໃຫ້ກາຍເປັນສະໜາມ ກັອບແຖວໜ້າໃນຕົວເມືອງນະຄອນຫລວງວຽງຈັນ ການກໍ່ ສ້າງສະຫນາມກັອບດັ່ງກ່າວຈະເປັນການພັດທະນາ ເສດຖະກິດພາຍ ໃນເຂດອ້ອມຂ້າງພ້ອມນັ້ນ, ຍັງຈະເປັນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເພື່ອເປັນ ມິຕິໃຫມ່ ໃນການພັດທະນາດ້ານອຸດສາຫະກໍາການ ທ່ອງທ່ຽວໃນຕົວເມືອງອີກດ້ວຍ.

ດັ່ງທີ່ຮູ້ນໍາ, ພາຍຫລັງ ສປປລາວ ໄດ້ເປີດໃຫ້ບໍລິການເສັ້ນທາງລົດໄຟລາວ-ຈີນ 2 ປີຜ່ານມາເຫັນວ່າບັນດານັກທ່ອງທ່ຽວ ຈາກພາກພື້ນ ແລະ ສາກົນ ໄດ້ມາໃຊ້ບໍລິການເສັ້ນທາງລົດໄຟດັ່ງກ່າວເພີ່ມຂຶ້ນ ແບບກະໂດດເພື່ອເດີນທາງໄປຫາປະເທດຕ່າງໆ. ສະນັ້ນ ,ໂຄງການກໍ່ສ້າງສະຫນາມກັອບບຶງທາດຫລວງ ຈະກາຍເປັນສ່ວນ ຫນຶ່ງ ໃນການຮອງຮັບນັກທ່ອງທ່ຽວເຫລົ່ານັ້ນ.

 ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL