KPL
ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກ ກອມມູນິດຈີນ, ປະທານປະເທດຈີນ ທີ່ນຳພາ ຄະນະຜູ້ແທນ ສູນກາງຈີນ ເຂົ້າຮ່ວມ ກິດຈະກຳສະເຫລີມສະຫລອງ ວັນສ້າງຕັ້ງ ເຂດປົກຄອງຕົນເອງ ອຸຍເກີຊິ່ນຈ່ຽງ ຄົບຮອບ 70ປີ ໄດ້ຮັບຟັງ ການລາຍງານ ວຽກງານຂອງຄະນະພັກ ແລະ ອົງການປົກຄອງເຂດຊິ່ນຈ່ຽງ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 24 ກັນຍານີ້, ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກ ກອມມູນິດຈີນ, ປະທານປະເທດຈີນ ທີ່ນຳພາ ຄະນະຜູ້ແທນ ສູນກາງຈີນ ເຂົ້າຮ່ວມ ກິດຈະກຳສະເຫລີມສະຫລອງ ວັນສ້າງຕັ້ງ ເຂດປົກຄອງຕົນເອງ ອຸຍເກີຊິ່ນຈ່ຽງ ຄົບຮອບ 70ປີ ໄດ້ຮັບຟັງ ການລາຍງານ ວຽກງານຂອງຄະນະພັກ ແລະ ອົງການປົກຄອງເຂດຊິ່ນຈ່ຽງ. ທ່ານ ສີ ຈິ້ນຜິງ ກ່າວເນັ້ນໜັກວ່າ: ເຂດຊິ່ນຈ່ຽງ ຕ້ອງຈັດຕັ້ງປະຕິບັດແຜນນະໂຍບາຍ ປົກຄອງເຂດຊິ່ນຈ່ຽງ ຂອງພັກໃນຍຸກໃໝ່ ຢ່າງຄົບຖ້ວນ ແມ່ນຢຳ ແລະ ຮອບດ້ານ, ຍຶດໝັ້ນປະຕິບັດຕາມທິດທາງພື້ນຖານ ແຫ່ງການປະຕິບັດວຽກງານ ທີ່ສະແຫວງຫາ ຄວາມກ້າວໜ້າ ໃນຄວາມໝັ້ນທ່ຽງ, ປະສານສົມທົບການພັດທະນາ ແລະ ຄວາມໝັ້ນຄົງຢ່າງ ເປັນເອກະພາບກັນ, ສຸມໃສ່ເປົ້າໝາຍລວມ ໃນວຽກງານ ຮັກສາຄວາມສະຫງົບ ທາງສັງຄົມ ແລະ ສະຖຽນລະພາບ ຢ່າງຖາວອນນັ້ນ ຢ່າງໜັກແໜ້ນ, ປິ່ນອ້ອມ ການສ້າງສະຕິ ປະຊາຄົມປະຊາຊາດຈີນ ແລະ ຊຸກຍູ້ການສ້າງປະຊາຄົມ ປະຊາຊາດຈີນ ຢ່າງແໜ້ນແຟ້ນ, ສຸມໃສ່ “5 ທີ່ຕັ້ງຍຸດທະສາດ” ທີ່ສູນກາງພັກມອບໝາຍໃຫ້, ເຕົ້າໂຮມກຳລັງແຮງ ທາງກາຍ ແລະ ໃຈ, ດຳເນີນງານ ຢ່າງຕໍ່ເນື່ອງ ເພື່ອພະຍາຍາມ ສ້າງເຂດຊິ່ນຈ່ຽງຕາມທິດ ສັງຄົມນິຍົມ ທັນສະໄໝ ທີ່ສາມັກຄີກົມກຽວ ຈະເລີນຮັ່ງມີ ສິວິໄລກ້າວໜ້າ ປະຊາຊົນ ຢູ່ເຢັນເປັນສຸກ ແລະ ມີສິ່ງແວດລ້ອມ ທຳມະຊາດ ທີ່ສວຍງາມ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL