ປີນີ້ຄາດວ່າ ຈະມີນັກທ່ອງທ່ຽວຈີນ ເຂົ້າມາທ່ຽວລາວເພີ່ມຂຶ້ນ 2 ລ້ານເທື່ອຄົນ

09/02/2026 13:36
Email Print 109
KPL ປີ 2026 ນີ້ ຄາດວ່າຈະສາມາດດຶງດູດນັກທ່ອງທ່ຽວໃຫ້ໄດ້ 5-6 ລ້ານເທື່ອຄົນ ໃນນັ້ນ ນັກທ່ອງທ່ຽວ ຈີນຈະກວມເອົາອັດ ຕາສ່ວນເພີ່ມຂຶ້ນ ເຖິງ 2 ລ້ານເທື່ອຄົນ ນີ້ເປັນຜົນສືບເນື່ອງມາຈາກແຮງຍູ້ໜູນຂອງສອງປະເທດພວມກະກຽມສະເຫລີມສະຫລອງວັນ ສ້າງຕັ້ງສາຍພົວພັນ ການ ທູດ ລາວ-ຈີນ ຄົບຮອບ 65 ປີ.






ຂປລ.​ ປີ 2026 ນີ້ ຄາດວ່າຈະສາມາດດຶງດູດນັກທ່ອງທ່ຽວໃຫ້ໄດ້ 5-6 ລ້ານເທື່ອຄົນ ໃນນັ້ນ ນັກທ່ອງທ່ຽວຈີນ ຈະກວມເອົາອັດ ຕາສ່ວນເພີ່ມຂຶ້ນເຖິງ 2 ລ້ານເທື່ອຄົນ ນີ້ເປັນຜົນສືບເນື່ອງມາຈາກແຮງຍູ້ໜູນ ຂອງສອງປະເທດພວມກະກຽມສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການ ທູດ ລາວ-ຈີນ ຄົບຮອບ 65 ປີ, ບວກກັບຄວາມສົນໃຈ ຂອງນັກທ່ອງທ່ຽວ ຈາກພາກພື້ນສາກົນຫັນມາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເພີ່ມຂຶ້ນຢ່າງຫລວງຫລາຍ ເພື່ອເດີນທາງໄປມາຫາສູ່ກັນ ລະຫວ່າງອາຊຽນ,ຈີນ ແລະ ເອີຣົບ. ໃນຂະນະທີ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຫາກໍສໍາ ເລັດ ແລະ ໄດ້ເຜີຍແຜ່ເນື້ອໃນຍຸດທະສາດ ການພັດທະນາສີຂຽວຍືນຍົງ ລວມທັງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ສະບັບໃໝ່ສອດຫ້ອຍວຽກງານ ການທ່ອງທ່ຽວເປັນໜຶ່ງໃນບຸລິມະສິດສໍາຄັນ ແລະ ຕັ້ງເປົ້າໝາຍໄວ້ວ່າ 5 ປີຕໍ່ໜ້າ (2026-2030) ຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 22 ລ້ານເທື່ອຄົນກັບການສ້າງ ລາຍຮັບເຂົ້າປະເທດໃຫ້ໄດ້ 8 ຕື້ກວ່າໂດລາ.

ຫລາຍຊຸມປີຜ່ານມານີ້, ອຸດສາຫະກໍາທ່ອງທ່ຽວແມ່ນໜຶ່ງໃນຂະແໜງສໍາຄັນທີ່ສ້າງລາຍໄດ້ອັນດັບຕົ້ນໆຂອງຊາດ ແລະ ຍັງຂັບເຄື່ອນເສດຖະກິດຈາກສູນກາງຈົນຮອດທ້ອງຖິ່ນ ໄດ້ຢ່າງແທດເຖິງ ເຊິ່ງສາມາດຊ່ວຍກະຈາຍລາຍໄດ້, ສ້າງອາຊີບ ແລະ ເພີ່ມພະລັງການຜະລິດຫລາຍຂຶ້ນ. ດັ່ງທີ່ພວກ ເຮົາຮູ້ນໍາກັນ ກ່ອນການລະບາດຂອງພະຍາດໂຄວິດ-19  ມີນັກທ່ອງທ່ຽວຕ່າງປະເທດເກືອບ 5  ລ້ານເທື່ອຄົນ ເຂົ້າມາຢ້ຽມຢາມລາວ ໃນນັ້ນມີນັກທ່ອງທ່ຽວຈີນ 1 ລ້ານກວ່າຄົນ ເຊິ່ງສາມາດສ້າງລາຍໄດ້ທັງໝົດເຂົ້າປະເທດເກືອບ 700 ລ້ານໂດລາ ເຊິ່ງລາຍໄດ້ດັ່ງກ່າວນີ້ຖືວ່າສູງກວ່າຂະແໜງການກະສິກໍາ ແລະ ບາງທຸລະກິດອື່ນໆ ອີກ. ພາຍຫລັງສິ້ນສຸດການລະບາດພະຍາຍາດໂຄວິດ-19 ແລະ ເປີດປະເທດອີກຄັ້ງໃນປີ 2022, ບວກກັບໄລຍະເປີດໃຫ້ບໍລິການເສັ້ນທາງລົດໄຟ ລາວ-ຈີນ ໃນປີ 2021 ປະກົດວ່າຈໍານວນນັກທ່ອງທ່ຽວຕ່າງປະເທດ ຍັງສືບຕໍ່ກັບມາຢ້ຽມຢາມ ສປປ ລາວ ຄືນໃໝ່ ແລະ ຕົວເລກເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງໄດ້ສະທ້ອນ ໃຫ້ ເຫັນຢ່າງຈະແຈ້ງວ່າລາວ ບໍ່ໄດ້ມີມົນສະເໜ່ພຽງແຕ່ແຫລ່ງທ່ອງທ່ຽວ ດ້ານມໍລະດົກໂລກ, ທໍາມະຊາດທີ່ອຸດົມສົມບູນ, ວັດທະນະທໍາທີ່ມີເອກະລັກ, ຜູ້ຄົນຍິ້ມແຈ່ມໃສເທົ່ານັ້ນ, ແຕ່ລາວຫາກຍັງຕັ້ງຢູ່ບົນພື້ນຖານ ສໍາຄັນທີ່ມີເສັ້ນທາງລົດໄຟ ລາວ-ຈີນ ເຊື່ອມໂຍງກັບພາກພື້ນ-ສາກົນ, ຊາວລາວບັນດາເຜົ່າຮັກສັນຕິພາບ, ຄວາມສະຫງົບສຸກ,ສ້າງເພື່ອນມິດທີ່ດີກັບວົງຄະນາສາກົນ ອື່ນໆ.

ຫລາຍທົດສະຕະວັດຜ່ານມານີ້, ພາຍໃຕ້ການຮ່ວມມື ລາວ-ຈີນ ແລະ ເພື່ອນມິດສາກົນອື່ນໆໄດ້ປູພື້ນຖານສໍາຄັນ ປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດ ແລະ ປ່ຽນແປງໃບໜ້າ ໃໝ່ຂອງປະເທດຢ່າງຕັ້ງໜ້າ ເລີ່ມຈາກການຟື້ນຟູເສດຖະກິດໃຫ້ຟື້ນຄືນຫລັງໂຄວິດ, ເພີ່ມບັນຊີສິນຄ້າຂອງລາວ ຫລາຍກວ່າ 70 ລາຍການສົ່ງອອກຈີນ, ຍູ້ໜູນໃຫ້ເສັ້ນທາງລົດໄຟລາວ-ຈີນ ໄດ້ຮັບຜົນປະໂຫຍດຮ່ວມກັນຮອບດ້ານ ພາຍໃຕ້ຂໍ້ລິ “ເລີ່ມໜຶ່ງແລວໜຶ່ງເສັ້ນທາງ”, ໃຫ້ທຶນການສຶກສາຢ່າງຫລວງ ຫລາຍເພື່ອສ້າງບຸກຄະລາກອນຄຸນນະພາບ ໃໝ່ຊ່ວຍຍູ້ແຮງການເຕີບໂຕໃນອະນາຄົດ, ຄົນລາວໄດ້ມີໂອກາດເລືອກຊື້ສິນຄ້າ ທີ່ມີຄວາມ ຫລາກຫລາຍດ້ວຍລາຄາ ແບບສົມທຽບກັນລະຫວ່າງ ຜະລິດຕະພັນຕາເວັນຕົກ ແລະ ຕາເວັນອອກ ເພີ່ມຂຶ້ນ, ສົ່ງເສີມໃຫ້ນັກທ່ອງທ່ຽວໃຫ້ເຂົ້າມາຢ້ຽມຢາມ ລາວຫລາຍຂຶ້ນ ເພື່ອຊ່ວຍໃຫ້ເສດຖະກິດລາວ ຂະຫຍາຍຕົວຂຶ້ນເປັນກ້າວໆ. 




ເມື່ອບໍ່ດົນມານີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ຈັດຂຶ້ນທີ່ນະຄອນຫລວງວຽງຈັນ ແລະ ເຜີຍແຜ່ບົດລາຍງານແຜນພັດທະນາເສດຖະກິດ-ສັງຄົມ 5 ປີວ່າ: ຈະສູ້ຊົນເຮັດໃຫ້ເສດຖະກິດ ເຕີບໂຕບໍ່ຫລຸດ 6% ຕໍ່ປີ ແຕ່ນີ້ຮອດປີ 2030 ໃນນັ້ນ ລວມມີ ແຜນ ການພັດທະນາສີຂຽວຍືນຍົງ, ການຫັນເປັນອຸດສາຫະກໍາທັນສະໄໝ, ການຫັນເປັນດີຈິຕອນ ແລະ ການທ່ອງທ່ຽວອື່ນໆ ແມ່ນເປັນບຸລິມະສິດສໍາຄັນຂອງລັດຖະບານເພື່ອສ້າງແຮງຂັບເຄື່ອນໃຫ້ແກ່ການພັດທະນາເສດຖະກິດສີຂຽວຍືນຍົງ, ສ້າງວຽກເຮັດງານທໍາ, ກະຈາຍການສ້າງລາຍໄດ້ລົງສູ່ທ້ອງຖິ່ນ ແລະ ກ້າວ ໄປສູ່ ການຫລຸດພົ້ນຄວາມທຸກຍາກເປັນກ້າວໆ. ພ້ອມດຽວກັນນີ້, ການພັດທະນາພື້ນຖານໂຄງລ່າງ ທີ່ມີຄຸນນະພາບເພື່ອເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນນັ້ນ ກໍຍັງເປັນວຽກຈໍາເປັນຮີບດ່ວນ ຕ້ອງເອົາໃຈໃສ່ເພື່ອຍູ້ແຮງໃຫ້ແກ່ການຂົນສົ່ງສິນຄ້າ, ການບໍລິການ ແລະ ການເດີນທາງໄປມາຫາສູ່ກັນສະດວກ ຂຶ້ນ ກວ່າເກົ່າ.

ພ້ອມດຽວກັນນັ້ນ, ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບ ການພັດທະນາພື້ນຖານໂຄງລ່າງເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ-ສາກົນ ໂດຍສະເພາະທາງລົດໄຟລາວ-ຈີນ ໃນໂອກາດ ເຂົ້າຮ່ວມກອງປະຊຸມໃຫຍ່ ຜູ້ແທນທົ່ວປະ ເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ວ່າ:  ນັບແຕ່ເລີ່ມເປີດບໍລິການທາງລົດໄຟ ລາວ-ຈີນ (ວັນທີ 3 ທັນວາ 2021) ປັດຈຸບັນໄດ້ສ້າງຕົວເລກສະຖິຕິ ທີ່ໜ້າປະທັບໃຈທັງສອງດ້ານຄື: ດ້ານການຂົນສົ່ງຜູ້ໂດຍສານ, ສະເພາະໃນ ສປປ ລາວ ຂົນສົ່ງຜູ້ໂດຍສານໄດ້ທັງໝົດ 12 ລ້ານເທື່ອຄົນ, ຕະຫລອດເສັ້ນທາງ (ວຽງຈັນ-ຄຸນໝິງ) ຂົນສົ່ງໄດ້ສູງເຖິງ 62 ລ້ານເທື່ອຄົນ; ດ້ານການຂົນສົ່ງສິນຄ້າ ສະເພາະໃນ ສປປ ລາວ ສາມາດລຳລຽງສິນຄ້າໄດ້ 16 ລ້ານໂຕນ, ຕະຫລອດເສັ້ນທາງຕົວເລກການຂົນສົ່ງສິນຄ້າສູງເຖິງ 72 ລ້ານໂຕນ ແລະ ທ່ານ ຍອມຮັບວ່າການນໍາໃຊ້ລະບົບຂົນສົ່ງທາງລົດໄຟນີ້ ຊ່ວຍຫລຸດຜ່ອນຕົ້ນທຶນ ແລະ ປະຢັດ ເວລາໃນການຂົນສົ່ງຢ່າງຫວງຫລາຍ. ພ້ອມນັ້ນ, ດ້ານເສດຖະກິດ ແລະ ການທ່ອງທ່ຽວທາງລົດໄຟສາຍນີ້ ໄດ້ກາຍເປັນແມ່ເຫລັກດຶງດູດຜູ້ໂດຍສານ ແລະ ນັກທ່ອງທ່ຽວສາກົນເຂົ້າມາລາວໄດ້ເຖິງ 12 ກວ່າລ້ານຄົນ, ສາມາດສ້າງ ລາຍຮັບເປັນເງິນຕາຕ່າງປະເທດເຂົ້າສູ່ລະບົບເສດຖະກິດໄດ້ກວ່າ 2,6 ຕື້ໂດລາ.






ທ່ານ ລັດຖະມົນຕີ ຍທຂ ກ່າວຕື່ມວ່າ: ເພື່ອສືບຕໍ່ຂະຫຍາຍໝາກຜົນດັ່ງກ່າວ ລັດຖະບານໄດ້ວາງແຜນຍຸດທະສາດທີ່ຕັ້ງໜ້າ ໃນໄລຍະ 5 ປີຕໍ່ໜ້າ (2026-2030) ຄື: ນັກທ່ອງທ່ຽວສາກົນຕັ້ງເປົ້າໃຫ້ບັນລຸ 22 ລ້ານເທື່ອຄົນ, ຄາດຄະເນລາຍຮັບປະມານ 8 ຕື້ໂດລາ, ນັກທ່ອງທ່ຽວພາຍໃນສູ້ຊົນໃຫ້ໄດ້ 11 ລ້ານເທື່ອຄົນ, ຄາດຄະເນລາຍຮັບ 5 ຕື້ໂດລາ, ການຂະຫຍາຍເຄືອຂ່າຍ ແລະ ເຊື່ອມຕໍ່ພື້ນຖານໂຄງລ່າງ ຈະສືບຕໍ່ຍົກລະດັບການເຊື່ອມຕໍ່ລະຫວ່າງທາງລົດໄຟ ລາວ-ໄທ ແລະ ລາວ-ຈີນໃຫ້ມີຄວາມຄ່ອງຕົວ ແລະ ກາຍເປັນສູນກາງໂລຈິສຕິກ ຂອງພາກພື້ນ, ເສັ້ນທາງໃໝ່ຄາດວ່າຈະເລີ່ມລົງມື ກໍ່ສ້າງທາງລົດໄຟ ລາວ- ຫວຽດນາມ (ໄລຍະແຂວງຄຳມ່ວນ ຫາ ຊາຍແດນຫວຽດນາມ) ໃນຕົ້ນປີນີ້ ແລະ ເລີ່ມສຶກສາຄວາມເປັນໄປໄດ້ໃນການສ້າງທາງລົດໄຟວຽງຈັນ-ປາກເຊ ເພື່ອເຊື່ອມຕໍ່ລົງສູ່ພາກໃຕ້ຕື່ມອີກ.

ກ່ອນໜ້ານີ້ບໍ່ພໍເທົ່າໃດເດືອນ, ສື່ມວນຊົນຈາກປະເທດເພື່ອນບ້ານ (ກຣຸງເທບທຸລະກິດ )ໄດ້ເຜີຍແຜ່ບົດວິເຄາະວ່າລາວກໍາລັງຟື້ນຊີບອີກຄັ້ງຈິງ ຫລື ບໍ່? ຫລັງຕ້ອງຜະເຊີນໜ້າກັບຄວາມທ້າທາຍ ຈາກສະພາບເສດຖະກິດ ແລະ ເງິນເຟີ້ ແຕ່ປັດຈຸບັນນີ້ ມີສັນຍານສະແດງໃຫ້ເຫັນວ່າ: ເສດຖະກິດຂອງ ລາວ ກໍາລັງຟື້ນຕົວຢ່າງໜ້າສົນໃຈ ອັນເປັນຜົນມາຈາກແຮງຂັບເຄື່ອນເສັ້ນທາງລົດ ໄຟລາວ-ຈີນ ເຊິ່ງໄດ້ດຶງດູດທຶນຮອນ ຈໍານວນຫລາຍຈາກຕ່າງປະເທດເຂົ້າມາລາວ, ໂດຍສະເພາະນັກລົງທຶນຈີນ ແລະ ຊາດອື່ນໆ,ແຕ່ອີກມຸມໜຶ່ງຄາດວ່າຈີນອາດຕັ້ງໃຈຊ່ວຍເຫລືອລາວຢ່າງມີໄລຍະສໍາຄັນດ້ວຍກາານອັດສີດທຶນ ຮອນເຂົ້າມາ ລົງ ທຶນລາວເພີ່ມຂຶ້ນ ແລະ ລະດົມນັກທ່ອງທ່ຽວຈີນໃຫ້ເຂົ້າມາທ່ອງທ່ຽວລາວເພີ່ມຂຶ້ນເພື່ອຊຸກຍູ້ເສດຖະກິດລາວໃຫ້ສືບຕໍ່ກ້າວໄປຢ່າງໝັ້ນຄົງ.




ທ່ານ ດູນຄັນ ກຣີນຟີວ ເຕີກ (Duncan Greenfield-Turk), ຜູ້ກໍ່ຕັ້ງບໍລິສັດໂກລບອນເທຣເວວໂມເມັນ (Global Travel Moments) ໄດ້ໃຫ້ຄວາມເຫັນຜ່ານບົດຄວາມຕົນເອງວ່າ: “ລາວແມ່ນໜຶ່ງໃນຄວາມລັບ ທີ່ຖືກຮັກສາໄວ້ດີທີ່ສຸດຂອງອາຊີຕາເວັນອອກສ່ຽງໃຕ້” ປີ 2026 ຈະເປັນປີທີ່ປະເທດ ລາວເລີ່ມດຶງດູດນັກທ່ອງທ່ຽວທີ່ມີລົດນິຍົມສູງ. ດ້ວຍການເຂົ້າເຖິງສະຖານທີ່ທ່ອງທ່ຽວທີ່ງ່າຍຂຶ້ນ ໃນລະດັບພາກພື້ນ, ມີໂຮງແຮມຫລູຫລາລະດັບໂລກ, ບ້ານເມືອງມີຄວາມສະຫງົບ,ຜູ້ຄົນເປັນມິດທີ່ດີຫລາຍ,ມີພື້ນຖານໂຄງລ່າງເຊື່ອມໂຍງກັບພາກພື້ນສາກົນ ໄດ້ດີໂດຍສະເພາະເສັ້ນທາງລົດໄຟ.

ນອກຈາກນັ້ນ, ວາລະສານທ່ອງທ່ຽວສາກົນ ( Inside Traveller) ແລະ ເວັບໄຊອາຊຽນອອນ(ASEANAll) ຍັງເປີດເຜີຍບົດລາຍງານວ່າ: ລາວໄດ້ຮັບການຈັດອັນດັບສູງຂອງໂລກ ເປັນຈຸດໝາຍປາຍທ່ອງທ່ຽວຍອດນິຍົມສຳລັບປີ 2026, ໂດຍເນັ້ນໃຫ້ເຫັນຄຸນຄ່າດັ່ງນີ້: ເປົ້າໝາຍການທ່ອງທ່ຽວແບບປະ ຢັດດ້ວຍຄ່າໃຊ້ຈ່າຍຕໍ່ມື້ພຽງ 17-25 ໂດລາສຳລັບທີ່ພັກ, ອາຫານ, ແລະ ການຂົນສົ່ງ; ທຳມະຊາດອັນສວຍງາມຍັງບໍ່ໄດ້ຖືກທຳລາຍຫລາຍ ( ພູຜາປ່າໄມ້, ແມ່ນໍ້າ, ທົ່ງພຽງ) ເຊິ່ງໃຫ້ຄວາມຮູ້ສຶກເຖິງຄວາມກວ້າງຂວາງ ແລະ ມີຄວາມບໍລິສຸດຂອງທຳມະຊາດ; ບັນຍາກາດທີ່ສະຫງົບກັບປະສົບການ ດ້ານວັດທະນະທຳແທ້,  ເໝາະສໍາລັບຜູ້ທ່ອງທ່ຽວ ທີ່ຕ້ອງການພັກຜ່ອນ ແລະ ໜີຈາກຄວາມວຸ້ນວາຍ; ການເຂົ້າເຖິງສະຖານໄດ້ງ່າຍ ແລະ ດີຂຶ້ນ, ພື້ນຖານໂຄງລ່າງໃໝ່, ໂດຍສະເພາະ ລົດໄຟ ລາວ-ຈີນໄດ້ຊ່ວຍຫລຸດເວລາ ໃນການເດີນທາງ, ປະຢັດຄ່າໂດຍສານເພີ່ມຂຶ້ນ, ເຮັດໃຫ້ການເຂົ້າເຖິງສະຖານທີ່ທ່ອງທ່ຽວຕ່າງໆງ່າຍຂຶ້ນ ແລະ ມີຄວາມ ປອດໄພຫລາຍທີ່ສຸດ.

ເຖິງແນວໃດກໍດີ, ປັດໄຈທີ່ເຮັດໃຫ້ລາວໂດດເດັ່ນໃນສາຍຕາຂອງຜູ້ຊ່ຽວຊານລະດັບໂລກ ແລະ ທ່ອງທ່ຽວທົ່ວໂລກທີ່ກວມລວມເອົາ ຄື: ທຳມະຊາດອັນງົດງາມທີ່ຍັງຄົງຄວາມບໍລິສຸດ-ແມ່ນ້ຳຂອງອັນຍິ່ງໃຫຍ່ ທີ່ໄຫລຜ່ານພູມສັນຖານພູຜາປ່າດົງອັນສະຫງ່າງາມ; ມໍລະດົກວັດທະນະທຳ ທີ່ຫລາກຫລາຍ ສະຖາ ປັດຕິຍະກຳອານານິຄົມຝຣັ່ງ ທີ່ມີເອກະລັກ, ຊາກສົງຄາມອິນດູຈີນເປັນ ຮ່ອງຮອຍປະຫວັດສາດ, ວັດວາອາຮາມທາງພຸດທະສາສະໜານັບບໍ່ຖ້ວນ; ປະສົບການທ່ອງທ່ຽວທີ່ແທ້ຈິງ ບໍ່ມີຄວາມແອອັດຂອງນັກທ່ອງທ່ຽວຫລາຍ, ເຮັດໃຫ້ໄດ້ສຳຜັດ ກັບວິຖີຊີວິດທ້ອງຖິ່ນຢ່າງແທ້ຈິງ; ການພັດທະນາ ພື້ນຖານໂຄງລ່າງທີ່ດີ ຂຶ້ນ ໂດຍສະເພາະເສັ້ນທາງລົດ ໄຟ ລາວ-ຈີນ ທີ່ເຊື່ອມຕໍ່ການເດີນທາງລະຫວ່າງແຂວງຕ່າງໆເຂົ້າກັບພາກພື້ນ-ສາກົນສະດວກສະບາຍ ແລະ ມີຄວາມປອດໄພຫລາຍຂຶ້ນ, ໄດ້ຫລໍ່ຫລອມ ໃຫ້ເກີດມີຄວາມສົມບູນແບບໄດ້ຢ່າງໜ້າສົນໃຈ. ການໄດ້ຮັບຄວາມຍົກຍ້ອງໃນລະດັບສາກົນຄັ້ງນີ້ ບໍ່ພຽງແຕ່ເປັນການຢືນຢັນເຖິງສິ່ງມະ ຫັດສະຈັນທາງທຳມະຊາດ ແລະ ວັດທະນະທຳອັນລ້ຳຄ່າຂອງລາວເທົ່ານັ້ນ, ແຕ່ຍັງເປັນໂອກາດອັນດີທີ່ຈະສົ່ງເສີມ ການທ່ອງທ່ຽວແບບຍືນຍົງ ແລະ ສ້າງຜົນປະໂຫຍດທາງເສດຖະກິດ ໃຫ້ແກ່ປະຊາຊົນລາວໃນທຸກລະດັບ.




ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ


Top