ພາຍໃຕ້ການນຳພາຂອງພັກແຂວງເຊກອງ ຍາດໄດ້ຜົນງານພົ້ນເດັ່ນຫລາຍດ້ານ

25/09/2025 14:55
Email Print 169
KPL ຂປລ. ໃນໄລຍະ 5 ປີຜ່ານມາ (2021-2025) ພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງພັກ ກໍຄື ຂອງອົງຄະນະພັກ ແຂວງເຊກອງ

    ຂປລ. ໃນໄລຍະ 5 ປີຜ່ານມາ (2021-2025) ພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງພັກ ກໍຄື ຂອງອົງຄະນະພັກ ແຂວງເຊກອງ ສະໄໝທີ X ເຮັດໃຫ້ການຈັດຕັ້ງພັກຂັ້ນຕ່າງໆຮັກສາໄດ້ມູນເຊື້ອສາມັກຄີປອງດອງ, ມູນເຊື້ອວິລະຊົນຄົນອາດຫານ, ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງສາມາດຍາດໄດ້ຜົນສຳເລັດຫລາຍດ້ານພົ້ນເດັ່ນອັນສໍາຄັນເຮັດໃຫ້ແຂວງເຊກອງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ບັນດາພື້ນຖານໂຄງລ່າງດ້ານເສດຖະກິດ-ສັງຄົມ ລວມເຖິງຊີວິດການເປັນຢູ່ຂອງປະຊາຊົນພາຍໃນແຂວງໄດ້ຮັບການເອົາໃຈໃສ່ ແລະ ພັດທະນາດີຂຶ້ນເປັນກ້າວໆ.
     ສະຫາຍ ດົງເພັດ ພະຍົນ ຮອງເລຂາຄະນະບໍລິຫານງານພັກ ແຂວງເຊກອງ ສະໄໝທີ X ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງເຊກອງ ຄັ້ງທີ XI ເມື່ອບໍ່ດົນມານີ້ວ່າ: ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນໄລຍະ 5 ປີ (2021-2025) ພາຍໃຕ້ການນຳພາຂອງອົງຄະນະພັກ ແຂວງເຊກອງ ສະໄໝທີ X ເຮັດໃຫ້ທົ່ວແຂວງເຊກອງ ມີການຫັນປ່ຽນທີ່ຕັ້ງໜ້າ, ອົງການປົກຄອງແຂວງ, ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມເປັນເອກະພາບສູງຕໍ່ແນວທາງປ່ຽນແປງໃໝ່ທີ່ມີຫລັກການຂອງພັກ, ບັນດາຄາດໝາຍຕ່າງໆທີ່ໄດ້ກຳນົດໄວ້ໃນມະຕິ X ຂອງອົງຄະນະພັກແຂວງໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດໃນນີ້, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ເປັນເຈົ້າການນໍາພາ-ຊີ້ນໍາການສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ລົບຕິດລຽນ, ບ້ານປ້ອງກັນຄວາມສະ ຫງົບດີ, ບ້ານປ້ອງກັນຊາດເຂັ້ມແຂງ. ພ້ອມນີ້, ກໍໄດ້ຫັນກໍາລັງ ປກຊ-ປກສ ຂັ້ນແຂວງ ລົງກໍ່ສ້າງຮາກຖານການເມືອງຢູ່ເມືອງ ແລະ ຫັນກຳລັງ ປກຊ-ປກສ ເມືອງ ລົງກໍ່ສ້າງຮາກຖານການເມືອງຢູ່ຈຸດສຸມພັດທະນາຕິດພັນກັບການປັບປຸງກໍາລັງກອງຫລອນ, ປກສ ບ້ານ, ກຳລັງປ້ອງກັນຕົວ ແລະ ກຳລັງສຳຮອງ ເຊິ່ງສາມາດເປັນກໍາລັງແຮງໃນການແກ້ໄຂປາກົດການຫຍໍ້ທໍ້ຢູ່ຮາກຖານບ້ານເປັນຕົ້ນບັນຫາຢາເສບຕິດ, ການຄ້າມະນຸດ, ການທ້ອນໂຮມອາວຸດເສິກ ເເລະ ການລັກລອບຂຸດຄົ້ນຊັບພະຍາກອນທໍາມະຊາດໄດ້ຈໍານວນໜຶ່ງ. ອັນພົ້ນເດັ່ນແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ສາມາດເລີກຮື້ມ້າງຄະດີຄ້າ-ຂາຍຢາເສບຕິດໄດ້ 246 ລາຍ, ກັກຜູ້ຖືກຫາໄດ້ 247 ຄົນ ຍິງ 16 ຄົນ ແລະ ຢຶດຂອງກາງປະເພດຢາບ້າໄດ້ 91.835 ເມັດ; ສ້າງຄອບຄົວປອດຢາເສບຕິດໄດ້ 8.456 ຄອບຄົວ, ສ້າງບ້ານປອດຢາເສບຕິດໄດ້ 63 ບ້ານ ແລະ ສ້າງກົມກອງປອດຢາເສບຕິດ 2 ກົມກອງ. ພ້ອມນີ້, ໄດ້ເອົາໃຈໃສ່ເປັນເຈົ້າການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ ຂອງສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ 5 ປີ ບັນລຸໄດ້ 4,9%; ລະບົບການເງິນຫັນໄປສູ່ທັນສະໄໝເທື່ອລະກ້າວ, ການເກັບລາຍຮັບເຂົ້າງົບປະມານບັນລຸໄດ້ 1.732,74 ຕຶ້ກີບ ລື່ນແຜນເກືອບ 3 ເທົ່າຕົວ (ແຜນ 5 ປີຕັ້ງໄວ້ 480,78 ຕື້ກີບ); ດ້ານລາຍຈ່າຍປະຕິບັດໄດ້ 2.204,74 ຕື້ກີບ ທຽບໃສ່ແຜນປະຕິບັດລື່ນແຜນ 23% (ແຜນ 5 ປີ 1.778,92 ຕື້ກີບ); ຂະບວນການຜະລິດ (ປູກຝັງ-ລ້ຽງສັດ) ເປັນສິນຄ້າຂອງປະຊາຊົນໄດ້ຮັບການສົ່ງເສີມຢ່າງກວ້າງຂວາງ ແລະ ຟົດຟື້ນ, ເນື້ອທີ່ການຜະລິດເພີ່ມຂຶ້ນ, ການລ້ຽງສັດໃຫຍ່ເປັນຟາມຂະຫຍາຍຕົວ, ມີບາງປະເພດຜົນຜະລິດກະສິກຳແຂວງສາມາດກຸ້ມຕົນເອງບໍ່ໄດ້ນຳເຂົ້າຈາກພາຍນອກ; ການຕິດຕາມ, ກວດກາ, ຄຸ້ມຄອງ ແລະ ຂຸດຄົ້ນ-ນໍາໃຊ້ຊັບພະຍາກອນທໍາມະຊາດຈາກບັນດາໂຄງການພັດ ທະນາຕ່າງໆຢ່າງເຂັ້ມງວດ; ການອອກໃບຕາດິນໄດ້ປະຕິບັດເປັນປົກກະຕິ ແລະ ສາມາດອອກໃບຕາດິນຖາວອນໄດ້ 19.002 ຕອນ. ພ້ອມນີ້, ຍັງໄດ້ສຸມທຶນຮອນກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນການປັບປຸງສ້ອມແປງເສັ້ນທາງແຕ່ແຂວງ-ເມືອງ, ເມືອງ-ບ້ານ ແລະ ບ້ານຕໍ່ບ້ານ ເຊິ່ງປັດຈຸບັນມີບ້ານທີ່ມີເສັ້ນທາງສາມາດທຽວໄດ້ 2 ລະດູ 170 ບ້ານ ກວມ 83,75%; ມີບ້ານ ທີ່ໄດ້ຊົມໃຊ້ນໍ້າປະປາໃນລະບົບ 37 ບ້ານ ກວມເອົາ 18%; ການຂະຫຍາຍນໍ້າລິນໄດ້ອອກສູ່ເຂດຊົນນະບົດຫ່າງໄກສອກຫລີກເຮັດໃຫ້ອັດຕາຊົມໃຊ້ນໍ້າສະອາດຂອງປະຊາກອນກວມເອົາ 97,4%; ມີບ້ານໄດ້ຊົມໃຊ້ກະແສໄຟຟ້າໃນລະບົບ ແລະ ນອກລະບົບກວມເອົາ 80,78% ແລະ ມີຫລັງຄາເຮືອນໄດ້ຊົມໃຊ້ກະແສໄຟຟ້າໃນລະບົບ ແລະ ນອກລະບົບກວມ 89,81% ຂອງຫລັງຄາເຮືອນທັງໝົດທົ່ວແຂວງ; ການຈັດຕັ້ງປະຕິບັດເປົ້າໝາຍພັດ ທະນາແບບຍືນຍົງ (SDGs) ຂົງເຂດການສຶກສາບັນລຸໄດ້ 9 ຕົວຊີ້ວັດ (ໃນຈໍານວນ 15 ຕົວຊີ້ວັດ) ຄຸນນະພາບການສຶກສາໄດ້ຮັບການປັບປຸງຍົກລະດັບ, ບັນຫາການຂາດຄູສອນ, ການປະລະການຮຽນຂອງນັກຮຽນໄດ້ຮັບການແກ້ໄຂດີຂຶ້ນເປັນລໍາດັບ, ພື້ນຖານໂຄງລ່າງການສຶກສາລະດັບສາມັນ ແລະ ວິຊາຊີບໄດ້ຮັບການປັບປຸງຂະຫຍາຍໄປສູ່ເຂດຊົນນະ ບົດຢ່າງມີຈຸດສຸມ, ຮັບປະກັນການເຂົ້າເຖິງການສຶກສາຂອງລູກຫລານປະຊາຊົນບັນດາເຜົ່າໃນເກນອາຍຸເຂົ້າຮຽນຢ່າງເທົ່າທຽມ; ດ້ານສາທາລະນະສຸກ ການຈັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍືນຍົງ (SDGS) ບັນລຸໄດ້ 9 ຕົວຊີ້ວັດ (ໃນຈໍານວນ 11 ຕົວຊີ້ວັດ) ການບໍລິການປິ່ນປົວ ແລະ ຕາໜ່າງສາທາລະນະສຸກ ນັບມື້ຂະຫຍາຍຕົວໄປສູ່ຮາກຖານບ້ານເຂດຫ່າງໄກສອກຫລີກ. ອັນພົ້ນເດັ່ນແມ່ນສາມາດປະກາດແຂວງຊຸມຊົນເປັນເຈົ້າການໃນດ້ານສຸຂະອະນາໄມ ແລະ ສາມາດສະກັດກັ້ນ-ຕ້ານຄວບຄຸມການລະບາດຂອງພະຍາດໂຄວິດ-19 ແຕ່ຫົວທີ; ດ້ານວັດທະນະທຳອັນດີງາມໄດ້ຮັບການອະນຸລັກ, ບູລະນະ ແລະ ເສີມຂະຫຍາຍ, ການສ້າງຄອບຄົວ-ບ້ານວັດທະນະທໍາເພີ່ມຂຶ້ນທາງປະລິມານ ແລະ ຄຸນນະພາບ; ດ້ານການທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວໄດ້ຮັບການປັບປຸງ ແລະ ພັດທະນາສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມແຂວງໄດ້ 285.602 ເທື່ອຄົນສາມາດສ້າງລາຍຮັບໄດ້ 19.917.252 ໂດລາສະຫະລັດ.

    ສະຫາຍ ດົງເພັດ ພະຍົນ ໃຫ້ຮູ້ຕື່ມວ່າ: ຄຽງຄູ່ກັບຜົນສໍາເລັດກໍຍັງມີດ້ານອ່ອນທີ່ຈະຕ້ອງສືບຕໍ່ແກ້ໄຂ ໂດຍສະເພາະການປະຕິບັດຕົວເລກຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີວາງໄວ້ ເຫັນວ່າມີບາງຕົວເລກຄາດໝາຍບໍ່ທັນບັນລຸ, ການຈັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍືນຍົງຂົງເຂດສຶກສາ ແລະ ສາທາລະນະສຸກ, ການປະລະການຮຽນຂອງນັກຮຽນ, ການສ້າງຄອບຄົວ-ບ້ານວັດທະນະທໍາມີລັກສະນະເພີ່ມຂຶ້ນແຕ່ຄຸນນະພາບຍັງບໍ່ທັນສົມຄູ່ກັບນາມມະຍົດ; ການຂຸດຄົ້ນ-ນໍາໃຊ້ທ່າແຮງບົ່ມຊ້ອນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຍັງບໍ່ທັນແຂງແຮງ; ການຈັດຕັ້ງປະຕິບັດວາລະແຫ່ງຊາດ, ການແກ້ໄຂບັນຫາຢາເສບຕິດ, ການແກ້ໄຂຄວາມທຸກຍາກທາງດ້ານເສດຖະກິດ-ການເງິນ ຍັງບໍ່ທັນເປັນຮູບປະທໍາຕົວຈິງຫລາຍຂຶ້ນ ເຊິ່ງເຫັນໄດ້ການນໍາເຂົ້າສິນຄ້າ-ເຄື່ອງອຸປະໂພກ-ບໍລິໂພກ, ການສ້າງຖານການຜະລິດເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກຍັງຈໍາກັດ; ການແກ້ໄຂບັນຫາປາກົດການຫຍໍ້ທໍ້ໃນສັງຄົມ, ບັນຫາການເສບ, ການຄ້າຂາຍຢາເສບຕິດ ແລະ ບັນຫາອື່ນໆຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ.

    ໂດຍ: ສ. ແກ້ວໄຊຍະວົງ

KPL

ຂ່າວອື່ນໆ


Top