ຍທຂ ດຳເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຄັ້ງທີ VI

25/09/2025 11:55
Email Print 181
KPL ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຄັ້ງທີ VI ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນ ທີ 24 ກັນຍາ 2025 ທີ່ນະຄອນຫລວງວຽງຈັນ.

    ຂປລ. ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຄັ້ງທີ VI  ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນ ທີ 24 ກັນຍາ 2025 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ຍທຂ, ໃຫ້ກຽດເຂົ້າຮ່ວມ ໂດຍສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະພັກ, ຄະນະນຳກະຊວງ ແລະ ຜູ້ແທນສົມບູນ 245 ສະຫາຍ, ຍິງ 57 ສະຫາຍເຂົ້າຮ່ວມ.

    ໃນໂອກາດນີ້,  ສະຫາຍ ເຫລັກໄຫລ ສີວິໄລ ໄດ້ກ້າວເປີດກອງປະຊຸມ ໂດຍມີເນື້ອໃນບາງຕອນວ່າ: ກອງປະຊຸມໃຫຍ່ຄັ້ງນີ້, ຈະໄດ້ພ້ອມກັນທົບທວນຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V  ໄລຍະຜ່ານມາເພື່ອຕີລາຄາຜົນສຳເລັດ, ຂໍ້ຂາດຕົກບົກຜ່ອງ ແລະ ຊອກໃຫ້ເຫັນສາເຫດ ເພື່ອຈະນຳໄປແກ້ໄຂໃຫ້ຖືກຕ້ອງວ່ອງໄວທັນການ.  ພ້ອມນັ້ນ, ກອງປະຊຸມຈະໄດ້ຮັບຮອງເອົາຄຳຂວັນ, ທິດທາງລວມຄາດໝາຍສູ້ຊົນ ແລະ ໜ້າທີ່ວຽກງານແຕ່ລະດ້ານໃນຊຸມປີຕໍ່ໜ້າ ແນໃສ່ປະຕິບັດແນວທາງຂອງພັກປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ- ສັງຄົມ 5 ປີ ຄັ້ງທີ X ຂອງລັດຖະບານໃນຕໍ່ໜ້າ.

     ຫລັງຈາກນັ້ນ, ສະຫາຍ ເຫລັກ ໄຫລ ສີວິໄລ ໄດ້ສະຫລຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ຍທຂ ຄັ້ງທີ V (2021- 2025) ເຊິ່ງຄະນະບໍລິຫານງານພັກ ໄດ້ເອົາໃຈໃສ່ພັດທະນາພ້ືນຖານໂຄງລ່າງ ທີ່ສາມາດຮອງຮັບ ການເຊ່ືອມຈອດ-ເຊ່ືອມໂຍງ; ສຸມໃສ່ສ້າງພື້ນຖານລະບົບເຕັກນິກດ້ານໂລຈິສຕິກ ໃຫ້ເຂັ້ມແຂງທັນສະໄໝຕາມຈຸດຜ່ານແດນຕົ້ນຕໍ ເປັນຕົ້ນແມ່ນການເປີດນຳໃຊ້ທ່າບົກທ່ານາແລ້ງ ແລະ ການກໍ່ສ້າງທ່າບົກຕ່າງໆຕາມດ່ານສາກົນໃນຂອບເຂດທົ່ວປະເທດ ທີ່ມີທ່າແຮງເອື້ອອຳນວຍ; ປັບປຸງລະບົບນິຕິກຳ ແລະ ກົນໄກຄຸ້ມຄອງກ່ຽວກັບການບໍລິການຜ່ານດ່ານ ແລະ ຂົນສົ່ງສິນຄ້າຂ້າມແດນ ເພື່ອເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ; ສົມທົບລະຫວ່າງການບູລະນະ ແລະ ຂະຫຍາຍພື້ນຖານໂຄງລ່າງຢູ່ຊົນນະບົດ ທີ່ມີແລ້ວກັບການດໍາເນີນການສໍາຫລວດ ແລະ ກຳນົດແຜນພັດທະນາ ດ້ານໂຄງສ້າງຢູ່ບາງເຂດຊົນນະບົດຫ່າງໄກສອກຫລີກລວມທັງ ເຂດຊາຍແດນທີ່ມີຄວາມຈຳເປັນຮີບດ່ວນ; ຄຸ້ມຄອງ ແລະ ພັດທະນາຕົວເມືອງໃຫ້ເຂັ້ມແຂງ. ພ້ອມກັນນັ້ນ, ໄດ້ນຳພາປັບປຸງກົງຈັກ ແລະ ການເຄ່ືອນໄຫວຂອງກະຊວງໃຫ້ເຂັ້ມແຂງ ແລະ ມີປະສິດທິພາບ ໂດຍສຳເລັດການປັບປຸງດຳລັດວ່າດ້ວຍການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງກະຊວງ ຍທຂ, ນຳພາພັດທະນາພື້ນຖານໂຄງລ່າງ ທີ່ສາມາດຮອງຮັບການເຊື່ອມຈອດ-ເຊື່ອມໂຍງ ເປັນຕົ້ນແມ່ນ ຍົກລະດັບບັນດາທາງຫລວງອາຊຽນ, ທາງຫລວງແຫ່ງຊາດ, ກໍ່ສ້າງຂົວຂ້າມນໍ້າຂອງ, ກໍ່ສ້າງ ແລະ ເປີດບໍລິການທ່າບົກ, ທາງລົດໄຟລາວ- ຈີນ ແລະ ເປີດບໍລິການສະຖານີລົດໄຟ ລາວ-ໄທ ຄຳສະຫວາດ, ນຳພາຄຸ້ມຄອງ ແລະ ພັດທະນາຕົວເມືອງໃຫ້ເຂັ້ມແຂງ ເປັນຕົ້ນສຳເລັດການຄົ້ນຄວ້າປັບປຸງແຜນຜັງລວມຕົວເມືອງນະຄອນຫລວງວຽງຈັນ ຮອດ ປີ 2030, ພັດທະນາຕົວເມືອງຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ, ຕົວເມືອງຕາມແລວທາງເສດຖະກິດອານຸພາກພື້ນແມ່ນໍ້າຂອງ; ຈັດຕັ້ງປະຕິບັດວາລະແຫ່ງຊາດ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍເອົາໃຈໃສ່ນຳພາຈັດຕັ້ງປະຕິບັດວິໄນແຜນການ ແລະ ການເງິນຢ່າງເຂັ້ມງວດ; ນຳພາຄຸ້ມຄອງອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງທຸກຮູບແບບເພື່ອໃຫ້ເປັນຖານ ລາຍຮັບໃຫ້ແກ່ລັດຖະບານ, ປະສານສົມທົບກັບທະນາຄານການຄ້າຕ່າງປະເທດລາວ, ກະຊວງການເງິນ ແລະ ອຳນາດການປົກຄອງແຂວງທີ່ກ່ຽວຂ້ອງ ປັບປຸງກົນໄກການເກັບເງິນຄ່າບໍລິການ ຜ່ານຂົວມິດຕະພາບທັງ 4 ແຫ່ງ ແລະ ປະສານສົມທົບກັບກະຊວງການເງິນ, ຄົ້ນຄວ້າ ປຶກສາຫາລືແກ້ໄຂຄວາມຫຍຸ້ງຍາກກ່ຽວກັບການເບີກຈ່າຍ, ການຊຳລະສະສາງແຫລ່ງທຶນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນການຈ່າຍເງິນສົມທົບທຶນຂອງລັດຖະບານລາວ.

      ໃນໂອກາດດຽວກັນ, ຜູ້ແທນສົມບູນ ກໍໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກກະຊວງຊຸດໃໝ່ ບົນພື້ນຖານຫລັກການ, ມາດຕະຖານ ແລະ ເງື່ອນໄຂທີ່ໄດ້ກໍານົດໄວ້ ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງ 25 ສະຫາຍ, ເລືອກເອົາ 21 ສະຫາຍ, ຍິງ 2 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກຂອງຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ VI ໄດ້ເປັນເອກະສັນເລືອກຕັ້ງເອົາສະຫາຍ ເຫລັກໄຫລ ສີວິໄລ ເປັນເລຂາຄະນະບໍລິຫານງານພັກກະ ຊວງ ຍທຂ, ສະຫາຍ ງາມປະສົງ ເມືອງມະນີເປັນຮອງເລຂາ, ສະຫາຍ ລິດຕາ ຂັດທິຍະ ເປັນປະທານກວດກາພັກ, ສະຫາຍ ຈັນທະລາ ພິມມະຈັກ ແລະ ສະຫາຍ ສີພັນດອນ ສຸພັນທອນ ເປັນຮອງປະທານກວດກາພັກ. ພ້ອມກັນນີ້, ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ 8 ສະຫາຍ ແລະ ສໍາຮອງ  2 ສະຫາຍ ເພື່ອເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວອົງຄະນະພັກກະຊວງ ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້. 

     ໃນໂອກາດນີ້,  ສະຫາຍ ສອນໄຊ ສີພັນດອນ ໄດ້ຕີລາຄາສູງຕໍ່ຜົນສໍາເລັດທີ່ຍາດໄດ້ໃນໄລຍະຜ່ານມາ ໂດຍສະເພາະການພັດທະນາພື້ນຖານໂຄງລ່າງຄົມມະນາຄົມ ຢ່າງເປັນລະບົບໃຫ້ເຊື່ອມຈອດກັນ, ກົມກຽວ ແລະ ໂລ່ງລ່ຽນ ແຕ່ສູນກາງຫາທ້ອງຖິ່ນ, ກັບບັນດາປະເທດອ້ອມຂ້າງ, ໄດ້ສົ່ງເສີມສ້າງເງື່ອນໄຂເອື້ອອຳນວຍໃຫ້ບັນດາວິສາຫະກິດ ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂ້ັມແຂງຕາມກົນໄກເສດຖະກິດຕະຫລາດ ເພ່ືອສາມາດເຂ້ົາຮ່ວມ ແຂ່ງຂັນ ກັບປະເທດອ້ອມຂ້າງເຮັດ ໃຫ້ການຄຸ້ມຄອງ ແລະ ດໍາເນີນທຸ ລະກິດມີປະສິດທິຜົນສູງຂຶ້ນ.  ພ້ອມ ນີ້, ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະຊຸດໃໝ່ ພ້ອມນີ້, ຍັງເນັ້ນ ໃຫ້ຄະນະຊຸດໃໝ່ ຄົ້ນຄວ້າ ແລະ ຕົກ ລົງກ່ຽວກັບການແບ່ງວຽກ, ແບ່ງ ຄວາມຮັບຜິດຊອບໃຫ້ບັນດາສະຫາຍໃນຄະນະບໍລິຫານງານພັກກະຊວງຄືນໃໝ່ໃຫ້ແທດເໝາະກັບຄວາມຮູ້, ຄວາມສາມາດ ແລະ ປະສົບການຂອງແຕ່ລະສະຫາຍ, ປະຕິບັດລະບອບການປະສານງານສາຍຕັ້ງ-ສາຍຂວາງ ໃນການຄຸ້ມຄອງພະນັກງານ-ວິຊາການ ແລະ ການປະຕິບັດໜ້າທີ່ວຽກງານ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນໃຫ້ດີ;  ປະຕິບັດຢ່າງຖືກຕ້ອງຫລັກການເຮັດວຽກ ແລະ ການນໍາພາຂອງພັກ, ໂດຍສະເພາະແມ່ນຫລັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ໝູນໃຊ້ສະຕິປັນຍາລວມໝູ່, ເພີ່ມທະວີຄວາມເປັນເອກະພາບປະຊາທິປະໄຕພາຍໃນພັກ ແມ່ນກໍາລັງແຮງ ແລະ ຜົນສຳເລັດຂອງທຸກວຽກ ງານ. 

ຂ່າວ: ກິດຕາ; ພາບ: ຂັນໄຊ

KPL

ຂ່າວອື່ນໆ


Top